ການຊອກຄົ້ນຫາພວກນັກກິລາເຕະບານໜຸ່ມນ້ອຍ 12 ຄົນ ແລະຄູເຝິກທີ່ເຊື່ອວ່າຕົກ
ຄ້າງຢູ່ໃນຖໍ້າ ບ່ອນທີ່ໄດ້ເກີດນໍ້າຖ້ວມຢູ່ໃນປະເທດໄທ ເລີ້ມຄືນອີກເປັນ ມື້ທີສີ່ ໃນວັນ
ອັງຄານມື້ນີ້.
ໃນຂະນະທີ່ນັກດຳນໍ້າຊັ້ນຍອດຂອງກອງທັບເຮືອ ໄດ້ພາກັນກັບຄືນເຂົ້າໄປໃນຖໍ້າຫຼວງ
ອີກ ຊຶ່ງຕັ້ງຢູ່່ໃນຈັງວັດຊຽງຣາຍ ທາງພາກເໜືອ ຂອງປະເທດໄທນັ້ນ ພໍ່ແມ່ຂອງພວກ
ເດັກນ້ອຍຜູ້ຊາຍກໍພາກັນໄປເຕົ້າໂຮມກັນດ້ວຍຄວາມເປັນຫ່ວງຢູ່ນອກທາງເຂົ້າ ແລະ
ໄດ້ພາກັນສູດມົນ ເພື່ອໃຫ້ພວກເດັກນ້ອຍເຫລົ່ານັ້ນ ກັບຄືນມາດ້ວຍຄວາມປອດໄພ.
ພວກເດັກນ້ອຍຜູ້ຊາຍ ແລະຄູເຝິກຂອງເຂົາເຈົ້າ ມີລາຍງານວ່າໄດ້ຫາຍສາບສູນໄປໃນ
ວັນເສົາທີ່ຜ່ານມາ ເວລາເຂົາເຈົ້າບໍ່ໄດ້ກັບຄືນຈາກການເຝິກຊ້ອມ. ການຊອກຫາໄດ້ເລີ້ມ
ຂຶ້ນ ຫຼັງຈາກລົດຖີບເຂົາເຈົ້າ ແລະເກີບເຕະບານເຂົາເຈົ້າໄດ້ຖືກພົບເປັນຢູ່ນອກປາກ
ທາງເຂົ້າຖໍ້າ. ພວກເຈົ້າໜ້າທີ່ຊອກຫາເຊື່ອວ່າ ທີມເຕະບານ ຈຸນີ້ໄດ້ພາກັນຫລົບຢູ່ໃນຖໍ້າ
ທີ່ມີຫ້ອງໃຫຍ່ເລິກເຂົ້າໄປຂ້າງໃນ.
ນອກຈາກພວກນັກດໍານໍ້າຂອງກອງທັບເຮືອແລ້ວ ກໍຍັງມີການນຳໃຊ້ເຄື່ອງກວດໃຕ້ນໍ້າ
ໃນການຊອກຫາ.
ຖໍ້າດັ່ງກ່າວ ມັກຈະເກີດນໍ້າຖ້ວມຮ້າຍແຮງຢູ່ສະເໝີ ລະຫວ່າງລະດູຝົນຢູ່ປະເທດໄທ ແຕ່
ເດືອນມິຖຸນາ ຫາເດືອນຕຸລາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5