ຊາວປາແລັສໄຕນ໌ ເສຍຊີວິດຫຼາຍກວ່າ 100 ຄົນ ແລະບາດເຈັບອີກຫຼວງຫຼາຍ ໃນລະຫວ່າງການແຈກຢາຍອາຫານຢູ່ຂົງເຂດກາຊາ

  • ວີໂອເອ

ພວກຜູ້ຊາຍທີ່ຂົນສົ່ງຊາວປາແລັສໄຕນ໌ກ່າວວ່າ ຖືກສັງຫານໃນເຫດການຕອນເຊົ້າ ເມື່ອຝູງຊົນແຮ່ເຂົ້າໃສ່ລົດບັນທຸກທີ່ຂົນສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາໃນເມືອງກາຊາ, ວັນທີ 29 ກຸມພາ 2024.

ມີຊາວປາແລັສໄຕນ໌ເສຍຊີວິດຢ່າງໜ້ອຍ 112 ຄົນ ໃນຂະນະຂໍການຊ່ວຍເຫຼືອດ້ານມະນຸດສະທຳ ໂດຍຖືກສັງຫານຢູ່ເມືອງກາຊາ ໃນຕອນເຊົ້າຂອງວັນພະຫັດວານນີ້ ແລະມີຜູ້ບາດເຈັບອີກຈໍານວນຫຼາຍ, ໂດຍພະຍານ ແລະເຈົ້າໜ້າທີ່ສາທາລະນະສຸກຂອງເຂດກາຊາ ກ່າວວ່າ ເປັນຜົນມາຈາກການຍິງຂອງຝ່າຍອິສຣາແອລ. ອິສຣາແອລໄດ້ໂຕ້ແຍ້ງໃນທັນທີ ໂດຍກ່າວວ່າ ຜູ້ຄົນຈຳນວນຫຼາຍຢຽບກັນເອງ ແລະຖືກຢຽບໂດຍລົດບັນທຸກການຊ່ວຍເຫຼືອ ໃນຂະນະທີ່ກຳລັງຂັບໜີຢູ່ນັ້ນ.

ຄວາມຮຸນແຮງຄັ້ງຫຼ້າສຸດ ໄດ້ເຮັດໃຫ້ຈໍານວນຜູ້ເສຍຊີວິດຂອງຊາວປາແລັສໄຕນ໌ໃນສົງຄາມເປັນເວລາເກືອບ 5 ເດືອນຜ່ານມານີ້ ເພີ້ມຂຶ້ນຫຼາຍກວ່າ 30,000 ຄົນ, ພ້ອມດ້ວຍຜູ້ບາດເຈັບອີກ 70,000 ຄົນ, ແລະຫຼາຍໆຄົນຍັງຄົງຫາຍສາບສູນພາຍໃຕ້ຊາກຫັກພັງຕ່າງໆ, ອີງຕາມກະຊວງສາທາລະນະສຸກຂອງກຸ່ມຮາມາສທີ່ປົກຄອງຂົງເຂດກາຊາ.

ຊາວປາແລັສໄຕນ໌ ຍົກຍ້າຍຮ່າງຂອງຜູ້ເສຍຊີວິດ ລຸນຫຼັງສິ່ງທີ່ກະຊວງສາທາລະນະສຸກປາແລັສໄຕນ໌ກ່າວວ່າ ຖືກອິສຣາແອລຍິງປືນໃສ່ຜູ້ຄົນທີ່ລໍຖ້າການຊ່ວຍເຫຼືອໃນເມືອງກາຊາ, ໃນພາບຄ້າງທີ່ຖ່າຍຈາກວີດີໂອ, ວັນທີ 29 ກຸມພາ 2024. (Reuters TV via Reuters)

ເຈົ້າ​ໜ້າ​ທີ່​ໂຮງ​ໝໍໃນຂົງເຂດກາຊາ​ລາຍ​ງານ​ໃນ​ເບື້ອງ​ຕົ້ນ​ວ່າ ການ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອ​ລ ໃສ່​ຝູງ​ຊົນ​ຢູ່​ອ້ອມ​ຮອບບໍລິເວນໂຮງໝໍ ອາລ-ນາບູສີ (al-Nabusi) ເຊິ່ງເປັນສ່ວນນຶ່ງທີ່ຕັ້ງຢູ່ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງກາຊາ. ແລ້ວໃນເວລາຕໍ່​ມາ​ ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ກອງທັບ​ອິສຣາ​ແອ​ລ​ໄດ້​ຍິງ​ປືນ​ໃສ່​ຜູ້ຄົນ​ທີ່ພາກັນ​ດຶງຖົງ​ແປ້ງ ​ແລະອາຫານ​ກະປ໋ອງ​ອອກ​ຈາກ​ລົດ​ບັນທຸກການ​ຊ່ວຍ​ເຫຼືອເຫຼົ່ານັ້ນ.

ການຊ່ວຍເຫຼືອພຽງເລັກໜ້ອຍສາມາດເຂົ້າ​ໄປ​ເຖິງ​ພາກ​ເໜືອ​ຂອງ​ເຂດກາຊາ ໃນ​ບໍ່ເທົ່າໃດອາ​ທິດທີ່​ຜ່ານ​ມາ ແລະ​ຄວາມ​ອຶດ​ຫິວ​ກໍ​ໄດ້​ເພີ້ມ​ຄວາມຮຸນແຮງຂຶ້ນ. ອົງການ​ສະຫະ​ປະຊາ​ຊາດ​ເຕືອນ​ວ່າ ໄພແຫ່ງຄວາມ​ອຶດ​ຫີ​ວກຳລັງ​ຫຍັບໃກ້ເຂົ້າມາ.

ປະຊາຊົນ ໄວ້ທຸກຢູ່ທີ່ໂຮງໝໍ ອາລ-ຊີຟາ ໃນເມືອງກາຊາ ຕຊ່ຮ່າງຜູ້ເສຍຊີວິດຊາວປາແລັສໄຕນ໌ ທີ່ຖືກສັງຫານໃນເຫດການຕອນເຊົ້າ ເມື່ອຝູງຊົນແຮ່ເຂົ້າລົດບັນທຸກການຊ່ວຍເຫຼືອດ້ານມະນຸດສະທໍາ ໃນເມືອງກາຊາ, ວັນທີ 29 ກຸມພາ 2024.

ໃນເບື້ອງຕົ້ນ, ເຈົ້າໜ້າທີ່ອິສຣາແອລຍອມຮັບວ່າ ທະຫານໄດ້ປະຕິບັດການຍິງ, ໂດຍກ່າວວ່າ ພວກເຂົາເຮັດດັ່ງນັ້ນ ເນື່ອງຈາກພວກເຂົາເຈົ້າຄິດວ່າ ປະຊາຊົນທີ່ແລ່ນໄປຫາລົດບັນທຸກຊ່ວຍເຫຼືອນັ້ນ "ມີທ່າທີເປັນໄພຂົ່ມຂູ່."

ແຕ່​ໃນ​ຖະ​ແຫຼ​ງການ​ທາງ​ວີ​ດີ​ໂອ​ທີ່​ໄດ້​ໂພສລົງໃນ​ສື່ສັງຄົມ X ຂອງຕອນແລງວັນພະຫັດວານນີ້, ​ໂຄສົກ​ຂອງ​ກອງ​ກຳລັງ​ປ້ອງ​ກັນອິສຣາ​ແອ​ລ ຫຼື IDF ກ່າວ​ວ່າ ທະຫານ​ມີແຕ່ຍິງ “​ເຕືອນພຽງເລັກໜ້ອຍ​” ​ເພື່ອ​ຂັບ​ໄລ່​ຝູງຊົນ.

ຊາວປາແລັສໄຕນ໌ ຍ່າງຜ່ານເສດຊາກຫັກເພ ຈາກການໂຈມຕີຂອງອິສຣາແອລໃສ່ສູນອົບພະຍົບ ຈາບາລິຢາ ໃນແຫຼມກາຊາ, ວັນທີ 29 ກຸມພາ 2024.

ໂຄສົກດ້ານຄວາມໝັ້ນຄົງ ພົນເຮືອຕີ ເດນຽລ ຮາກາຣີ (Daniel Hagari) ກ່າວວ່າ "ບໍ່ມີການຍິງໂຈມຕີຈາກ IDF ຕໍ່ຂະບວນການຊ່ວຍເຫຼືອ", ແລະກ່າວຕື່ມວ່າ ພວກລົດຖັງຂອງອິສຣາແອລ ໄດ້ເຂົ້າໄປຢູ່ທີ່ນັ້ນ ກໍເພື່ອປ້ອງກັນເສັ້ນທາງການຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ແກ່ຂະບວນລົດບັນທຸກ 38 ຄັນແລ່ນຜ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ