ລັດຖະບານ ສປປ ລາວຍັງດຳເນີນການຕໍ່ໄປກ່ຽວກັບການສ້າງເຂື່ອນໃໝ່ຢູ່ໃນເຂດລຸ່ມແມ່ນໍ້າຂອງ ທີ່ພາໃຫ້ພວກນັກວິທະຍະສາດ ແລະນັກເຄື່ອນໄຫວອອກມາເຕືອນເຖິງໄພຂົ່ມຂູ່ ທີ່ເພີ້ມທະວີຂຶ້ນ ຕໍ່ຄວາມປອດໄພທາງດ້ານອາຫານຢູ່ໃນຂົງເຂດ.
ສປປ ລາວ ໄດ້ແຈ້ງໃຫ້ຄະນະກຳມາທິການແມ່ນໍ້າຂອງສາກົນ ຫຼື MRC ຊຶ່ງເປັນອົງການ ຈັດຕັ້ງ ຂອງສີ່ລັດຖະບານ ໃນຕົ້ນເດືອນນີ້ວ່າ ການກະກຽມເພື່ອສ້າງເຂື່ອນປາກແບງທີ່ມີ ຄວາມແຮງ 912 ເມກາວັດຢູ່ແຂວງອຸດົມໄຊທາງພາກເໜືອຂອງ ສປປ ລາວ ນັ້ນໄດ້ເລີ້ມ ລົງມືແລ້ວ.
ເຂື່ອນປາກແບງ ຈະເປັນເຂື່ອນທີສາມ ໃນເຂດລຸ່ມແມ່ນໍ້າຂອງທີ່ສ້າງໃສ່ກະໂຕລຳແມ່ນ້ຳ ຂອງ ທີ່ຢູ່ໃນຄວາມຄວບຄຸມຂອງລາວ. ເຂື່ອນໄຊຍະບູຣີທີ່ມີມູນຄ່າ 3 ພັນ 5 ຮ້ອຍລ້ານໂດລາແລະເຂື່ອນດອນສະໂຮງ ທີ່ຕັ້ງຢູ່ໃກ້ຊາຍແດນກຳປູເຈຍເປັນສ່ວນນຶ່ງ ຂອງ 11 ເຂື່ອນ ທີ່ໄດ້ວາງແຜນໄວ້ ຈະສ້າງໃສ່ລຳແມ່ນໍ້າຂອງ.
ສປປ ລາວ ກ່າວວ່າ ການສ້າງເຂື່ອນເປັນກະແຈໃນການພັດທະນາເສດຖະກິດໄລຍະ ຍາວ ເພື່ອສົ່ງເສີມໃຫ້ປະເທດ ກາຍເປັນ “ເປັນໝໍ້ໄຟ” ຂອງເອເຊຍ ເຖິງແມ່ນວ່າ ການຂາຍໄຟຟ້າຢູ່ໃນຂົງເຂດສ່ວນໃຫຍ່ແລ້ວແມ່ນສົ່ງໄປປະເທດໄທທີ່ເປັນເພື່ອນບ້ານ.
ແມ່ນໍ້າຂອງທີ່ໄຫລຜ່ານ ນະຄອນຫລວງວຽງຈັນ.
ທ່ານນາງ Maureen Harris ຜູ້ອຳນວຍການ ອົງການແມ່ນໍ້າສາກົນ ຊຶ່ງເປັນ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນເຂດເອເຊຍຕາເວັນອອກສຽງໃຕ້ ກ່າວ ຕໍ່ວີໂອເອວ່າ “ການກໍ່ສ້າງເຂື່ອນປາກແບງ ແມ່ນພາໃຫ້ມີຄວາມສ່ຽງເພີ້ມຂຶ້ນຕໍ່ ການສ້າງຄວາມເສຍຫາຍຮ້າຍແຮງຕໍ່ລະບົບນິເວດທີ່ສຳຄັນຂອງແມ່ນໍ້າຂອງທີ່ລ້ຽງດູ 60 ລ້ານຄົນຢູ່ໃນຂົງເຂດ.
ທ່ານນາງກ່າວວ່າ “ເຂື່ອນນີ້ຈະມີຜົນກະທົບທີ່ສຳຄັນຕໍ່ຕອນລຸ່ມຂອງແມ່ນ້ຳຂອງໃນຖາ ນະທີ່ເປັນໂຄງການຢູ່ເໜືອສຸດຂອງຫຼາຍໆເຂື່ອນ. ໂດຍສະເພາະຢ່າງຍິ່ງມັນຈະເປັນຜົນ ຕໍ່ການໄຫລຂອງດິນຝຸ່ນ ແຕ່ຍັງຈະເປັນຜົນກະທົບຕໍ່ການຫາປາ. ແລະຄວາມເປັນຫ່ວງຂອງພວກເຮົາຍັງກ່ຽວກັບໂຄງການຫ້ອມລ້ອມຕ່າງໆທີ່ກຳລັງຈະດຳເນີນການໄປໜ້າ.”
ຜູ້ຊາຍຄົນນຶ່ງກຳລັງຂ່ວງແຫ ຢູ່ແມ່ນໍ້າຂອງທີ່ ນະຄອນພະນົມເປັນ ປະເທດກຳປູເຈຍ.
ກອງທືນອະນຸລັກສັດປ່າຂອງໂລກ ຫຼື WWF ກ່າວວ່າ ພຽງແຕ່ການຫາປາເທົ່ານັ້ນແມ່ນ ຄາດຄະເນວ່າ ຈະມີມູນຄ່າ ປະມານ 17 ພັນລ້ານໂດລາ ຕໍ່ປີ. ລາຍງານຂອງອົງການ WWF ຫວ່າງມໍ່ໆມານີ້ກ່າວວ່າ “ກິດຈະການເສດຖະກິດທັງໝົດ ຢູ່ໃນຂົງເຂດແມ່ນພົວ ພັນໂດຍກົງຫລືບໍ່ກໍໂດຍທາງອ້ອມ ກັບແມ່ນໍ້າດັ່ງກ່າວແລະເພາະສະນັ້ນຈຶ່ງເປັນອັນຕະ ລາຍ ຕໍ່ ການປ່ຽນແປງຂອງແມ່ນໍ້ານີ້.”
ຢູ່ໃນເຂດຕອນເທິງຂຶ້ນໄປຂອງແມ່ນ້ຳຂອງທີ່ 4,300 ກິໂລແມັດນັ້ນຈີນໄດ້ສ້າງຫົກເຂື່ອນ ທີ່ພາໃຫ້ມີຄວາມເປັນຫ່ວງເພີ້ມຂຶ້ນ ກ່ຽວກັບຜົນກະທົບທີ່ເປັນອັນຕະລາຍຕໍ່ການໄຫຼຂອງດິນຝຸ່ນ ລົງມາຕາມ ລຳແມ່ນໍ້າຂອງ.