ບໍລິສັດອາເມຣິກັນ ພາກັນລຸລັ່ງ ໄປຕັ້ງຮ້ານ ຢູ່ຫວຽດນາມ ຫລາຍຂຶ້ນ

ພວກພະນັກງານກໍາລັງກຽມຮ້ານກາເຟ Starbucks ເພື່ອໃຫ້ພ້ອມ ສໍາລັບເປີດ ຢູ່ນະຄອນ Ho Chi Minh City ຫລືໄຊງ່ອນເກົ່າ ທາງພາກໃຕ້ຂອງຫວຽດນາມ, ວັນທີ 30 ສິງຫາ 2013.

ຮ້ານ​ອາຫານແຮມ​ເບີ​ເກີ McDonald’s ຂອງ
​ສະຫະລັດ ​ເປັນທຸລະ​ກິດລະດັບໂລກອັນ​ຫລ້າສຸດທີ່ປະກາດວ່າ
ຕົນຈະເປີດສາຂາຫຼາຍໆຮ້ານ ຢູ່ໃນຫວຽດນາມ ປະເທດຄອມ
ມີວນີສ ທີ່ກໍາລັງດຶງດູດຄວາມສົນໃຈຫຼາຍຂຶ້ນ​ເລື້ອຍໆຈາກ​ເຄືອ
​ບໍລິສັດຮ້ານ​ອາຫານທັງຫຼາຍຂອງອາເມຣິກາ. Marianne
Brown ຜູ້ສື່ຂ່າວວີໂອເອ ລາຍງານເລຶ່ອງນີ້ ຈາກຮາໂນ່ຍ ຊຶ່ງ
ດາຣາຈະນໍາເອົາລາຍລະອຽດມາສະເໜີທ່ານ.

ບັນຍາກາດດ້ານການທຸລະກິດຂອງຫວຽດນາມ ​ແມ່ນມີຊື່ສຽງ
ບໍ່​ສູ້​ດີ​ປານ​ໃດ ​ ລ້າຫຼັງຈີນ​ແລະໄທ ອິງຕາມດັດຊະນີຄວາມງ່າຍ​ໃນການປະກອບທຸລະກິດ ຫຼື Ease of Doing Business
ຂອງທະນາຄານໂລກ ແຕ່ກໍລໍ້າໜ້າ ອິນໂດເນເຊຍແລະອິນເດຍ.

ອັດຕາການເຕີບໂຕຂອງເສດຖະກິດ ຕົກຕໍ່າລົງສຸດໃນຮອບ
13 ປີ ເມື່ອປີຜ່ານມາ ແລະຜົນການສໍາຫຼວດເມື່ອບໍ່ດົນມານີ້ ໂດຍອົງການແຮງງານສາກົນ ຫຼື ILO ພົບວ່າ ມີຫຼາຍກວ່າເຄິ່ງ
ນຶ່ງຂອງຄົນງານຊາວໜຸ່ມທັງໝົດໄດ້ຮັບຜົນກະທົບ ຈາກການ
ວ່າຈ້າງທີ່ດ້ອຍຄຸນນະພາບ.

ແຕ່ຂ່າວເສດຖະກິດທີ່ບໍ່ດີປານໃດນັ້ນ ກໍບໍ່ໄດ້ເຮັດໃຫ້ຄວາມ​ດຶງ​ດູດ​ໃຈຂອງຕະຫຼາດ​ຫວຽດ
ນາມ​ໝົດ​ໄປ ສໍາລັບພວກບໍລິສັດຮ້ານອາຫານລາຍໃຫຍ່ໆຂອງສະຫະລັດ. ໂດຍສະເພາະ
ໃນປີນີ້ປີດຽວ ບໍລິສັດຮ້ານກາເຟມີຊື່ສຽງ Starbucks ໄດ້ເປີດສອງຮ້ານທໍາອິດຂອງຕົນ
ແລະ McDonald’s ກໍ​ໄດ້ ປະກາດເມື່ອບໍ່ດົນມານີ້ວ່າ ຕົນກໍຈະເປີດຮ້ານນຶ່ງໃນຕົ້ນປີ
ໜ້ານີ້. Thinh Nguyen ທີ່ຈະເປັນຜູ້ຈັດການໃຫຍ່ ເວົ້າວ່າ:

ສັນຍາລັກ ຂອງຮ້ານຈືນໄກ່Kentucky Fried Chicken ຫລື KFC.


“ສູ່ມື້ນີ້ ເຮົາຈະເຫັນວ່າ ຫວຽດນາມ ມີທັງຮ້ານຈືນໄກ່
Kentucky Fried Chicken ຫຼື KFC ມີຮ້ານກາເຟ
Starbuck
, Pizza Hut, Subway, Lotteria ແລະບັນ
ດາຮ້ານອາຫານຈານດ່ວນ ຍີ່ຫໍ້ອື່ນໆ. ຂ້າພະເຈົ້າຄິດວ່າ

ເສດຖະກິດກໍາລັງເຕີບໂຕແຂງ​ແຮງດີສົມຄວນ ແລະການ
ເມືອງກໍປາກົດວ່າທຸ່ນທ່ຽງດີ
. ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງ
ຄິດວ່າ ມັນເປັນເວລາທີ່ເໝາະສົມແລ້ວ ທີ່ McDonald's
ຈະເຂົ້າໄປເປີດຮ້ານໃນ ຫວຽດນາມໃນເວລານີ້.”


ບັນດາບໍລິສັດທີ່ກ່າວມາເຫຼົ່ານີ້ ໄດ້ເລີ່ມເປີດຮ້ານອາຫານຂອງພວກຕົນໃນ Ho Chi Minh
City ຊຶ່ງເປັນ​ເມືອງໃຫຍ່ທີ່ສຸດຂອງຫວຽດນາມ ​ແລະເປັນຫົວໃຈເສດຖະກິດຂອງປະ​ເທດ
ແລະໂດຍທົ່ວໄປແລ້ວ ຊາວເມືອງໂຮ ຈີ ມິນ ຈະມີຖານະຮັ່ງມີກວ່າແຫ່ງອື່ນໆ ໃນຫວຽດນາມ.
ໃນປີ 2010 ລາຍໄດ້ໂດຍສະເລ່ຍຂອງຜະລິດຕະພັນລວມພາຍໃນ ຕົກເປັນ 2,800 ໂດລ່າ
ຕໍ່ຄົນຕໍ່ປີ ຄືປະມານສອງເທົ່າຂອງລາຍໄດ້ໂດຍສະເລ່ຍຂອງປະເທດ.

ບໍລິສັດ Starbucks ເວົ້າວ່າ ລາຄາ​ກາ​ເຟ latte ຈອກນຶ່ງກໍບໍ່ແພງສໍາລັບ ສາມັນຊົນຊາວ
ຫວຽດນາມທົ່ວໄປ. ກາເຟຈອກນຶ່ງລາຄາ 3 ໂດລ່າຂອງ Starbucks ກໍເທົ່າໆກັນກັບກາ
​ເຟຂອງຮ້ານຍີ່ຫໍ້​ໃຫຍ່ໆຂອງຫວຽດນາມ ​ເຊັ່ນ​ຮ້ານ Highlands ແລະ Trung Nguyen
ເປັນຕົ້ນ.

ບໍ່ຄືກັນກັບຢູ່​ໃນຫຼາຍໆປະເທດຕາເວັນຕົກ ບ່ອນທີ່ຖືກັນວ່າ ອາຫານ​ໄວ​ທັນ​ໃຈທີ່ປຸງແຕ່ງ​ໄວ້
​ລ່ວງ​ໜ້າ​ແລ້ວ ລາຄາຖືກ​ແລະສະດວກ ແຕ່ບໍ່ດີຕໍ່ສຸຂະພາບນັ້ນ ຢູ່​ໃນ​ຫວຽດນາມ ​ເຄືອ​ຮ້ານ
​ອາຫານ​ຕ່າງປະ​ເທດ​ແບບ​ນີ້ ກັບ​ມີ​ຊື່​ສຽງທີ່ແຕກຕ່າງກັນໄປ. ຢູ່ທີ່ນີ້ ພວກລູກຄ້າສ່ວນຫຼາຍ
ຈະເປັນພວກຊາວໜຸ່ມ ແລະຄອບຄົວ​ທີ່​ມີຖານະດີ. ທ່ານ Nguyen ຜູ້ຈັດການໃຫຍ່ຂອງ
McDonald’s ເວົ້າວ່າ:

“ຊາວຫວຽດນາມ ຫຼາຍກວ່າ 60 ເປີເຊັນ ມີອາຍຸຕໍ່າກວ່າ 30 ປີ. ສະນັ້ນ ພວກ
ເຂົາເຈົ້າຈຶ່ງພາກັນຫຼົງໄຫຼໃນຮ້ານຍີ່ຫໍ້ໃຫຍ່ໆ ເຊັ່ນ McDonald’s, Starbucks
ແລະພວກຍີ່ຫໍ້ ທີ່ມີຊື່ສຽງລະດັບໂລກອື່ນໆ.”

ການປະກາດຈະເຂົ້າໄປຫວຽດນາມຂອງບໍລິສັດ McDonald's ​ໄດ້​ກໍ່​ໃຫ້ເກີດມີການຂັດ
ແຍ້ງກັນຂຶ້ນ ຍ້ອນວ່ານັກທຸລະກິດທ້ອງຖິ່ນທີ່​ໄດ້​ຮັບສັນຍາ ​ໃຫ້​ເປີດ​ຮ້ານ​ນັ້ນ ເປັນລູກເຂີຍ
ຂອງນາຍົກລັດຖະມົນຕີຫວຽດນາມ. ລັດທິເຫັນແກ່ຍາດພີ່ນ້ອງ ແລະລະບົບນາຍທຶນແບບ
ຖືພັກຖືພວກນັ້ນ ໄດ້ກໍ່​ໃຫ້ເກີດມີການໂຈມຕີກັນຢ່າງໜັກ ໃນກຸ່ມຊາວຫວຽດນາມ.

ປ້າຍສັນຍາລັກ ຂອງຮ້ານ McDonald's



McDonald's ໄດ້ກ່າວປ້ອງກັນການເລືອກ​ເອົາ Henry Nguyen ​
ໃຫ້​ເປັນ​ຜູ້ດໍາ​ເນີນ​ການ​ຮ້ານອາຫານ​ຂອງ​ຕົນ ໂດຍ​ເວົ້າວ່າຜູ້ກ່ຽວ
ມີພື້ນຖານດ້ານທຸລະກິດ ທີ່ໜ້າປະທັບໃຈແລະມີປະຫວັດທີ່ພິສູດ
ໄດ້ ກ່ຽວກັບການ​ເຮັດທຸລະກິດໃໝ່ໆໃນຫວຽດນາມ.

ໃນຂະນະທີ່ແລ​ເຫັນ​ໄດ້​ວ່າ​ ເສ້ນ​ສາຍທາງດ້ານການເມືອງຂອງ
ທ່ານ ເປັນຊັບ​ສົມບັດ​ຢ່າງ​ນຶ່ງ​ນັ້ນ Adam Sitkoff ຈາກສະພາ
ການຄ້າອາເມຣິກັນ ເວົ້າວ່າ Henry Nguyen ມີປະສົບປະການ
ແລະຄວາມຮອບຮູ້ສູງໃນດ້ານການຕະຫຼາດ ທີ່ພວກບໍລິສັດ​ໃຫຍ່ໆເຊັ່ນ McDonald's ນັ້ນ ຕ້ອງການຢູ່ແລ້ວ.

ທ່ານ SitKoff ອ້າງວ່າ ທ່ານ Nguyen ເຄີຍເຮັດວຽກໃນວົງການອຸດສາຫະກໍາອາຫານ
ແລະເຄຶ່ອງດື່ມມາກ່ອນ​ແລ້ວ ກ່ອນທີ່ລາວຈະພົບກັບພັນລະຍາ ຜູ້ມີ​ເສ້ນ​ສາຍກວ້າງ
ຂວາງນັ້ນ ​ໂດຍ​ໄດ້ຊ່ວຍສ້າງຕັ້ງຮ້ານ​ອາຫານຍີ່ຫໍ້ ຕ່າງໆ ເຊັ່ນ Pizza Hut, ບໍລິສັດ
ໝາກກາເຟແລະໃບຊາ ຫຼື Coffee Bean and Tea Leaf ແລະບໍລິສັດຂາຍແຊນວິຈ
Subway ໃນຫວຽດນາມ. ທ່ານ Sitkoff ເວົ້າວ່າ:

“ເວລາໃດພວກເຮົາຄິດເລຶ່ອງ ລັດທິເຫັນແກ່ຍາດ​ພີ່ນ້ອງໃນຫວຽດນາມແລ້ວ
ພວກເຮົາກໍຄິດເຖິງຄົນທີ່ບໍ່ມີຄຸນນະວຸດທິ ທີ່ໄດ້
ລ້າໄດ້ການ ທີ່ພວກເຂົາເຈົ້າ
ບໍ່ສົມຄວນຈະໄດ້
ແຕ່ມັນບໍ່ແມ່ນກໍລະນີນີ້ເລີຍ. ນີ້ຄືຄົນຜູ້ນຶ່ງທີ່ໜ້າຈະຖືກວ່າ
ຈ້າງສໍາລັບວຽກນີ້
. ຂ້າພເຈົ້າເຊື່ອເຊັ່ນ​ນັ້ນແທ້ໆ.”

ສໍາລັບພວກບໍລິສັດຍີ່ຫໍ້ຊື່ສຽງດັງທັງຫລາຍ ທີ່ມຸ້ງໜ້າໄປຍັງຫວຽດນາມນັ້ນ, ທ່ານ Sitkoff
ເຕືອນວ່າ ການປະກອບທຸລະກິດໃຫ້ໄດ້ດີໃນຫວຽດນາມນັ້ນ ຕ້ອງໃຊ້ເວລາແດ່.

“ຫວຽດນາມບໍ່ມີຕົວບົດກົດໝາຍທີ່ເຂັ້ມແຂງປານໃດ ບໍ່ມີລະບົບສານທີ່ຍຸຕິທໍາ
ແລະບໍ່
ລໍາອຽງ. ບໍ່ມີລະບົບປ້ອງກັນແບບສະເພາະໃດນຶ່ງສໍາລັບພວກນັກລົງທຶນ
ທີ່ປະຊາຊົນຢູ່ໃນປະເທດທີ່ຈະເ
ລີນກວ່າແລ້ວນັ້ນເຄີຍເຫັນ. ມັນທໍາລາຍຄວາມ
ສາມາດ
ຂອງຫຼາຍໆບໍລິສັດ ທີ່ຈະເຂົ້າມາປະກອບທຸລະກິດໃນຫວຽດນາມ.”

ທ່ານ Sifkoff ເວົ້າວ່າ Starbucks ໄດ້ໃຊ້ເວລາດົນເຕີບ ກ່ອນ​ຈະສິນໃຈເຂົ້າໄປເປີດ
ຮ້ານຢູ່ຫວຽດນາມ ຍ້ອນວ່າທາງບໍລິສັດບໍ່ແນ່ໃຈວ່າ ພວກຄົນ ທ້ອງຖິ່ນຈະສາມາດຊື້
ຜະລິດຕະພັນຂອງຕົນໄດ້ຫຼືບໍ່ ແຕ່ວ່າມາ​ບັດ​ນີ້ ທ່ານຄາດວ່າ ບໍລິສັດອື່ນໆກໍຈະຕິດຕາມ
ມາເຊັ່ນກັນ ເນຶ່ືອງຈາກວ່າພວກຊາວໜຸ່ມກໍາລັງພາກັນເຮີ່ ບໍລິສັດຕ່າງປະເທດທີ່ມີຊື່ສຽງ
ກັນຫຼາຍ.