ຄາດວ່າ ພັກຝ່າຍຄ້ານ ຈະໄດ້ຮັບ ບ່ອນນັ່ງສ່ວນໃຫຍ່ ໃນການເລືອກຕັ້ງ ສະພາມົງໂກເລຍ

  • ດຣ. ສິມມາລາ

ແມ່ຍິງມົງໂກເລຍຄົນນຶ່ງ ໄປໃຊ້ສິດຂອງລາວ ໃນການເລືອກຕັ້ງ ສະພາແຫ່ງຊາດຊຸດໃໝ່ ເມື່ອວັນພະຫັດ ທີ 28 ມິຖຸນາ 2012.

ພວກເຈົ້າໜ້າທີ່ເລືອກຕັ້ງຂອງ
ມົງ​ໂກ​ເລຍເວົ້າວ່າ ພັກປະຊາ
ທິປັດ ຊຶ່ງເປັນພັກຝ່າຍຄ້ານໄດ້
ຮັບຄະແນນສຽງຫລາຍກວ່າ
ພັກປະຊາຊົນ​ມົງ​ໂກ​ເລຍ ຫຼື
MPP ທີ່​ປົກຄອງປະ​ເທດ​ໃນ
ປັດຈຸບັນ ໃນການເລືອກຕັ້ງ
ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ເມື່ອ
ວັນພະຫັດທີ່ຜ່ານມາ, ແຕ່ບໍ່
​ໄດ້​ຮັບ​ຄະ​ແນນ​ພຽງພໍທີ່​ຈະ
​ເປັນ​ພັກສຽງສ່ວນຫລາຍໃນ
ສະພາ​ໄດ້.

ຜົນການເລືອກຕັ້ງຂັ້ນສຸດທ້າຍ
ຍັງບໍ່ທັນໄດ້ປະກາດໃຫ້ຮູ້ເທື່ອ
ຍ້ອນວ່າມີບັນຫາທາງເທັກນິກ
ກ່ຽວ​ກັບລະບົບນັບບັດແບບ
ອັດຕະໂນມັດ ທີ່ໄດ້ເລີ້ມເອົາມາ
ນໍາໃຊ້ ເພື່ອຮັບປະກັນຄວາມ
ຍຸດຕິທໍາໃນຂັ້ນຕອນການລົງຄະ
ແນນສຽງເລືອກຕັ້ງ.

ພັກປະຊາຊົນ​ມົງ​ໂກ​ເລຍ ຊຶ່ງເປັນພັກຂອງ​ລັດຖະບານ​ຊຸດ​ປັດຈຸບັນ ແລະອີກ 8 ພັກທີ່
ນ້ອຍກວ່າ ໄດ້ຮ້ອງຂໍໃຫ້ມີການເລືອກຕັ້ງໃໝ່ ໂດຍອ້າງ​ເຖິງ ບັນຫາຂັດຂ້ອງທາງເທັກນິກ ໃນລະບົບນັບບັດໃໝ່ນີ້.

ມີຫລາຍພັກໄດ້ຂໍໃຫ້ມີການນັບບັດຄືນໃໝ່ ທ່າມກາງການກ່າວຫາວ່າ ມີການໂກງຄະແນນ
ສຽງ ແລະມີຄວາມ​ເປັນ​ຫ່ວງກ່ຽວກັບລະບົບປ່ອນ​ບັດ​ແບບ​ໃໝ່.

ໃນວັນເສົາວານນີ້ ຫົວໜ້າຄະນະກໍາມະການເລືອກຕັ້ງ ທ່ານ Namsrijavttulg Luvsanjav ໄດ້ກ່າວປົກປ້ອງເທັກໂນໂລຈີ​ໃໝ່​ນັ້ນ ໂດຍໃຫ້ເຫດຜົນວ່າ ການນັບບັດດ້ວຍມືຢູ່ສະຖານທີ່
ປ່ອນບັດບາງບ່ອນ ສ່ວນຫລາຍກໍໄດ້ສະແດງໃຫ້ເຫັນຜົນການເລືອກຕັ້ງແບບດຽວກັນກັບ ລະບົບນັບບັດແບບອັດຕະໂນມັດນີ້.

ຄາດ​ວ່າ ພັກ​ປະຊາທິປັດ​ຝ່າຍ​ຄ້ານ ຈະ​ໄດ້​ຮັບ​ບ່ອນ​ນັ່ງ​ສ່ວນ​ໃຫຍ່ ​ໃນ​ສະພາ​ທີ່​ມີບ່ອນ​ນັ່ງ
ທັງ​ໝົດ 76 ບ່ອນ​ນັ້ນ ​ແຕ່​ກໍ​ຈະ​ຕ້ອງ​ໄດ້​ປະ​ກອບ​ລັດຖະບານ​ປະສົມ​ຮ່ວມ​ກັບ​ພັກ​ອື່ນ. ຜົນ​
ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ມີ​ກໍານົດ​ຈະ​ປະກາດ​ໃຫ້​ຮູ້ ພາຍ​ໃນ 14 ມື້​ຫລັງ​ຈາ​ກການ
​ເລືອກ​ຕັ້ງ.