ການເຈລະຈາ ສັນຕິພາບ ຊີເຣຍ ທີ່ຢຸດເຊົາ ມາໄລຍະນຶ່ງ ຈະເລີ້ມຄືນອີກ ໃນອາທິດໜ້າ

ທູດພິເສດຂອງອົງການສະຫະປະຊາຊາດ ຮັບຜິດຊອບເລື້ອງ ຊີເຣຍ ທ່ານ Staffan de Mistura (ຂວາ) ໄປຮອດ ບ່ອນຖະແຫຼງຂ່າວ ກ່ຽວກັບການເຈລະຈາສັນຕິພາບຊີເຣຍ ທີ່ໂຮງແຮມປະທານາທິບໍດີ Wilson ໃນນະຄອນ Geneva ປະເທດ Switzerland. (3 ກຸມພາ 2016)

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ກ່ຽວ​ກັບ
​ເລື້ອງຊີ​ເຣຍລາຍງານ​ວ່າການ​ຢຸດ​ເຊົາ​ການ​ເປັນ​ປໍ​ລະ​ປັກ​ກັນຫຼື
ການ​ຢຸດ​ຍິງ​ ຢູ່​ໃນ​ຊີ​ເຣຍ ສ່ວນ​ໃຫຍ່​ແລ້ວ ແມ່ນ​ຍັງ​ໄດ້​ຮັບ​ການ​
ເຄົາລົບ​ຢູ່ ດັ່ງ​ນັ້ນ ການ​ເຈລະຈາ​ທາງ​ດ້ານ​ການ​ເມືອງ ​ທີ່​ແນ​ໃສ່
​ເພື່ອຍຸດຕິ​ສົງຄາມ​ກາງ​ເມືອງ​ ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ຫ້າປີ ຈະ​
ເລີ້ມຄືນ​ອີກ ​ໃນ​ອາທິດໜ້ານີ້ ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້.

ທູດ​ພິ​ເສດ​ອົງການສະຫະ​ປະຊາ​ຊາດ ທ່ານ Staffan de Mis-
tura ກ່າວ​ວ່າ ການ​ຢຸດ​ເຊົາ​ການເປັນ​ປໍ​ລະ​ປັກ​ກັນ ​ຢູ່​ໃນ​ຊີ​ເຣຍ
ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ຫົກ​ມື້​ແລ້ວໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າຄັ້ງ
ນີ້ແມ່ນ​ເປັນ​ຊ່ວງ​ເວລາ​ ທີ່ມີ​ຄວາມ​ສະຫງົບ ດົນ​ທີ່​ສຸດໃນ​ໄລຍະ
​ທີ່​ເກີດສົງຄາມ​ຫ້າ​ປີ​ຢູ່​ຊີ​ເຣຍ.

ທ່ານ​ກ່າວ​ວ່າ ລະດັບ​ຂອງ​ຄວາມ​ຮຸນ​ແຮງ​ໄດ້​ຄ່ອຍໆ​ຫຼຸດ​ລົງແລະຂໍ້​ຕົກລົງ​ໃຫ້ຢຸດ​ເຊົາການ
​ເປັນ​ປໍ​ລະ​ປັກກັນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຍັງ​ໄດ້​ຮັບ​ການ​ເຄົາລົບຢູ່ ອັນນັ້ນ ແມ່ນ​ເປັນ​
ຂ່າວ​ດີ​ສຳລັບ​ຊາວ​ຊີ​ເຣຍຫລາຍໆ​ຄົນ.

ທ່ານ​ກ່າວ​ວ່າ ​ແຕ່​ບໍ່​ເປັນ​ຈັ່ງ​ບຸນ ພວກ​ເຮົາ​ຕ້ອງ​ໄດ້​ຍອມຮັບ ບໍ່​ຕ່າງ​ຫຍັງ​ກັບ ​ການຢຸດ​ເຊົາ​
ເປັນ​ປໍ​ລະ​ປັກ​ກັນ​ຫລືການ​ຢຸດ​ຍິງໃນ​ທຸກໆ​ເທື່ອ ​ແລະ​ໃນ​ຄັ້ງນີ້​ເປັນ​ການສະເພາະ ກໍຍັງ​ມີ​
ຫລາຍໆ​ບ່ອນຢູ່ ​ທີ່​ການ​ສູຸ້ລົບ​ກັນ ​ຍັງ​ດຳ​ເນີນ​ຕໍ່​ໄປ ຮວມທັງ ​ຢູ່​ໃນ​ບາງ​ເຂດ ​ຂອງ​ແຂວງ
Hama, Homs, Latakia ​ແລະ​ນະຄອນຫຼວງ Damuscus ​ແຕ່​ການ​ສູ້​ລົບ​ເຫຼົ່ານີ້​ແມ່ນ
​ໄດ້​ຮັບ​ການ​ຄວບ​ຄຸມແລ້ວ.

ທ່ານ de Mistura ກ່າວ​ວ່າ ​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຕິດຕາມ​ເບິ່ງ​ສະຖາ
ນະ​ການ​ຢ່າງ​ໃກ້ຊິດ​ວ່າ ​ແມ່ນ​ຫຍັງ​ແທ້ ​ໄດ້​ເກີດ​ຂຶ້ນ ຢູ່​ທາງ​ພາກພື້ນດິນ. ​ເມື່ອ​ມີ​ການ​ລະບຸ
ກ່ຽວ​ກັບ​ການ​ເປັນ​ປໍ​ລະ​ປັກ​ແລະ​ສະຖານະ​ການ​ທີ່​ຮຸນ​ແຮງ​ຊຶ່ງ​ອາດ​ຈະ​ເກີດ​ຂຶ້ນ ທ່ານ​ກ່າວ
​ວ່າ ພວກ​ເຈົ້າໜ້າ​ທີ່​ແມ່ນ​ໄດ້​ພາກັນ​ເຄື່ອນ​ໄຫວ​ຢ່າງໄວວາ ​ເພື່ອ​ຊອກ​ຫາ​ທາງ​ໃຫ້​ພັກ​ຝ່າຍ
​ທີ່​ເປັນ​ຄູ່​ປໍ​ລະ​ປັກຫລຸດຜ່ອນ​ສະຖານະ​ການ​ລົງ ກ່ອນ​ທີ່ຈະ​ຄວບ​ຄຸມ​ບໍ່​ໄດ້.