ໜັງສືພິມ The New York Times ລາຍງານວ່າ ພວກນັກລົບ
ເກົ່າຈາກສົງຄາມອີຣັກຫລາຍກວ່າ 600 ຄົນ ກ່າວວ່າ ເຂົາເຈົ້າ
ໄດ້ຖືກສານພິດອາວຸດເຄມີ ນັບແຕ່ປີ 2003 ເປັນຕົ້ນມາ ແລະ
ທຳນຽບຫ້າແຈໄດ້ເອົາບາດກ້າວແຕ່ພຽງເລັກ ນ້ອຍ ຫລືບໍ່ໄດ້
ເອົາເລີຍກໍມີ.
ລາຍງານທີ່ພິມເຜີຍແຜ່ໃນວັນພະຫັດວານນີ້ກ່າວວ່າ ລັດຖະມົນ
ຕີປ້ອງກັນປະເທດ ທ່ານ Chuck Hagel ໄດ້ຄົ້ນພົບການຖືກ
ສານພິດເຫຼົ່ານີ້ ໃນລະຫວ່າງ ທ່ານທົບທວນເບິ່ງຄໍາ ຖາມຕ່າງໆ
ທີ່ທະຫານໄດ້ຕອບ ໃນຕອນທ້າຍຂອງການຖືກສົ່ງໄປປະຕິບັດ
ງານໃນອີຣັກ.
ທະຫານຈຳນວນ 629 ຄົນ ໄດ້ລາຍງານວ່າຖືກສານພິດເຄມີ ຢູ່ໃນອີຣັກ ຮວມທັງແກັສ
ພິດ mustard ນຳດ້ວຍ.
ໜັງສືພິມ The Times ກ່າວວ່າ ຄົນອຶ່ນໆອາດໄດ້ຖືກສານພິດເຊັ່ນດຽວກັນ ຮວມທັງ
ທະຫານຕ່າງປະເທດ ພະນັກງານສັນຍາຈ້າງ ພ້ອມທັງທະຫານອິຣັກ ແລະພົນລະເຮືອນ.
ໜັງສືພິມສະບັບນີ້ກ່າວວ່າ ບັນດາເຈົ້າໜ້າທີ່ທໍານຽບຫ້າແຈ ບໍ່ຍອມຮັບຮູ້ກ່ຽວ ກັບກໍລະນີ
ຈຳນວນຫລວງຫລາຍທີ່ໄດ້ລາຍງານ ຫລືຕິດຕາມເບິ່ງພວກທະຫານ ທີ່ໄດ້ຮັບຜົນກະທົບ
ເພື່ອໃຫ້ການປິ່ນປົວເຂົາເຈົ້າຢ່າງພຽງພໍ. ຍັງບໍ່ແຈ່ມແຈ້ງວ່າ ເປັນຫຍັງທຳນຽບຫ້າແຈ ຈຶ່ງ
ບໍ່ເອົາບາດກ້າວ ແຕ່ກ່າວວ່າ ບັດນີ້ຈະຊອກຫາບັນດານັກລົບເກົ່າ ທີ່ລາຍງານວ່າ ໄດ້ຖືກ
ສານພິດເຄມີນັ້ນ.