ກຳລັງທະຫານທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ໄດ້ສົ່ງພວກນັກລົບຂອງ ກຸ່ມລັດອິສລາມ ໄປໃຫ້ພວກເຈົ້າໜ້າທີ່ຢູ່ໃນອີຣັກ ໃນຂະນະທີ່ເຂົາເຈົ້າລໍຖ້າເລີ້ມລົງມືປະຕິບັດການກວດລ້າງຢູ່ໃນພື້ນທີ່ແຫ່ງສຸດທ້າຍຂອງຊີເຣຍທີ່ຄຸ້ມຄອງໂດຍກຸ່ມນັກລົບດັ່ງກ່າວ.
ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອີຣັກຄົນນຶ່ງ ກ່າວຕໍ່ອົງການຂ່າວ ເອພີ (Associate Press) ໃນວັນພະຫັດມື້ນີ້ວ່າ ການສົ່ງພວກນັກລົບດັ່ງກ່າວໄປ ນັ້ນແມ່ນມີພວກນັກລົບກຸ່ມລັດອິສລາມຊາວອີຣັກຫລາຍກວ່າ 150 ຄົນ ໃນຂະນະທີ່ອົງການຂ່າວຣອຍເຕີ້ທີ່ອ້າງເຖິງຄຳເວົ້າຂອງເຈົ້າເມືອງໃນທ້ອງຖິ່ນດັ່ງກ່າວຂອງອີຣັກ ລາຍງານວ່າ ມີລົດບັນທຸກ 10 ຄັນ ຂົນເອົາພວກນັກລົບຊາວອີຣັກ ແລະຊາວຕ່າງປະເທດເຂົ້າໄປຍັງອີຣັກ.
ກຳລັງທະຫານຂອງກອງທັບປະຊາທິປະໄຕຊີເຣຍທີ່ນຳພາໂດຍຊາວເຄີດ ລໍຖ້າ ໃຫ້ພວກພົນລະເຮືອນຍົກຍ້າຍອອກໄປຈາກບ້ານແບັກຮຸສ (Baghuz) ໝົດເສຍກ່ອນ ຈຶ່ງຈະເລີ້ມທຳການໂຈມຕີເພື່ອປົດປ່ອຍຂົງເຂດດັ່ງກ່າວ.
“ພວກນັກລົບຂອງກຸ່ມ ISIS ທີ່ເດັດດ່ຽວທີ່ສຸດຍັງເຫລືອຢູ່," ນັ້ນຄືຄຳເວົ້າຂອງ ກຳລັງປະສົມທົ່ວໂລກຂຽນຢູ່ໃນທວີດເຕີ ໃນວັນພຸດວານນີ້ ໂດຍໃຊ້ຊື່ຫຍໍ້ຂອງກຸ່ມກໍ່ການຮ້າຍ, ແລະກ່າວຕໍ່ໄປອີກວ່າ ກຳລັງທະຫານທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ "ສືບຕໍ່ໃຫ້ການຕ້ອນຮັບແກ່ພວກພົນລະເຮືອນທີ່ພະຍາຍາມຫລົບໜີໄປຫາບ່ອນປອດໄພ."
ຖະແຫລງການຂອງກຳລັງປະສົມ ມີຂຶ້ນບໍ່ເທົ່າໃດຊົ່ວໂມງພາຍຫລັງທີ່ກຳລັງທະຫານຂອງກອງທັບປະຊາທິປະໄຕຊີເຣຍ ທີ່ນຳພາໂດຍຊາວເຄີດໄດ້ທັບມ້າງສະພາບສູ້ຢັນບໍ່ໄປບໍ່ມາກັບພວກນັກລົບຂອງກຸ່ມ IS ໄດ້ນັ້ນ ຍັງຍຶດຄອງເອົາບ້ານ ແບັກຮຸສ (Baghuz) ໄວ້, ເພື່ອຮັບປະກັນໃຫ້ມີການປ່ອຍຕົວພົນລະເຮືອນຫຼາຍຮ້ອຍຄົນ ລວມທັງຜູ້ຍິງ ແລະເດັກນ້ອຍ.
"ພາຍຫລັງທີ່ໄດ້ໃຊ້ຄວາມພະຍາຍາມມາເປັນເວລາຫລາຍມື້, ພວກເຮົາສາມາດຍົກຍ້າຍເອົາຄົນອອກງວດທຳອິດມື້ນີ້," ນັ້ນຄືຄຳເວົ້າຂອງທ່ານມຸສຕາຟາ ບາລີ (Mustafa Bali) ໂຄສົກຂອງກອງທັບ SDF ກ່າວຕໍ່ອົງການຂ່າວຝຣັ່ງ AFP.
ພວກທີ່ເຫັນເຫດການເວົ້າວ່າ ພວກເຂົາເຈົ້າເຫັນຂະບວນລົດບັນທຸກປະມານ 10 ຄັນ ແລ່ນອອກໄປຈາກເຂດຄຸ້ມຄອງສຸດທ້າຍຂອງກຸ່ມລັດອິສລາມ, ຊຶ່ງເປັນບໍລິ
ເວນນ້ອຍໆ ແຫ່ງນຶ່ງ ທີ່ເຕັມໄປດ້ວຍຜ້າເຕັ້ນຄຸມຢັງຢາຍອອກໄປບໍ່ເຖິງຫລາຍຮ້ອຍຕາລາງແມັດ.
ພວກເຂົາເຈົ້າເວົ້າວ່າ ລົດບັນທຸກຕ່າງໆ ໄດ້ຂົນສົ່ງເອົາໄປຫລາຍຮ້ອຍຄົນ. ຢ່າງໜ້ອຍລົດບັນທຸກ 2 ຄັນໄດ້ຂົນເອົາພວກຜູ້ຊາຍທີ່ເປັນນັກຮົບຂອງກຸ່ມ IS ທີ່ໄດ້ຍອມຈຳນົນ.
ລົດບັນທຸກຄັນນຶ່ງໄດ້ຂົນເອົາພວກຜູ້ຊາຍທີ່ເປັນນັກຮົບຂອງກຸ່ມ IS ທີ່ຍອມຈຳນົນຕໍ່ກອງທັບ SDF ອອກຈາກບ້ານ Baghuz ໃນວັນທີ 20 ກຸມພາ, 2019
ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງຂອງກຳລັງ SDF ຄົນນຶ່ງເວົ້າວ່າ ການຄາດຄະເນຂັ້ນຕົ້ນສະແດງໃຫ້ເຫັນວ່າ ມີຫຼາຍເຖິງ 2,000 ຄົນສາມາດອອກຈາກບ້ານແບັກຮຸສ (Baghuz) ໄປໄດ້ໃນວັນພຸດວານນີ້. ແຕ່ທ່ານກໍເວົ້າວ່າ ອາດຈະມີ 1,000 ຄົນອີກທີ່ຍັງຄ້າງຢູ່ຫັ້ນ, ຊຶ່ງໝົດທຸກຄົນໃນນັ້ນແນພວກນັກລົບຂອງກຸ່ມ IS ຫລືຄອບຄົວຂອງກຸ່ມ IS ແລະເວົ້າວ່າ ພວກເຂົາສ່ວນຫລາຍແລ້ວແມ່ນມາຈາກປະເທດອີຣັກ.
ແຕ່ວ່າ ພວກເຈົ້າໜ້າທີ່ທະຫານ SDF ເວົ້າວ່າ ພວກເຂົາເຈົ້າຍັງບໍ່ຢາກຕັດສິນໃຈບຸກເຂົ້າໄປໂຈມຕີພວກນັກລົບທີ່ຍັງເຫລືອຢູ່ທີ່ນັ້ນເທື່ອ ຈົນກວ່າວ່າຈະໄດ້ຍົກຍ້າຍເອົາພວກພົນລະເຮືອນ ອອກໄປໝົດເສຍກ່ອນ.