ເຈົ້າໜ້າທີ່ກ່າວວ່າ ຊາວປາແລັສໄຕນ໌ຫຼາຍກວ່າ 300,000 ຄົນ ກັບຄືນເມືອຂົງເຂດກາຊາ

  • ວີໂອເອ

ປະຊາຊົນຊາວປາແລັສໄຕນ໌, ຜູ້ທີ່ພາກັນໜີຈາກຖິ່ນຖານໄປທາງພາກໃຕ້ ຢູ່ບໍລິເວນຊາຍແດນຂອງອິສຣາແອລ ໃນລະຫວ່າງສົງຄາມ, ພາກັນກັບເມືອບ້ານເຮືອນຂອງພວກເຂົາເຈົ້າ ຢູ່ບໍລິເວນພາກເໜືອຂອງເຂດ ກາຊາ, ເນື່ອງຈາກການຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ, ໃກ້ກັບເມືອງກາຊາ, ວັນທີ 27 ມັງກອນ 2025.

ລັດຖະບານທີ່ບໍລິຫານໂດຍກຸ່ມຮາມາສໃນຂົງເຂດກາຊາກ່າວວ່າ ປະຊາຊົນຫຼາຍ ກວ່າ 300,000 ຄົນທີ່ພັດຖິ່ນ ເນື່ອງຈາກສົງຄາມລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ, ໄດ້ພາກັນເດີນທາງກັບຄືນສູ່ພາກເໜືອຂອງກາຊາໃນວັນຈັນວານນີ້ ລຸນຫຼັງ ອິສຣາແອລ ໄດ້ເປີດດ່ານກວດກາ ແລະອະນຸຍາດໃຫ້ປະຊາຊົນກັບຄືນ ສູ່ຂົງເຂດດັ່ງກ່າວ.

ປະຊາຊົນຊາວປາແລັສໄຕນ໌ ສ່ວນຫຼາຍພາກັນຍ່າງ, ໄດ້​ພາ​ກັນຂົນສິ່ງຂອງ ສ່ວນຕົວອື່ນໆທີ່ພວກເຂົາເຈົ້າສາມາດເອົາມາໄດ້ ໃນຂະນະທີ່ພວກເຂົາເດີນ ທາງມຸ່ງໜ້າກັບຄືນເພື່ອເບິ່ງວ່າ ເຮືອນທີ່ເຄີຍຢູ່ຄັ້ງນຶ່ງຂອງພວກເຂົານັ້ນ ຍັງຢູ່ຫຼືບໍ່ ຫຼັງຈາກພວກເຂົາຖືກບັງຄັບໃຫ້ອອກໄປໃນຊ່ວງໄລຍະຕົ້ນຂອງ ສົງຄາມ. ​ແຕ່​ຫຼາຍໆ​ແຫ່ງ​ຢູ່ໃນພາກ​ພື້ນແຫ່ງນີ້​ໄດ້ຖືກທໍາລາຍກ້ຽງ​ ​ໃນ​ລະ​ຫວ່າງ​ການ​ຖິ້ມລະ​ເບີດ​ຂອງ​ອິສຣາ​ແອ​ລ ທີ່​ແນ​ເປົ້າໝາຍໃສ່​ພວກ​ຫົວ​ຮຸນ​ແຮງຮາມາສ ​ແລະ​ຕຶກ​ອາຄານ​ທີ່ອາໄສຢູ່ໂດຍກຸ່ມຮາ​ມາສ.

ປະຊາຊົນປະມານນຶ່ງລ້ານຄົນ ໄດ້ຖືກສັ່ງໃຫ້ອອກຈາກພາກເໜືອຂອງເຂດ ກາຊາ, ໃນຂະນະທີ່ການໂຈມຕີຂອງ ອິສຣາແອລ ເລີ້ມຕົ້ນຂຶ້ນໃນເດືອນຕຸລາ ປີ 2023. ຈົນຮອດປັດຈຸບັນນີ້, ທະຫານ ໄດ້ປ້ອງກັນການກັບຄືນໄປຂອງ ພວກເຂົາເຈົ້າ.

ການກັບຄືນຂອງຊາວປາແລັສໄຕນ໌ໄປຍັງຂົງເຂດກາຊາ ມີຂຶ້ນໃນໄລຍະຕົ້ນ 6 ອາທິດທໍາອິດຂອງການຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ, ສົ່ງຜົນໃຫ້ມີການປົດປ່ອຍໂຕປະກັນ 7 ຄົນ ທີ່ຖືກກັກຂັງຢູ່ໃນຂົງເຂດກາຊາ, ການປ່ອຍນັກໂທດຊາວປາແລັສໄຕນ໌ 300 ຄົນທີ່ຖືກຈັບໂດຍ ອິສຣາແອລ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳເຂົ້າໄປໃນຂົງເຂດກາຊາ ເພີ້ມຂຶ້ນ.

ເຈົ້າໜ້າທີ່ອິສຣາແອລ ກ່າວໃນວັນຈັນວານນີ້ວ່າ ກຸ່ມຮາມາສ ໄດ້ໃຫ້ຂໍ້ມູນກ່ຽວ ກັບບັນດາໂຕປະກັນທີ່ຍັງເຫຼືອ ທີ່​ມີ​ກຳ​ນົດ​ໄດ້​ຮັບ​ການປ່ອຍໂຕໃນຂັ້ນຕອນທຳ ອິດຂອງການຢຸດຍິງ, ລວມທັງ 8 ຄົນໃນຈຳນວນທີ່ຍັງຖືກຈັບຢູ່ນັ້ນ ແມ່ນເສຍຊີວິດແລ້ວ.

ພວກຊາວປາແລັສໄຕນ໌ພັດຖິ່ນ ເດີນທາງໄປຮອດເຂດກາຊາ (Gaza Strip), ຫຼັງຈາກອິສຣາແອລ ໄດ້ຕັດສິນອະນຸຍາດໃຫ້ຫຼາຍພັນຄົນກັບຄືນເຂົ້າໄປເປັນເທື່ອທຳອິດ ນັບຕັ້ງແຕ່ສົງຄາມກັບກຸ່ມຮາມາສ ໄດ້ເລີ້ມຂຶ້ນເມື່ອຕົ້ນອາທິດຂອງເດືອນທີ 15, ວັນທີ 27 ມັງກອນ 2025.

ການ​ປ່ອຍໂຕ​ປະກັນ​ຮອບ​ຕໍ່​ໄປ ​ແມ່ນ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ອາທິດ​ນີ້.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ກ່າວໃນທ້າຍອາທິດທີ່ຜ່ານມາ ວ່າ ທ່ານຢາກໃຫ້ປະ​ເທດ ຈໍແດັນ ແລະ ອີຈິບ ຮັບເອົາຊາວປະຊາຊົນຊາວ ປາແລັສໄຕນ໌ ທີ່ພັດຖິ່ນນັ້ນ ເພີ້ມຂຶ້ນ, ເຊິ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມ ເພື່ອ “ທໍາຄວາມສະອາດ” ຂົງເຂດກາຊາ. ​ແຕ່​ສອງ​ປະ​ເທດ ​ໄດ້​ປະຕິ​ເສດຕໍ່​ຂໍ້​ສະ​ເໜີ​ດັ່ງກ່າວ ​ໂດຍ​ໃຫ້ເຫດຜົນ​ວ່າ ວິທີ​ດຽວ​ທີ່ຈະ​ກ້າວ​ໄປ​ໜ້າໄດ້ ​ແມ່ນ​ການ​ສ້າງ​ລັດ​ປາ​ແລັ​ສ​ໄຕນ໌ ຄຽງ​ຄູ່​ກັບ ​ອິສຣາ​ແອລ.

ສະຫະລັດ ໄດ້ສະ​ໜັບ​ສະ​ໜູນການເປັນ​ລັດປາ​ແລັ​ສ​ໄຕນ໌​ມາ​ເປັນ​ເວ​ລາ​ດົນ​ນານ, ແຕ່ນາ​ຍົກ​ລັດ​ຖະ​ມົນ​ຕີອິ​ສ​ຣາ​ແອລ ທ່ານ ເບັນຈາມິນ ເນຕັນຢາຮູ ບໍ່ເຫັນດີນໍາ​ແນວ​ຄວາມ​ຄິດດັ່ງກ່າວນີ້.

ສົງຄາມ​ຢູ່ໃນຂົງ​ເຂດ​ກາຊາ ໄດ້ເລີ້ມຕົ້ນມຂຶ້ນ​ໃນ​ວັນ​ທີ 7 ຕຸລາ ​ປີ 2023, ເມື່ອກຸ່ມ​ຮາ​ມາ​ສບຸກ​ໂຈມ​ຕີ ​ອິສຣາ​ແອລ ​ເຊິ່ງ​ໄດ້​ສັງຫານປະຊາຊົນຈໍານວນ 1,200 ຄົນ ​ແລະ​ຈັບໂຕປະກັນອີກ 250 ຄົນ​. ການ​ໂຈມ​ຕີ​ຂອງ ​ອິສຣາ​ແອ​ລ ​ໃນຂົງ​ເຂດ​ກາຊາ​ ໄດ້​ສັງຫານ​ປະຊາຊົນຢ່າງ​ໜ້ອຍ 47,300 ຄົນ, ​ໃນ​ນັ້ນ ​ສ່ວນ​ໃຫຍ່​ແມ່ນ​ແມ່ຍິງ ​ແລະ​ເດັກນ້ອຍ, ອີງ​ຕາມ​ເຈົ້າໜ້າ​ທີ່​ສາທາ​ລະນະ​ສຸກ. ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດທັງໝົດ ​ລວມມີ​ພວກ​ຫົວ​ຮຸນ​ແຮງຈໍານວນ 17,000 ຄົນ.

ອ່ານນີ້ເປັນພາສາອັງກິດ