ລັດຖະມົນຕີ​ລາວ ​ຢືນຢັນ​ວ່າ​ ຄ່າ​ຊົມ​​ໃຊ້​ກະ​ແສ​ໄຟຟ້າ​ ໃນ​ລາວ ແມ່ນຖືກກວ່າ ຫລາຍປະເທດໃນອາຊ່ຽນ

ສະຖານີສົ່ງກະແສໄຟຟ້າແຫ່ງນຶ່ງໃນລາວ.

ລັດຖະມົນຕີ​ລາວ​ຢືນຢັນ​ວ່າ​ຄ່າ​ຊົມໃຊ້​ກະ​ແສ​ໄຟຟ້າ​ໃນ​ລາວ ມີ​
ອັດຕາ​ຕ່ຳ​ທີ່​ສຸດ​ໃນອາ​ຊ່ຽນດ້ວຍ​ກັນ ​ແຕ່​ປະຊາຊົນ​ລາວ​ກັບ​ເ​ຊື່​ອ
ວ່າ​ ຄ່າຊົມ​ໃຊ້​ໄຟຟ້າ​ໃນ​ລາວ ​ແພງ​ທີ່​ສຸດ​ເມື່ອ​ທຽບ​ກັບ​ລາຍ​ໄດ້​ທີ່​
ເປັນ​ຈິງ.

Your browser doesn’t support HTML5

ຟັງລາຍງານ ລັດຖະມົນຕີ​ລາວ ​ຢືນຢັນ​ວ່າ​ ຄ່າ​ຊົມໃຊ້​ກະ​ແສ​ໄຟຟ້າ​ ໃນ​ລາວ ແມ່ນຖືກກວ່າ ປະເທດໃນອາຊ່ຽນ.

ທ່ານ​ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້
​ໃຫ້ການ​ຢືນຢັນ​ວ່າ ອັດຕາ​ລາຄາ ​ແລະ​ຄ່າ​ທຳນຽມ​ຕ່າງໆ ​ໃນ​ການ​ຊົມ​ໃຊ້ກະ​ແສ​ໄຟຟ້າ
​ໃນ​ລາວ ​ໃນ​ປັດຈຸບັນ​ນີ້ ຍັງ​ນັບ​ວ່າ​ມີ​ອັດຕາທີ່​ຕ່ຳ​ທີ່​ສຸດ​ເມື່ອ​ທຽບ​ກັບປະ​ເທດ​ສະມາຊິກ​
ໃນ​ກຸ່ມ​ອາຊ່ຽນ​ດ້ວຍ​ກັນ ​ແລະ​ການ​ຄິດ​ໄລ່​ຄ່າ​ໃຊ້​ກະ​ແສ​ໄຟຟ້າ​ໃນ​ລາວ ກໍ​ຍັງ​ໄດ້​ມີ​ການ​
ແບ່ງ​ແຍ​ກ ລະຫວ່າງການ​ຊົມ​ໃຊ້​ໃນ​ຄອບຄົວ​ເຮືອນ ​ແລະ​ໜ່ວຍ​ທຸລະ​ກິດ ທີ່​ມີ​ອັດຕາ​ຄ່າ​
ທຳນຽມ​ທີ່​ແຕກ​ຕ່າງ​ກັນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ວີລະ​ພົນ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ລາຄາໄຟຟ້າ​ຕ້ອງ​ອິງ​ໃສ່​ສະພາບ​ເສດຖະກິດ ຕ້ອງ​ອິງ​ໃສ່​ຈຸດປະສົງ​ຂອງ​ຜູ້​ຊົມ​
ໃຊ້ສົມມຸດ​ວ່າ ​ເຮົາ​ຢາກ​ເອົາ​ໄປ​ໃຊ້​ໃນ​ກະສິກຳ ​ເຮົາ​ກໍໃຫ້ລາຄາ​ຖືກ ​ເອົາ​ໄປ​ໃຊ້​
ຢູ່​ໃນເມືອງ​ກະ​ແພງ ​ແລ້ວກະຂຶ້ນຢູ່​ນຳ​ປະ​ເພດ​ຂອງ​ຜູ້​ຊົມ​ໃຊ້​ອີກ ຜູ້​ທຸກ​ຍາກ​ຕ້ອງ​
ເປັນ​ຢ່າງ​ໜຶ່ງ ອັນ​ນີ້​ແມ່ນ​ຫລັກການ​ລວມ ທີ່ເພິ່ນກຳນົດໄວ້ໃນກົດໝາຍໄຟຟ້າ
ມີນະໂຍບາຍຄັກແນ່ ມີຫຼາຍປະເພດ ຄືກະສິກຳນີ້ ກະຖືກກວ່າເລື້ອງທຸລະກິດ.”

ໂດຍໃນປັດຈຸບັນນີ້ ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຈັດເກັບຄ່າທຳນຽມການຊົມ
ໃຊ້ກະແສໄຟຟ້າໃນ 3 ອັດຕາດ້ວຍກັນ ກໍຄື 300 ກວ່າກີບຕໍ່ກິໂລວັດຕ໌ຕໍ່ໂມງ ສຳຫລັບ
ປະຊາຊົນທົ່ວໄປ ທີ່ໄດ້ມີການຊົມໃຊ້ກະແສໄຟຟ້າບໍ່ເກີນ 25 ກິໂລວັດຕ໌ຕໍ່ໂມງ ໃນແຕ່ລະ
ເດືອນ ສ່ວນທີ່ຊົມໃຊ້ລະຫວ່າງ 25-150 ກິໂລວັດຕ໌ຕໍ່ໂມງນັ້ນ ກໍຈະຄິດໄລ່ໃນອັດຕາ
400 ກວ່າກີບຕໍ່ກິໂລວັດຕໍ່ໂມງ ແລະທີ່ຊົມໃຊ້ເກີນກວ່ານັ້ນ ກໍຈະຄິດໄລ່ໃນອັດຕາ 1,100
ກວ່າກີບຕໍ່ກິໂລວັດຕ໌ຕໍ່ໂມງ.

ການພັດທະນາຖະໜົນຫົນທາງ ແມ່ນຄຽງຄູ່ກັນໄປກັບ ການພັດທະທະນາ ສົ່ງກະແສໄຟຟ້າເຊັ່ນກັນ.

ແຕ່ຢ່າງໃດກໍຕາມ ສຳຫລັບປະຊາຊົນລາວໂດຍທົ່ວໄປ ກໍຍັງຖືວ່າ
ຄ່າໄຟຟ້າໃນລາວມີອັດຕາທີ່ສູງເກີນໄປເມື່ອທຽບກັບລະດັບລາຍ
ໄດ້ສະເລ່ຍຂອງປະຊາຊົນໄທ ແລະສິງກະໂປ ເຖິງ 7 ເທົ່າ ແລະ
40 ເທົ່າຕາມລຳດັບ.

ກ່ອນໜ້ານີ້ ລັດວິສາຫະກິດໄຟຟ້າລາວ ລາຍງານວ່າ ກະເສດຕະ
ກອນລາວໃນເຂດ 543 ກຸ່ມບ້ານທີ່ຕັ້ງຢູ່ໃນເຂດຄອງຊົນລະປະ
ທານຂອງ 9 ແຂວງທັງໃນພາກເໜືອ ພາກກາງ ແລະພາກໃຕ້ມີ
ໜີ້ສິນທີ່ເກີດຈາກການໃຊ້ກະແສໄຟຟ້າເພື່ອສູບນ້ຳຈາຄອງຊົນ
ລະປະທານເຂົ້າທີ່ນາຂອງພວກເຂົາເຈົ້າ ແລະຍັງບໍ່ໄດ້ຊຳລະໃຫ້
ກັບລັດວິສາຫະກິດ ໄຟຟ້າລາວ ເປັນເວລາກວ່າ 1 ປີມາແລ້ວນັ້ນ ຄິດເປັນມູນຄ່າລວມຫຼາຍກວ່າ 94 ຕື້ກີບຫຼືເກືອບ 12 ລ້ານດອນລາ.

ໂດຍມີສາເຫດມາຈາກການທີ່ກະເສດຕະກອນເຫຼົ່ານີ້ ຕ້ອງປະສົບກັບໄພທຳມະຊາດ
ຢ່າງໜັກໜ່ວງ ທັງໄພນ້ຳຖ້ວມ ແລະໄພແຫ້ງແລ້ງ ໃນຕະຫລອດລະຍະ 2 ປີມານີ້ ຊຶ່ງ
ນອກຈາກຈະເຮັດໃຫ້ເກີດການເສຍຫາຍ ຈົນຕ້ອງຕົກຢູ່ໃນສະພາບ ທີ່ສູນເສຍຊັບສິນ
ສ່ວນໃຫຍ່ ໄປກັບໄພທຳມະຊາດດັ່ງກ່າວແລ້ວ ຍັງເຮັດໃຫ້ກະເສດຕະກອນຈຳນວນ
ບໍ່ນ້ອຍ ໄດ້ພາກັນຢຸດເຊົາ ຈາກການເຮັດນາປູກເຂົ້າຢ່າງສິ້ນເຊີງອີກດ້ວຍ.

ທັງນີ້ ໂດຍກະເສດຕະກອນລາວໃນ 9 ແຂວງທີ່ບໍ່ສາມາດຊຳລະໜີ້ ຄ່າຊົມໃຊ້ກະແສ
ໄຟຟ້າໄດ້ດັ່ງກ່າວ ກໍຄືກະເສດຕະກອນ ຢູ່ໃນແຂວງວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນ
ນະເຂດ ສາລະວັນ ຈຳປາສັກ ອັດຕະປື ເຊກອງ ແລະໄຊຍະບູລີ ເພາະໄດ້ຮັບຜົນກະທົບ
ຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ທີ່ເຮັດໃຫ້ທີ່ນາເສຍຫາຍໄປຫຼາຍກວ່າ 4 ແສນແຮັກຕາ
ເມື່ອປີກາຍນີ້.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ແຜນການແລະການລົງທຶນ
ໄດ້ຖະແຫລງຍອມຮັບວ່າ ການຜະລິດເຂົ້າ ປະຈຳລະດູການ 2012-2013 ບໍ່ສາມາດ
ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ໃນປະລິມານລວມບໍ່
ນ້ອຍກວ່າ 3 ລ້ານ 8 ແສນໂຕນ ໂດຍມີສາເຫດມາຈາກການທີ່ ກະເສດຕະກອນລາວ ໄດ້ພາກັນລົດການປູກເຂົ້າ ແລະຫັນໄປປູກ ພືດເສດຖະກິດຊະນິດອື່ນໆ ຫຼາຍຂຶ້ນ.

ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວ ໄດ້ພາກັນຫັນໄປປູກ ພືດຊະນິດອື່ນໆແທນ
ເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າຕົ້ນທຶນ ໃນການປູກເຂົ້າ ໄດ້ປັບຕົວສູງຂຶ້ນ ໂດຍສະເພາະ
ແມ່ນລາຄາປຸຍ ລາຄານ້ຳມັນ ແລະຄ່າແຮງງານ ທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ແຕ່ລາຄາເຂົ້າ
ກັບບໍ່ໄດ້ເພີ້ມຂຶ້ນເລີຍ ຈຶ່ງເຮັດໃຫ້ຊາວໄຮ່ຊາວນາໃນລາວ ໄດ້ພາກັນຫັນໄປປູກພືດຊະ
ນິດອືນໆ ທີ່ເຫັນວ່າ ມີລາຍຮັບດີກວ່າ ປູກເຂົ້ານັ້ນເອງ.