ວັນຈັນມື້ນີ້ ເປັນວັນທີ່ຍັງເລືອກບໍ່​ໄດ້​ໃນ ສະຫະລັດ: ເຊິ່ງ​ແມ່ນວັນ​ສັນ​ລະ​ເສີນທ່ານ ໂຄລຳບັສ ຫລືຄົນພື້ນເມືອງ?

ຊາວເຜົ່າອິນເດຍ ນໍາພາຜູ້ເຂົ້າຮ່ວມຟ້ອນ ລະຫວ່າງການເຕົ້າໂຮມວັນຄົນພື້ນເມືອງ ຢູ່ສວນອຸດທະຍານ Penn Treaty Park ໃນນະຄອນ ຟີລາແດນເຟຍ, ວັນຈັນ ທີ 11 ຕຸລາ 2021

ວັນຈັນມື້ນີ້ແມ່ນວັນໂຄລຳບັສ ຢູ່ໃນສະຫະລັດ. ມັນຍັງເປັນວັນ​ທີ່ຫລາຍໆຄົນ ໃນ​ປັດ​ຈຸ​ບັນ​ນີ້​ສະ​ເຫຼີມສະຫລອງດັ່ງ​ກັບວັນຄົນພື້ນເມືອງ.

ວັນໂຄລຳບັສ ໄດ້ເປັນວັນພັກລັດ​ຖະບານ​ກາງມາຕັ້ງແຕ່ປີ 1937, ເພື່ອໃຫ້ກຽດແກ່ທ່ານ ຄຣິສໂຕເຟີ ໂຄລຳບັສ, ຜູ້​ທີ່​ຖືກ​ເອີ້ນ​ວ່າໄດ້ຄົ້ນພົບອາເມຣິກາ.

ຫລາຍໆຄົນໂດຍສະເພາະຄົນພື້ນເມືອງອາເມຣິກັນ ໄດ້ຖືເປັນການດູໝິີ່ນທີ່ວ່າ ທ່ານ ໂຄລຳບັສ ໄດ້ຄົ້ນພົບອາເມຣິກາ, ໃນ​ເມື່ອ​ມັນ​ໄດ້ຖືກສ້າງຕັ້ງຂຶ້ນແລ້ວ ແລະ ມີ​ປະ​ຊາ​ຊົນ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສີ​ວິ​ໄລ​ຢູ່​ໃນ​ທະ​ວີບ​ອາ​ເມ​ຣິ​ການີ້.

ທ່ານ ລີ​ໂອ ຄິວສແບັກ ສາສະດາ ກ່ຽວ​ກັບ ການສຶກ​ສາ​ຊົນ​ເຜົ່າ ອິນເດຍອາເມຣິກັນ ຢູ່ມະຫາວິທະຍາໄລລັດອາຣີິໂຊນາ ກ່າວ​ວ່າ “ວັນໂຄລຳບັສ ບໍ່ພຽງແຕ່ເປັນວັນພັກ, ມັນສະແດງເຖິງປະຫວັດສາດ ກ່ຽວ​ກັບ ການ​ຕັ້ງ​ອາ​ນາ​ນິ​ຄົມ​ທີ່​ຮຸນ​ແຮງໃນ​ຊີ​ກໂລກຕາເວັນຕົກ” ຊຶ່ງຮວມມີທັງການເປັນຂ້າທາດ ແລະ ບັງຄັບຄົນພື້ນເມືອງໃຫ້ປ່່ຽນມານັບຖືສາສະໜາຄຣິສຕຽນ.

ອ່ານຂ່າວນີ້ເປັນພາສາອັງກິດ