ຄຣິສຕິນາ ລາດຊະສິມມາເກືອບໄດ້ເຂົ້າຮອບ 21 ຄົນສຸດທ້າຍ ໃນການປະກວດ ນາງງາມຈັກກະວານ ປີນີ້

Your browser doesn’t support HTML5

ຄຣິສຕີນາ ລາດຊະສິມມາ ເດີນໃນການປະກວດນາງງາມຈັກກະວານຮອບປະຖົມມະເລີກ.

ຄຣິສຕິນາ ລາດຊະສິມມາ, ນາງງາມຈັກກະວານລາວເກືອບໄດ້ເຂົ້າຮອບ 21 ຄົນສຸດທ້າຍເພາະນາງຂາດໄປ 2 ຄະແນນເທົ່ານັ້ນ ໃນການປະກວດນາງງາມຈັກກະວານໃນຂັ້ນທ້າຍສຸດທີ່ຈັດໃນຄໍ່າຄືນຂອງວັນອາທິດ, ວັນທີ 16 ວານນີ້ ຢູ່ທີ່ເມືອງຮອລລີວູດ, ລັດຟລໍຣິດາຂອງສະຫະລັດ. ຖ້າຈະເວົ້າແລ້ວນາງໄດ້ເປັນ ທີ 22 ໃນຈໍານວນນາງງາມທັງໝົດ 74 ຄົນ.

ທ.ນ. ເອມມີ ຈອມທະຄໍາ (ທີ3 ຈາກຊ້າຍ) ກັບພີ່ນ້ອງຄົນລາວຈໍານວນນຶ່ງທີ່ໄປໃຫ້ກໍາລັງໃຈແກ່ຄຣິສຕີນາໃນການປະກວດທີ່ຟລໍຣິດາ

ທ່ານນາງ ເອມມີ ຈອມທະຄໍາ, ຜູ້ປະສານງານສໍາລັບນາງງາມຈັກກະວານລາວປີນີ້ ໃຫ້ລົມກັບວີໂອເອຟັງວ່າ:

Your browser doesn’t support HTML5

ສຽງ 1 ທ.ນ. ເອມມີກ່າວເຖິງຜົນການແຂ່ງຂັນຂອງຄຣິສຕີນາຊີງຕໍາແໜ່ງນາງງາມຈັກກະວານ

ແຕ່ຢ່າງໃດກໍຕາມ, ຕາມທັດສະນະຂອງທ່ານນາງເອມມີ ຜູ້ຊຶ່ງໄດ້ທໍາໜ້າທີ່ເປັນ ຜູ້ປະສານງານໃຫ້ນາງງາມຈັກກະວານລາວໃນການເຂົ້າຮ່ວມປະກາດນາງງາມ ຈັກ ກະວານຢູ່ທີ່ສະຫະລັດມາໄດ້ສອງຄັ້ງແລ້ວ ກໍເຫັນວ່າ ຄຣິສຕີນາ ເປັນນາງ ງາມ ທີ່ເຮັດໜ້າທີ່ໄດ້ເປັນຢ່າງດີ ເຖິງຍັງຈະບໍ່ໄດ້ເຂົ້າຮອບ 21 ຄົນທີ່ວ່ານັ້ນກໍຕາມ ເພາະທ່ານນາງບອກວ່າ:

Your browser doesn’t support HTML5

ສຽງ 2 ທ.ນ. ເອມມີກ່າວວ່າຄຣິສຕີນາເຮັດໜ້າທີ່ນາງງາມຈາກລາວໄດ້ດີສົມຄວນໃນການປະກວດນາງງາມຈັກກະວານ

ເບິ່ງວີດິໂອໃນຕອນທີ່ຄຣິສຕີນາໃສ່ຊຸດປະຈໍາຊາດລາວ

Your browser doesn’t support HTML5

Miss Universe Laos Prepare to Show Lao National Costume on May 13, 2021


ສປປ ລາວ ໄດ້ເລີ້ມສົ່ງນາງງາມຂຶ້ນປະກວດໃນເວທີສາກົນ ນັບແຕ່ປີ 2017 ເປັນຕົ້ນມາ ແລະເຄີຍໄດ້ຊະນະລາງວັນ ໃນການປະກວດຊຸດປະຈໍາຊາດຄັ້ງນຶ່ງໃນປີ 2018 ທີ່ຈັດຂຶ້ນຢູ່ໄທ. ສໍາລັບການປະກວດນາງງາມຈັກກະວານ ຄັ້ງນີ້ເປັນຄັ້ງທີ 4 ຂອງລາວ. ຜູ້ທີ່ໄດ້ສວມມຸງກຸດເປັນນາງຈັກກະວານໃນປີນີ້ໄດ້ແກ່ນາງງາມທີ່ມາຈາກເມັກຊິໂກ, ນາງງາມຜູ້ຮອງລົງມາແມ່ນມາຈາກເບຣຊິລ ແລະທີສາມໄດ້ແກ່ ນາງງາມມາຈາກປະເທດເປຣູ ຊຶ່ງທັງສາມນາງສາວ ລ້ວນແຕ່ມາຈາກທະວີບອາເມຣິກາໃຕ້ໝົດ.

ເບິ່ງວີດິໂອໃນຕອນທີ່ຄຣິສຕີນາເດີນຢູ່ໃນໂຮງແຮມບ່ອນຈັດການປະກວດ

Your browser doesn’t support HTML5

Christina Lasasimma in Seminole Hard Rock Hotel & Casino