ຫລັງຈາກລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ຍອມຮັບວ່າ
ທ່ານໄດ້ພົບພໍ້ 2 ຄັ້ງ ກັບເອກອັກຄະລັດຖະທູດຣັດເຊຍ ທ່ານ Sergei Kislyak ໃນ
ລະຫວ່າງການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີໃນປີກາຍນີ້ແລະບໍ່ໄດ້ແຈ້ງ
ການໂອ້ລົມດັ່ງກ່າວ ໃຫ້ແກ່ຄະນະກຳມະການຂອງສະພາສູງ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານນັ້ນ ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ຍັງສືບຕໍ່ປະເຊີນໜ້າ
ກັບການເປີດເຜີຍໃໝ່ໆ ໃນການພົບພໍ້ທີ່ມີການປົກປິດຜ່ານມາ ກັບທ່ານ Kislyak.
ທ່ານ Sessions ກ່າວໃນວັນພະຫັດຜ່ານມານີ້ວ່າ ທ່ານຈະບໍ່ກ່ຽວຂ້ອງ ໃນການສືບ
ສວນໃດໆກໍຕາມ ຂອງລັດຖະບານກາງ ກ່ຽວກັບການກ່າວຫາທີ່ວ່າ ຣັດເຊຍໄດ້ເຂົ້າ
ມາຫຍຸ້ງກ່ຽວແຊກແຊງໃນການເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2016. ປະ
ທານາທິບໍດີທຣຳ ແລະເຈົ້າໜ້າທີ່ຂອງທຳນຽບຂາວ ແນວໃດກໍຕາມຍັງຕ້ອງໄດ້ຮັບມື
ກັບຜົນກະທົບໃນທາງທີ່ບໍ່ດີ ຈາກການພົບພໍ້ ກັບເອກອັກຄະລັດຖະທູດຣັດເຊຍ ທີ່ມີ
ຂຶ້ນຢູ່ຕຶກ Trump Tower ໃນນະຄອນນິວຢອກ ເມື່ອເດືອນທັນວາຜ່ານມາ ກັບລູກ
ເຂີຍຂອງທ່ານທຣຳ ທ່ານ Jared Kushner ແລະທ່ານ Michael Flynn ທີ່ປຶກສາ
ດ້ານຄວາມໝັ້ນຄົງແຫ່ງຊາດທີ່ໄດ້ຖືກປົດອອກຈາກຕຳແໜ່ງໄປແລ້ວນັ້ນ.
ທ່ານ Flynn ໄດ້ຖືກປົດ ລຸນຫລັງທີ່ໄດ້ເຂົ້າຮັບໜ້າທີ່ພຽງ 24 ມື້ເທົ່ານັ້ນ ເວລາຂໍ້ມູນ
ໄດ້ປາກົດອອກມາວ່າ ທ່ານໄດ້ຕົວະພວກເຈົ້າໜ້າທີ່ຂັ້ນສູງກ່ຽວກັບການໂອ້ລົມຂອງ
ທ່ານ ກັບທ່ານ Kislyak.
ໂຄສົກຂອງທຳນຽບຂາວ ທ່ານນາງ Hope Hicks ກ່າວໃນວັນພະຫັດຜ່ານມານີ້ວ່າ
ຈຸດປະສົງໃນການພົບພໍ້ ທີ່ Trump Tower ກໍແມ່ນເພື່ອຈັດຕັ້ງການຕິດຕໍ່ລະຫວ່າງ
ລັດຖະບານສະຫະລັດທີ່ພວມຈະເຂົ້າຮັບໜ້າທີ່ ແລະເອກອັກຄະລັດຖະທູດຣັດເຊຍ.
ທ່ານນາງກ່າວວ່າ ການພົບພໍ້ແບບນີ້ແມ່ນເປັນເລື່ອງທຳມະດາແລະກ່າວຕື່ມວ່າທ່ານ
Kushner ຍັງໄດ້ພົບພໍ້ກັບພວກຜູ້ຕາງໜ້າຂອງປະເທ ອື່ນໆອີກ 20 ກວ່າປະເທດ.
ເມື່ອມີການຖາມໃນວັນສຸກວານນີ້ວ່າ ເປັນຫຍັງການພົບພໍ້ທີ່ Trump Tower ຈຶ່ງຫາ
ກໍມີການເປີດເຜີຍ ໂຄສົກຂອງທຳນຽບຂາວ ທ່ານ Sean Spicer ກ່າວວ່າ “ນີ້ບໍ່ແມ່ນ
ຄວາມລັບ ມັນເປັນພຽງແຕ່...ທີ່ຈິງແລ້ວ ຂ້່າພະເຈົ້າກໍບໍ່ຮູ້ກ່ຽວກັບເລື່ອງນີ້ ແລະດັ່ງນັ້ນ
ຂ້າພະເຈົ້າຈຶ່ງບໍ່ຄິດວ່າມີຄົນມອງເຫັນເປັນເລື່ອງທີ່ສຳຄັນເລີຍ. ບໍ່ມີການຫາລືກ່ຽວກັບ
ນະໂຍບາຍໃດໆ.”
ເມື່ອມີການຖາມກ່ຽວກັບລາຍງານທີ່ວ່າ ທ່ານ Kislyak ໄດ້ຫລົບພວກນັກຂ່າວ ໂດຍ
ສັງເກດເຫັນວ່າທ່ານໄດ້ໃຊ້ທາງເຂົ້າ Trump Tower ທີ່ບໍ່ມີຄົນເຫັນຫຼາຍ ທ່ານນາງ
Sarah Sanders ຊຶ່ງເປັນຮອງ ຂອງທ່ານ Spicer ເວົ້າວ່າ ທ່ານນາງກໍບໍ່ແນ່ໃຈວ່າ
ນັ້ນ ເປັນຄຳຕອບທີ່ຖືກຕ້ອງຫຼືບໍ່ ແຕ່ກໍຈະເຂົ້າໄປສຶກສາເບິ່ງກ່ຽວກັບເລື່ອງນີ້.