ປ່າເຢັງ ຊາ ລໍ ທີ່ຮຽນພາສາອັງກິດດ້ວຍຕົນເອງໂດຍໃຊ້ລາຍການພາສາອັງກິດພິເສດຂອງວີໂອເອ ເປັນນຶ່ງໃນແຫລ່ງໃຫ້ຄວາມຮູ້ດ້ານພາສາອັງກິດອັນມີຄຸນຄ່ານັ້ນ ໄດ້ສ້າງປະຫວັດສາດໃຫ້ແກ່ຄົນລາວຈາກທຸກຊົນເຜົ່າໃນຫລາຍດ້ານ. ດ້ານທີ 1 ກໍຄື ນາງເປັນນາງງາມຜູ້ທຳອິດຈາກລາວ ທີ່ໄດ້ຖືກຄັດເລືອກເຂົ້າໄປປະກວດໃນຮອບ 16 ຄົນສຸດທ້າຍ ໃນຈຳນວນນາງງາມທັງໝົດທີ່ມາຈາກ 80 ກວ່າປະເທດໃນເວທີປະກວດນາງງາມຈັກກະວານປີ 2022 ທີ່ຫາກໍຈົບລົງ 2 ວັນຜ່ານມານີ້ ຊຶ່ງມັນນຳເອົາຄວາມດີອົກ ດີໃຈ ແລະປຶ້ມປິຕິຍິນດີມາໃຫ້ຄົນເຊື້ອສາຍລາວທັງຢູ່ໃນລາວ ແລະຕ່າງປະເທດບໍ່ຫລາຍກໍໜ້ອຍ. ນາງພູທອນຈາກລັດ ລູຍເຊຍນາ ທີ່ໄດ້ໄປຮ່ວມຊົມການປະກວດນາງງາມຈັກກະວານພ້ອມກັບລູກສາວ ໃນຄ່ຳຄືນວັນເສົາຜ່ານມາທີ່ນະຄອນນີວໂອລີນສ໌ນັ້ນ ເວົ້າເຖິງຄວາມຮູ້ສຶກຂອງນາງສູ່ວີໂອເອຟັງວ່າ:
Your browser doesn’t support HTML5
ສຽງນາງພູທອນ ທີ່ກ່າວເຖິງຄວາມດີອົກດີໃຈທີ່ເຫັນນາງງາມລາວໄດ້ເຂົ້າຮອບ 16 ຄົນສຸດທ້າຍ
Your browser doesn’t support HTML5
ຄົນລາວໃນລັດລູຍເຊຍນາດີໃຈທີ່ໄດ້ເຫັນນາງສາວລາວເຂົ້າປະກວດນາງງາມຈັກກະວານ ໃນຄືນວັນທີ 14 ມັງກອນ 2023
ປ່າເຢັງ ຊາລໍ ເປັນນາງງາມລາວເຊື້ອສາຍມົ້ງຜູ້ທຳອິດ ແລະກໍເປັນນາງງາມຄົນ ທີ 6 ຈາກລາວ ທີ່ໄດ້ເຂົ້າປະກວດ ນາງງາມຈັກກະວານ ຊຶ່ງໄດ້ເລີ້ມຕົ້ນແຕ່ ປີ 2017 ເປັນຕົ້ນມາ. ນອກຈາກ ໄດ້ເຂົ້າຮອບ 16 ຄົນສຸດທ້າຍແລ້ວ ນາງຍັງໄດ້ຮັບລາງວັນທີ 1 ສຳລັບຄວາມນິຍົມສູງສຸດຈາກແຟນທົ່ວໂລກ ຊຶ່ງກໍຄືໄດ້ 168 ພັນກວ່າຄະແນນໃນຈຳນວນນາງງາມ 80 ກວ່າຄົນ ແລະກໍເປັນນາງງາມທີ່ເດີນທາງມາດົນທີ່ສຸດໃນໂລກ ໂດຍໃຊ້ເວລາເດີນທາງ 48 ຊົ່ວໂມງ ລວມທັງເວລາລໍຖ້າເພື່ອຕໍ່ເຮືອບິນ 5 ຄັ້ງ ກວ່າຈະໄດ້ມາປະກວດນາງງາມຈັກກະວານໃນຄັ້ງ 71 ທີ່ຈັດຂຶ້ນໃນສະຫະລັດນີ້ໄດ້.
ປະຊາຄົມລາວຢູ່ລັດລູຍເຊຍນາ (ຂວາ) ຖ່າຍຮູບຮ່ວມກັບຄະນະນຳພານາງງາມຢ່າເຢັງ ຊາ ລໍ ເຂົ້າມາປະກວດນາງງາມຈັກກະວານຢູ່ ສຫລ
ສ່ວນຜູ້ຄວ້າມົງກຸດນາງງານຈັກກະວານປີນີ້ ໄດ້ແກ່ນາງງາມຈາກສະຫະລັດ ຄືນາງ ອາ ບອນນີ ແກບບຣຽວ (R'Bonney Gabriel) ອາຍຸ 29 ປີ ມີເຊື້ອສາຍຟີລິບປິນ ແລະຜູ້ໄດ້ຮອງຊະນະເລີດແມ່ນນາງງາມຈາກ ສາທະລະນະລັດໂດມີນິກັນ.
ວີດິໂອກ່ຽວກັບບັນຍາກາດງານປະກວດນາງງາມຈັກກະວານ (ສະໜອງໃຫ້ໂດຍອາມອນລັດ ຊະນະມານ)
Your browser doesn’t support HTML5
ບັນຍາກາດຂອງການປະກວດນາງງາມຈັກກະວານ ໃນັວນທີ 14 ມັງກອນ 2023