ມີ 22 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຂະນະທີ່ ນັກການທູດ​ ສືບຕໍ່ ຫາທາງແກ້ໄຂ ບັນຫາຊີເຣຍ

Your browser doesn’t support HTML5

ກຸ່ມສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ
​ເບີດ​ລົດ​ບັນທຸກ​ໃນ​ພາກ​ຕ​າ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ດັ່ງ
ກ່າວ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ 22 ຄົນໃນ​ຄວາມ​ຮຸນ​ແຮງ
​ຮອບ​ຫລ້າ​ສຸດ ທີ່​ມີ​ຂຶ້ນທ່າມກາງ​ ການດຳ​ເນີນ​ຄວາມ​ພະຍາຍາມ
​ທາງ​ດ້ານ​ການ​ທູດ​ຮອບ​ໃໝ່ ​ເພື່ອ​ແກ້​ໄຂ​ບັນຫາ​ຊີ​ເຣຍ.

ລະ​ເບີດໄດ້​ແຕກ​ຂຶ້ນຢູ່​ໃກ້ໆ​ກັບ​ສູນ​ກາງ​ສາທາລະນະ​ສຸກແລະ​ຕະ
ຫລາດ​ຂາຍ​ຜັກ ທີ່​ເມືອງ Tal Tamer ​ແຂວງ Hasakeh ທີ່​ຄວບ
​ຄຸມ​ໂດຍ​ກຳລັງຊາວ​ເຄີ​ດ ອີງຕາມ​ລາຍ​ງານ ​ຂອງ​ກຸ່ມ​ປົກ​ປ້ອງ​ສິດ
ທິ​ມະນຸດ​ໃນ​ຊີ​ເຣຍ.

​ກຸ່ມ​ດັ່ງກ່າວ​ ຊຶ່ງ​ມີ​ຕາໜ່າງການ​ຕິດຕໍ່ທາງ​ພາກພື້ນດິນ​ ຢູ່​ໃນ​ທົ່ວ​ປະ​ເທດ​ຊີ​ເຣຍ ກ່າວວ່າ ນອກ​ນັ້ນ ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ສິບ​ຄົນ​ ​ໃນ​ການ​ໂຈ​ມຕີ ຊຶ່ງ​ມີ​ຂຶ້ນ​ໃນ ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ ​ແລະ​ກ່າວ​ຕື່ມ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ມີ​ທ່າ​ທາງ​ວ່າຈະ​ເພີ້ມຂຶ້ນຕື່ມ​.

ແຜນທີ່ແຂວງ Hasakeh ປະເທດຊີເຣຍ

ເມືອງ Tal Tamer ​ແມ່ນ​ຄວບ​ຄຸມ​ໂດຍ​ກຳລັງ YPG ຂອງ​ຊາວ
​ເຄີ​ດຊຶ່ງ​ໄດ້​ທຳ​ການ​ສູ້​ລົບ​ກັບ​ກຸ່ມ​ລັດ​ອິສລາມ​ຫົວ​ຮຸນ​ແຮງ​ຈັດ​ໃນ
​ເຂດ​ດັ່ງກ່າວ ​ມາ​ໄດ້​ຫລາຍເດືອນ​ແລ້ວ ​ໂດຍ​ໄດ້​ຮັບຄວາມ​ຊ່ອຍ​
ເຫລືອ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ.

ກຳລັງ​ YPG ​ແມ່ນ​ນຶ່ງ ​ໃນ​ບັນດາ​ກຸ່ມ​ຕໍ່ຕ້ານ​ລັດຖະບານ ​ທີ່​ໜ້າ
​ເກງ​ຂາມ​ທີ່​ສຸດທີ່​ໄດ້​ຮັບ​ການໜຸນ​ຫລັງ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​
ຊຶ່ງ​ໄດ້​ປາກົດ​ໂຕໃຫ້​ເຫັນ​ໃນ​ການສູ້​ລົບ​ຕໍ່ຕ້ານ​ປະທານາທິບໍດີ​ຊີ
​ເຣຍ ທ່ານ Bashar al-Assad.

ພວກ​ຕໍ່ຕ້ານ​ລັດຖະບານ ​ໃນ​ຊີ​ເຣຍ ​ທີ່​ແຕກ​ແຍກ ​ເປັນ​ກຸ່ມ​ເລັກ​
ກຸ່ມ​ນ້ອຍ​ໃນ​ວັນ​ພະຫັດ​ວານ​ນີ້ໄດ້​ເອົາ​ບາດກ້າວ​ທີ່ຈະ​ເຕົ້າ​ໂຮມ
​ກັນ​ເວລາ​ພວກ​ຕໍ່ຕ້ານ​ລັດຖະບານ​ຫຼາຍໆ​ກຸ່ມໄດ້​ຕົກລົງ​ຮັບ​ເອົາ
​ຂອບ​ຂອງ​ການ​ເຈລະຈາ​ກັບ​ລັດຖະບານ​ທ່ານ Assad.

ຈາກຊ້າຍ ທ່ານ Hind Kabawat ສະມາຊິກກຳມະການ ທີ່ຈະເຈລະຈາ ກັບອຳນາດການປົກຄອງຊີເຣຍ ທ່ານ Abdulaziz bin Saqr ປະທານສະພາການຄົ້ນຄວ້າ ຈາກເຂດອ່າວເປີເຊຍ ແລະທ່ານ Louay Safi ໂຄສົກຂອງກຸ່ມແນວໂຮມ ສະພາແຫ່ງຊາດຊີເຣຍ ໃນຕອນສະຫລຸບ ກອງປະຊຸມທີ່ນະຄອນ Riyadh.

ມີ​ຜູ້ຕາງໜ້າ​ຂອງ​ກຸ່ມການ​ເມືອງແລະ​ກຳລັງ​ປະກອບ​ອາວຸດ​ໃນ​ຊີ​ເຣຍ 100 ກວ່າ​ທ່ານໄດ້​
ສະຫລຸບ​ການ​ປະຊຸມ ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ຢູ່​ນະຄອນຣິຢາດ​ ​ໃນ ​ຊາ​ອຸດີ ​ອາຣາ​ເບຍ​
ດ້ວຍ​ແຜນການ​ທີ່​ຈະ​ດຳ​ເນີ​ນການ​ຕໍ່​ໄປໃນ​ຄວາມ​ພະຍາຍາມ​ເພື່ອເປີດ​ການ​ເຈລະຈາ​.

ກຸ່ມດັ່ງກ່າວນີ້ ​ຍັງຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ແຕ່ງຕັ້ງຜູ້ຕາງໜ້າ​ຂອງ​ຕົນ​ສຳລັບ​ການ​ເຈລະຈາ.