ປ່າເຢັງຊາ ລໍ, ນາງງາມຈັກກະວານຈາກລາວ ຮູ້ສຶກປະທັບໃຈ ທີ່ໄດ້ມາສະຫະລັດເປັນຄັ້ງທຳອິດ ແລະພູມໃຈຫລາຍທີ່ໄດ້ເປັນຜູ້ຕາງໜ້າປະເທດມາແຂ່ງຂັນໃນເວທີສາກົນ ຊຶ່ງນາງກ່າວຕໍ່ວີໂອເອຈາກນະຄອນມີເນອາໂປລິສ, ລັດເມນີໂຊຕາວ່າ:
Your browser doesn’t support HTML5
ນາງປ່າເຢັງຊາ ລໍ ກ່າວດ້ວຍຄວາມພູມໃຈທີ່ໄດ້ຕາງໜ້າແມ່ຍິງລາວເຂົ້າຮ່ວມການປະກວດໃນເວທີສາກົນ
Payeng Xa Lor as she arrived Minneapolis, MN
ນາງເກີດຢູ່ບ້ານລອງຊັນ ແຂວງໄຊສົມບູນ ແລະເຕີບໃຫຍ່ທັງໄດ້ຮັບການສຶກສາ ແຕ່ປະຖົມຈົນຮອດມັດທະຍົມປາຍຢູ່ແຂວງຊຽງຂວາງ. ຄອບຄົວນາງແມ່ນຢູ່ຊຽງຂວາງ ຊຶ່ງມີແຕ່ນາງ ແລະເອື້ອຍເທົ່ານັ້ນ ທີ່ຍ້າຍມາຮຽນຕໍ່ໃນນະຄອນຫລວງວຽງຈັນ. ພໍ່ຂອງນາງເປັນນັກວິສະວະກອນ ສ່ວນແມ່ເປັນແມ່ເຮືອນ.
ນາງປ່າເຢັງຊາ ລໍ, ນາງງາມຈັກກະວານລາວ ຖ່າຍຮູບກັບນາງປ່ຮົວ ຊອງ, ຊາວມົ້ງລາວ-ອາເມຣິກັນທີ່ເປັນຜູ້ນຶ່ງໃນຄະນະຈັດງານຕ້ອນຮັບນາງປ່າເຢັງຊາ ໃນລັດເມນີໂຊຕາ, ໃນວັນທີ 29, ທັນວາ. 2022
ບ່ອນທຳອິດໃນ ສະຫະລັດ ທີ່ນາງມາເຖິງກໍແມ່ນນະຄອນ ລາສ ເວກັສ, ລັດເນວະດາ ຊຶ່ງເປັນນະຄອນທີ່ມີຊື່ສຽງດ້ານຄວາມບັນເທີງລະດັບໂລກ. ອາທິດ 1 ຕໍ່ມານາງກໍໄດ້ບິນໄປຍັງລັດ ມິນເນໂຊຕ້າ ຊຶ່ງນາງຖືກຕ້ອນຮັບຢ່າງອົບອຸ່ນຈາກຊຸມຊົນອາເມຣິກັນເຊື້ອສາຍມົ້ງທີ່ມາຈາກລາວ ກ່ອນຈະກັບຄືນໄປເປັນກຽດແກ່ ງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ນະຄອນລາສເວກັສ ອີກ.
ນາງປ່າເຢງຊາ ລໍ ໂອບກອດພີ່ນ້ອງລາວ-ມົ້ງທີ່ໄປຕອນຮັບນາງທີ່ສະໜາມບິນສາກົນໃນນະຄອນມີເນອາໂປລິສ, ລັດເມນີໂຊຕາ ໃນວັນທີ 29, ທັນວາ 2022
ນາງຈະເຂົ້າປະກວດນາງງາມຈັກກະວານຄັ້ງທີ 71 ທີ່ເມືອງ ນິວ ອໍລີນສ໌, ລັດລຸຍເຊຍນາ ທີ່ຈະຈັດຂຶ້ນໃນວັນທີ 14 ມັງກອນນີ້. ແມ່ນແຕ່ໄລຍະກະກຽມຢູ່ນີ້ນາງກໍໄດ້ສ້າງປະຫວັດສາດແລະຊື່ສຽງໃຫ້ແກ່ຊາວລາວ ໂດຍສະເພາະແມ່ນຊາວເຜົ່າມົ້ງທັງຢູ່ໃນລາວ ແລະທົ່ວໂລກແລ້ວ ເພາະນັບແຕ່ມື້ມາຮອດສະຫະລັດ ນາງໄດ້ຮັບຄວາມສົນໃຈຈາກສື່ມວນຊົນອາເມຣິກັນທັງໃນລະດັບທ້ອງຖິ່ນ, ລະດັບປະເທດອີກ ເຊັ່ນໂທລະພາບ NBC TV ຊ່ອງ 3 ແລະໃນຄ່ຳຄືນສົ່ງທ້າຍປີເກົ່ານັ້ນນາງກໍໄດ້ຖືກສຳພາດຈາກໂທລະພາບ Fox9 in USA.
Your browser doesn’t support HTML5
ຊຸມຊົນເຜົ່າມົ້ງເຊື້ອສາຍລາວຢູ່ໃນລັດເມນີໂຊຕາໄປຕ້ອນຮັບນາງປ່າເຢັງຊາ ລໍ ທີ່ສະໜາມບິນສາກົນຂອງນະຄອນມີເນອາໂປລິສ