ນາຍົກລັດຖະມົນຕີຣັດເຊຍ ກ່າວວ່າ ການກ່າວຫາວ່າປະເທດ
ຂອງທ່ານ ຖິ້ມລະເບີດໃສ່ພົນລະເຮືອນຢູ່ໃນຊີເຣຍນັ້ນ ແມ່ນບໍ່
ເປັນຄວາມຈິງ.
ໃນການຖະແຫຼງທີ່ກອງປະຊຸມຄວາມໝັ້ນຄົງຢູ່ນະຄອນມິວນິກ
ໃນວັນເສົາມື້ນີ້ ທ່ານ Dmitry Medvedev ກ່າວວ່າ ບໍ່ມີຫລັກ
ຖານໃດໆສະແດງໃຫ້ເຫັນກ່ຽວກັບການຖິ້ມລະເບີດເລີຍ.
ທ່ານໃຫ້ຄວາມເຫັນດັ່ງກ່າວຫລັງຈາກນາຍົກລັດຖະມົນຕີຝຣັ່ງ
ທ່ານ Manuel Valls ຮຽກຮ້ອງໃຫ້ຣັດເຊຍຢຸດເຊົາການຖິ້ມລະ
ເບີດໃສ່ພົນລະເຮືອນຢູ່ໃນຊີເຣຍໂດຍເວົ້າວ່າມັນເປັນເລື້ອງສຳ
ຄັນເພື່ອໃຫ້ມີການບັນລຸການແກ້ໄຂແບບສັນຕິ.
ນາຍົກລັດຖະມົນຕີຣັດເຊຍ ແລະຝຣັ່ງ ແມ່ນຮວມຢູ່ໃນ ບັນດາຄະນະຜູ້ແທນ ຈາກຢູໂຣບ
ສະຫະລັດແລະຈາກປະເທດອື່ນໆປະຊຸມກັນຕື່ມອີກໃນວັນເສົາມື້ນີ້ໃນຄວາມພະຍາຍາມ
ເພື່ອຫາທາງຍຸຕິຄວາມຮຸນແຮງທີ່ດຳເນີນມາເປັນເວລາເກືອບຫ້າປີ ຢູ່ໃນປະເທດຊີເຣຍ.
ໃນມື້ວານນີ້ ບໍ່ເທົ່າໃດຊົ່ວໂມງຫລັງຈາກພວກຜູ້ນຳຂອງໂລກໄດ້ປະກາດກ່ຽວກັບຂໍ້ຕົກລົງ
ທີ່ກອງປະຊຸມເພື່ອຊຸກຍູ້ໃຫ້ມີການຍຸຕິການເປັນປໍລະປັກກັນຢູ່ໃນຊີເຣຍພາຍໃນເວລານຶ່ງ
ອາທິດຊຶ່ງການຕົກລົງດັ່ງກ່າວນີ້ແມ່ນພວມຈະໄດ້ຮັບການທົດສອບ.
Your browser doesn’t support HTML5
Syria Cease-fire Deal Draws Skepticism as Russian Airstrikes Continue
ໃນການໃຫ້ສຳພາດທີ່ພິມເຜີຍແຜ່ໃນວັນສຸກວານນີ້ ປະທານາທິບໍດີຊີເຣຍ ທ່ານ Bashar
al-Assad ກ່າວຕໍ່ອົງການຂ່າວຝຣັ່ງວ່າ ກຳລັງຂອງທ່ານ ມີແຜນການ ທີ່ຈະເຂົ້າຍຶດເອົາ
ເຂດຕ່າງໆ ໃນທົ່ວປະເທດຄືນ ຊຶ່ງໄດ້ພາໃຫ້ ມີຄວາມສົງໄສເພີ້ມຕື່ມ ກ່ຽວກັບຄວາມໝັ້ນ ໝາຍຂອງພັກຝ່າຍຕ່າງໆ ທີ່ຈະຍຸຕິບັນຫາຂັດແຍ້ງນີ້.
ທ່ານ Assad ເວົ້າວ່າ ການເຂົ້າຍຶດເອົາເຂດຕ່າງໆ ໃນທົ່ວປະເທດຄືນ ອາດຈະໃຊ້ເວລາ
ດົນນານ. ປະທານາທິບໍດີຊີເຣຍກ່າວວ່າ ທ່ານສະໜັບສະໜຸນການດຳເນີນຄວາມພະຍາ ຍາມເພື່ອສ້າງສັນຕິພາບແຕ່ກໍເຕືອນວ່າ ການເຈລະຈາບໍ່ໄດ້ໝາຍຄວາມວ່າ ພວກເຮົາຈະ
ຢຸດເຊົາການປາບປາມພວກກໍ່ການຮ້າຍ.
Your browser doesn’t support HTML5
Kurdish Forces Capture Rebel-Held Air Base in Syria