ອົງການສະຫະປະຊາຊາດ ເຕືອນວ່າ ບັນຫາຂັດແຍ້ງ ແລະ ຄວາມທຸກຍາກ ເປັນເຊື້ອໄຟ
ຂອງການຄ້າມະນຸດ ແລະການເປັນຂ້າທາດສະໄໝໃໝ່ ໂດຍກະປະມານວ່າ ມີມູນຄ່າ
150 ຕື້ໂດລາຕໍ່ປີ ເຂົ້າໃນລາຍໄດ້ ຂອງ ອົງການອາຊະຍາກຳໃນທົ່ວໂລກ.
ນາງ Rorbiza (ຊ້າຍ) ອາຍຸ 17 ປີ ນັ່ງພັກຜ່ອນ ຢູ່ເຮືອນ ໃນເມືອງ Dapaing, ຢູ່ທາງພາກ ຕາເວັນຕົກ ຂອງລັດ Rakhine ຂອງມຽນມາ, ວັນທີ12 ພຶດສະພາ 2015, ຫຼັງຈາກທີ່ນາງໄດ້ຫລົບໜີ ອອກມາຈາກເຮືອຂອງພວກຄ້າມະນຸດ.
ເລຂາທິການໃຫຍ່ ອົງການການສະຫະປະຊາຊາດ ທ່ານ Antonio Guterres ໄດ້ກ່າວ
ຕໍ່ສະພາຄວາມໝັ້ນຄົງ ເມື່ອວັນພຸດວານນີ້ ໃນລະຫວ່າງ ກອງປະຊຸມພິເສດ ກ່ຽວກັບ
ບັນຫາດັ່ງກ່າວ ວ່າ “ເຄືອຂ່າຍການຄ້າມະນຸດ ໄດ້ຂະຫຍາຍອອກໄປທົ່ວໂລກ.”
ທ່ານໄດ້ກ່າວອີກວ່າ ພວກຜູ້ເຄາະຮ້າຍ ສາມາດພົບເຫັນໄດ້ ໃນ 106 ປະເທດ.
ປະຊາຊົນ ຈຳນວນ 21 ລ້ານຄົນ ແມ່ນກະປະມານໄດ້ວ່າ ເປັນຜູ້ເຄາະຮ້າຍທີ່ຖືກບັງຄັບ
ໃຫ້ອອກແຮງງານ ໃຫ້ເປັນຂ້າທາດທາງເພດ ຖືກຊັກຊວນໃຫ້ເປັນໂສເພນີ ຫຼື ຖືກເກນ
ໄປເຂົ້າກຸ່ມປະກອບອາວຸດຕ່າງໆ ໂດຍບໍ່ໄດ້ຕັ້ງໃຈ. ພວກຄົນບາງສ່ວນ ແມ່ນກະທັງ
ຖືກລັກເຈາະເອົາ ອະໄວຍະວະ ອອກຈາກຮ່າງກາຍ ໂດຍພວກຄ້າມະນຸດ ເພື່ອນຳໄປ
ຂາຍໃນຕະຫຼາດ ການຊື້ຂາຍອະໄວຍະວະ ທີ່ຜິດກົດໝາຍ.
ພວກເດັກນ້ອຍ ນັ່ງໃນລົດ ຂະນະທີ່ພວກເຂົາເຈົ້າ ກຳລັງຄອຍຖ້າ ທີ່ຈະຍົກຍ້າຍ ອອກຈາກເຂດ ປົກຄອງຂອງ ພວກຕໍ່ຕ້ານລັດຖະບານ ຂອງເມືອງ Aleppo ຢູ່ທາງພາກຕາເວັນອອກຂອງຊີເຣຍ, ວັນທີ 16 ທັນວາ 2016.
“ສຳລັບເຄືອຂ່າຍອົງການອາຊະຍາກຳທັງຫຼາຍ ກຸ່ມຄ້າມະນຸດ ແມ່ນມີຄວາມສ່ຽງ
ທີ່ຕ່ຳ ແຕ່ເປັນທຸລະກິດອາຊະຍາກຳ ທີ່ມີຜົນກຳໄລທີ່ສູງ” ນັ້ນແມ່ນຄຳເວົ້າຂອງທ່ານ
Yury Fedotov ຫົວໜ້າຫ້ອງການຄວບຄຸມຢາເສບຕິດ ແລະ ອາຊະຍາກຳ ຂອງ
ອົງການ ສະຫະປະຊາຊາດ. ທ່ານໄດ້ກ່າວອີກວ່າ ອັດຕາການຖືກລົງໂທດ ແມ່ນຕ່ຳ
ສຳລັບພວກຜູ້ກະທຳຄວາມຜິດ ຜູ້ທີ່ປ່ອຍປະໃຫ້ພວກຄ້າມະນຸດດຳເນີນງານ ໂດຍ
ເກືອບວ່າ ບໍ່ໄດ້ຮັບການລົງໂທດເລີຍ.
ສົງຄາມໃນຊີເຣຍ ອັຟການິສຖານ ໂຊມາເລຍ ແລະ ແຫ່ງອື່ນໆ ແມ່ນໄດ້ສ້າງຄວາມ
ປັ່ນປ່ວນ ເຮັດໃຫ້ຫຼາຍລ້ານຄົນໝົດຄວາມຫວັງ ແລະ ເຮັດໃຫ້ພວກເຂົາເຈົ້າຕົກຢູ່ໃນ
ຄວາມສ່ຽງຕໍ່ການເປັນເຫຍື່ອຂອງ ພວກຄ້າມະນຸດ.
ພວກເດັກຍິງ ອົບພະຍົບ ຊາວອັຟການິສຖານ ຊອກເກັບສິ່ງຂອງທີີ່ໝູນໃຊ້ຄືນໄດ້ ຈາກກອງຂີ້ເຫຍື້ອ ເພື່ອນຳໄປຂາຍ ຊ່ອຍລ້ຽງຊີບຄອບຄົວຂອງພວກເຂົາເຈົ້າ ໃນເມືອງ Peshawar ຂອງປາກິສຖານ, ວັນທີ 5 ກຸມພາ 2016.
ນັກປຸກລະດົມ ເພື່ອສິດທິິມະນຸດ ຊາວໂຊມາເລຍ ທ່ານນາງ Ilwad Elman ບອກສະພາ
ຄວາມໝັ້ນຄົງວ່າ ໃນປະເທດຂອງທ່ານນາງ ພວກແມ່ຍິງ ແລະພວກເດັກນ້ອຍ ໄດ້ຖືກ
ພວກຄ້າມະນຸດ ນຳໄປຂາຍເປັນຄົນຮັບໃຊ້ໃນບ້ານ ຖືກບັງຄັບໃຫ້ເປັນໂສເພນີ ແລະ
ແມ່ນກະທັງ ຖືກລັກເຈາະເອົາອະໄວຍະວະອອກຈາກຮ່າງກາຍ.
ທ່ານນາງໄດ້ກ່າວຜ່ານທາງ ວີດີໂອ ທີ່ເຊື່ອມຕໍ່ມາຈາກ ນະຄອນຫຼວງ Mogadishu ວ່າ
“ບັນຫາຂັດແຍ້ງ ແລະ ຄວາມບໍ່ສະຫງົບ ໄດ້ເປັນແຫລ່ງທີ່ມາຂອງຄວາມໝົດຫວັງ
ແລະ ພວກຄ້າມະນຸດ ກໍຈະສະເໜີໂຕພວກເຂົາເຈົ້າ ວ່າເປັນທາງອອກ ສຳລັບໝົດ
ທຸກຢ່າງນັ້ນ.”
ກຳມະທິການ ຕໍ່ຕ້ານການເປັນຂ້າທາດ ທີ່ເປັນອິດສະຫລະຂອງອັງກິດ ທ່ານ Kevin
Hyland ໄດ້ກ່າວຕໍ່ ສະພາຄວາມໝັ້ນຄົງ ວ່າ “ການເຊື່ອມໂຊມລົງຂອງກົດລະບຽບ
ກົດໝາຍ ນວຍໃຫ້ເຄືອຂ່າຍການຄ້າມະນຸດຂ້າມຊາດ ເຄື່ອນໄຫວໄດ້ຢ່າງບໍ່ໄດ້ຖືກ
ລົງໂທດ.”