ສະພາສູງ ຮັບຮອງເອົາ ລັດຖະມົນຕີ ການເງິນ ທີ່ ປ. ທຣຳ ແຕ່ງຕັ້ງ

ປະທານາທິບໍດີ Donald Trump (ຊ້າຍ) ເບິ່ງຮອງປະທານາທິ ບໍດີ Mike Pence (ຂວາ) ສາບານໂຕ ທ່ານ Steve Mnuchin ເປັນລັດຖະມົນຕີກະຊວງການເງິນ.

ສະພາ​ສູງ​ສະຫະລັດ ​ໄດ້​ໃຫ້ການ​ຢືນຢັນ​ ຕໍ່​ການແຕ່ງຕັ້ງ ຂອງປະທານ​າທິບໍດີ Donald Trump ທີ່​ໄດ້​ເລືອກ​ເອົາອະດີດຜູ້​ບໍລິຫານ​ຕະຫຼາດ​ຮຸ້ນ Wall Street ​ທ່ານ Steven Mnuchin ໃຫ້​ເປັນລັດຖະມົນຕີ​ການ​ເງິນ ດ້ວຍ​ຄະ​ແນນ​ສຽງ 53 ຕໍ່ 47 ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ທີ່​ສະມາຊິກ​ພັກຣີພັບ​ບລິ​ກັນ ​ຕ່າງ​ກໍ​ໃຫ້ການ ສະໜັບສະໜູນ ​ແລະ​ສະມາຊິກພັກ​ເດ​ໂມ​ແຄຣັດໄດ້​ອອກສຽງ​ຄັດຄ້ານ​ຢ່າງ​ແຮງ.

ສະມາຊິກສະພາສູງ ທ່ານນາງ Debbie Stabenow, ພັກເດໂມແຄຣັດຈາກລັດ Michigan.ກ່າວຢູ່ທີ່ ກອງປະຊຸມແຫ່ງຊາດພັກ ເດໂມແຄຣັດ ທີ່ນະຄອນ Philadelphia 28 ກໍລະກົດ 2016.

ສະມາຊິກ​ພັກຣີພັບບລິກກັນ ທ່ານ Orin Hatch ຈາກ​ລັດ Utah ປະທານ​ຄະນະ​ກຳມະ ການສະພາ​ສູງ​ຝ່າ​ຍການ​ເງິນ ກ່າວ​ວ່າ “ພາຍ​ໃຕ້​ພື້ນຖານ ​ການ​ປະຕິ​ເສດ​ໃດໆ ທ່ານ Mnuchin ແມ່ນ​ມີ​ປະສົບ​ການ ຄວາມ​ເຊື່ອ​ຖື ​ແລະ​ຊົງ​ຄຸນ​ນະ​ວຸດ​ທິຕໍ່ໜ້າ​ທີ່ອັນ​ສຳ​ຄັນ​ນີ້.”

ສະມາຊິກ ຄະນະກຳມະການ ສະພາສູງ ທ່ານ Orim Hatch ຝ່າຍ ສຸຂະພາບ ການສຶກສາ ແຮງງານ ແລະເບ້ຍລ້ຽງ.

ບໍ່​ດົນຫລັງ​ຈາກ​ການ​ຢືນຢັນ​ ຈາກ​ສະພາ​ສູງ​ແລ້ວ ທ່ານ Mnuchin ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງທີ່​ທຳນຽບຂາວ ​ໂດຍ​ຮອງ​ປະທານາທິບໍດີ Mike Pence. ຮວມຢູ່​ໃນ​ນັ້ນກໍ​ມີປະ ທານາທິບໍດີ Donald Trump ຜູ້ທີ່​ຍ້ອງຍໍ​ທ່ານ​ວ່າ ລະບົບ​ການ​ເງິນ​ຂອງ “​ປະ​ເທດ​ເຮົາ” ​ແມ່ນຢູ່​ໃນ​ກຳມື​ທີ່ດີທີ່​ສຸດ.

ສະມາຊິກສະພາສູງ ທ່ານ Ben Cardin ພັກເດໂມແຄຣັດ ຈາກລັດ Maryland.

ຫລັງ​ຈາກ​ໄດ້​ກ້າວ​ຂຶ້ນ​ມາເປັນ​ຮຸ້ນ​ສ່ວນຂອງ​ບໍລິສັດຍັກ​ໃຫຍ່ Goldman Sachs ທີ່​ຕະ​ຫລາດ​ຮຸ້ນ Wall Street ​ແລ້ວທ່ານ Mnuchin ​ໄດ້​ນຳພາ​ນັກ​ລົງ​ທຶນກຸ່ມນຶ່ງ ​ຊື້​ເອົາທະ ນາຄານ California ທີ່ປະສົບ​ລົ້ມ​ແຫລວ ​ໃນ​ລະຫວ່າງ​ຈຸດ​ສູງ​ສຸດ ທີ່ເກີດ​ວິກິດການ​ດ້ານ​ການ​ເງິນ​ເມື່ອ​ປີ 2008 ຫາ 2009​. ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ ທະນາຄານ​ໄດ້​ຍຶດບ້ານເຮືອນຫຼາຍພັນ​ຫລັງ ອັນ​ເປັນຄວາມ​ຈິງ​ທີ່​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ນຳ​ຂຶ້ນ​ມາ​ກ່າວ​ຊໍ້າ​ແລ້ວ​ຊໍ້​າອີກ ​ຕໍ່​ການຮັບ​ຟັງ​ຄຳ​ໃຫ້ການ ຂອງທ່ານ Mnuchin ​ແລະ​ຢູ່​ໃນ​ການ​ໂຕ້​ຖຽງ​ກັນ​ກ່ອນການ​ລົງ​ຄະ​ແນນ​ສຽງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Senat Mnuchin