ຈີນສົ່ງເສີມ ເສັ້ນທາງສາຍໄໝ ທາງທະເລ ເພື່ອຍົກ​ລະດັບ ​ການເຊື່​ອມຕໍ່ ທາງການ​ຄ້າຂອງ​ຕົນ (ວີດີໂອ ພາສາລາວ)

Your browser doesn’t support HTML5

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໃນ​ກາງ​ເດືອນ​ກັນຍາ ປະ​ທານ​ປະ​ເທດ​ຈີນ ທ່ານ Xi Jinping
ໄດ້ເດີນທາງ​ໄປຢ້ຽມ​ຢາມ ຄັ້ງ​ປະຫວັດສາດ ທີ່​ປະ​ເທດ ອິນ​ເດຍ
ສ​ຣີ​ ລັງ​ກາ ແລະ ມອລ​ດີວ ອັນ​ເປັນ​ພາກ​ສ່ວນຂອງ​ການ​ປຸກລະ
ດົມ​ ​ເພື່ອ​ສົ່ງ​ເສີມ​ເສ້ນ​ທາງ​ສາຍ​ໄໝ ເສັ້ນໃໝ່ໃນ​ເອ​ເຊຍ ກໍ​ຄື
“​ເສ້ນ​ທາງສາຍ​ໄໝ​ທາງ​ທະ​ເລ”. ຄວາມ​ພະ​ຍາ​ຍາມ​ສົ່ງ​ເສີມ
​ເສ້ນ​ທາງ​ດັ່ງກ່າວ ​ຂອງລັດ​ຖະ​ບານ​ຈີນ ​ແມ່ນອີງໃສ່​ປະຫວັດ
ສາດ​ຂອງນັກ​ເດີ​ນ​ເຮືອ ​ທີ່​ມີ​ຊື່​ສຽງຂອງ​ປະ​ເທດ ໃນສັດ​ຕະວັດ
​ທີ່ 15 ທີ່​ເປັນ​ຂັນ​ທີ​ຊື່​ວ່າ​ເຈິ້ງ ​ເຫີ (Zheng He). ຜູ້​ສື່​ຂ່າວ​ວີໂອ​
ເອ Bill Ide ມີລາຍ​ງານ​ຈາກ​ບ້ານ​ເກີດຂອງນັກ​ເດີນເຮືອຄົນ​ນີ້
ທີ່​ແຂວງຢຸນ​ນານ ກ່ຽວ​ກັບຄວາມ​ພະ​ຍາ​ຍາມເພື່ອ​ສົ່ງ​ເສີມອະ
ນາ​ຄົດ​ຂອງ​ຈີນ ໂດຍ​ການ​ຮື້​ຟືນ​ອະດີດຄືນ​ມາຊຶ່ງ​ ກິ່ງ​ສ​ະ​ຫ​ວັນ
ຈະ​ນຳ​ມາ​ສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ເສັ້ນທາງ​ສ​າຍໄໝ ທາງທະເລຈີນ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

Your browser doesn’t support HTML5

ຈີນສົ່ງເສີມ ເສັ້ນທາງ ສາຍໄໝທາງທະເລ ເພື່ອຍົກ​ລະດັບ ການ​ຄ້າຂອງ​ຕົນ

ທ່ານ ​ເຈິ້ງ ​ເຫີ (Zheng He) ​ເຕີບ​ໃຫຍ່ຂຶ້ນ​ມາ ຢູ່​ແຄມໜອງ Dianchi ທາງ​ທິດ​ໃຕ້​ຂອງ​
ຄຸນ​ໝີງ ເມືອງ​ຫລວງຂອງ​ແຂວງ ຢຸນ​ນານ ​ໃນສະ​ໄໝ​ໃໝ່ນີ້.

​ການ​ເດີນ​ທາງ​ເຈັດ​ເທື່ອ ຂອງ​ທ່ານ Zheng He ໄດ້ພາທ່ານ​ ຂ້າມ​ເອ​ເຊຍ​ໃຕ້ ພາກຕາ​
ເວັນ​ອອກ​ກາງ ໄປຈົ​ນຮອດ ຝັ່ງ​ທະ​ເລ​ ຕາ​ເວັນ​ອອກຂອງ​ອາ​ຟ​ຣິກາ ຊຶ່ງ​ໄດ້​ເຮັດ​ໃຫ້​ຈີນ
ຕົກ​ຢູ່​ໃນ​ຖານະ​ພິ​ເສດ​ຂອງໂລກ.

​ນັກຄົ້ນ​ຄວ້າ​ກ່ຽວ​ກັບ​ທ່ານ Zheng He ​ຄື ທ່ານ Xu Keming ຊຶ່ງ​ເປັນ​ຜູ້​ດູ​ແລ ອະນຸ
ສອນ​ສະຖານ Zheng He ​ໃນ​ເມືອງ Jinning ບ້ານ​ເກີດ​ຂອງ​ພົນ​ເຮືອ​ຕີ​ຈີນ​ທ່ານ​ນີ້.

ທ່ານ Xu Keming ກ່າ​ວ​ວ່າ:

ແຕ່ລະເທື່ອທີ່ທ່ານ Zheng He ອອກເຮືອ​ໄປ ​ແມ່ນ​ຈະມີຂະບວນເຮືອ
ຕິດຕາມໄປນຳ ປະມານ 200 ລຳ ທີ່ຍາວຢຽດອອກໄປຮອດສີ່ກິໂລແມດ
ຢູ່
ໃນທະເລ. ​ພວກເຮືອບັນທຸກ​ຊັບສົມບັດ ຈະມີຄວາມຍາວຢູ່ 44 ແມັດ.
ໃນເວລານັ້ນ ເປັນທີ່ກ່າວກັນວ່າເວລາ​ໃດ​ທີ່ຈີນຄອບງຳມະຫາສະມຸດອິນ
ເດຍ ​ແມ່ນບໍ່ມີເທດໃດ ທີ່​ຈະ​ກ້າລ່ວງ​ລ້ຳ ​ເຂົ້າ​ໄປ​ໃນດິນແດນຂອງຈີນ.

ນັກວາງແຜນ ແລະຄົ້ນຄວ້າ ທ່ານ Jin Feibao ຢືນຢູ່ ທ່າມກາງພວກເຮືອຈຳລອງ ຂອງ ພົນເຮືອຕີ ເຈີ້ງ ເຫີີ.

ຖານະທີ່​ສຳ​ຄັນດັ່ງກ່າວ ບໍ່​ໄດ້​ຍືນ​ຍົງຢູ່​ນານ ຍ້ອນ​ວ່າຈີນ​ໄດ້ຫັນ​ໜ້າເຂົ້າ​ຫາ​ຕົນ​ເອງ
ຫລັງ​ຈາກທ່ານ Zheng He ​ເສຍ​ຊີ​ວິດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ບັນ​ດາ​ຜູ້ນຳ​ຈີນຢຸກ
ໃໝ່ ເຊັ່ນ ທ່ານ ​ເຕິ້ງ ສຽວ​ຜິ​ງ (Deng Xaioping) ໄດ້​ພົບຄວາມ​ໝາຍຢູ່​ໃນປະຫວັດ
ສາດຂອງ​ທ່ານ Zheng ແລະຮູ້​ສຶກ​ເຖິງ​ພາລະກິດທີ່​ຈະ​ຕ້ອງ​ໄດ້​ເຮັດ. ​ທ່ານ ເຕິ້ງໄດ້
ເປັນ​ຜູ້​ລິເລີ້ມ ​ແລະນຳ​ພາ ການເປີດ​ກວ້າງທາງເສດ​ຖະ​ກິ​ດ​ຂອງຈີນ ໃນ​ປີ 1980.

ທ່ານ Xu Keming ນັກຄົ້ນ​ຄວ້າ​ກ່ຽວ​ກັບ​ທ່ານ Zheng He ​ເວົ້າ​ວ່າ:

ທ່ານ Deng ກ່າວວ່າ ໃນປະຫວັດສາດ 2000 ປີຂອງຕົນ​ນັ້ນ ຈີນບໍ່ເຄີຍໄດ້
ເປີດກວ້າງສູ່​ໂລກ ຄື​ກັນ​ກັບເວລາທີ່ທ່ານ Zheng He ເດີນທາງ​ໄປ​ທົ່ວ​ໂລກ
ແລະ
ຫລັງຈາກນັ້ນຈີ​ນກໍ​ໄດ້​ຕົກ​ຕ່ຳລົງ​ ​ແລະ​ຕົກ​ຕ່ຳລົງເລື້ອຍ​ໆ ຈົນຮອດລາດ
ຊະວົງ ໝິງ (Ming)ແລະລາດ​ຊະ​ວົງ ຈິງ (Qing). ​ດ້ວຍ​ເຫດນັ້ນ​ເອງ ທ່ານ
Deng ຈຶ່ງ​ໄດ້​ກ່າວວ່າ ຈີນຈະປິດຕົນເອງຕໍ່ໂລກພາຍນອກບໍ່​ໄດ້ແລະອ້າງ​
ເຖິງໂຕ
ທ່ານເອງວ່າ ເປັນ Zheng He ຜູ້ທີ່ສອງ.”

ປະທານ​ປະ​ເທດຈີນ ທ່ານ ສີ ຈິນຜິ​ງ (Xi Jingping) ​ໄດ້​ເລີ້ມ​ເວົ້າ​ຂື້ນ​ມາ​ໃໝ່ ​ເຖິງ
“​ເສ້ນທາງ​ສາຍ​ໄໝທາງ​ທະ​ເລ” ຢູ່​ໃນ​ຄຳ​ປາ​ໄສຕໍ່ ​ສະພາ​ແຫ່ງຊາດ​ອິນ​ໂອ​ເນ​ເຊຍ ປີ
​ກາຍ​ນີ້ ​ແລະ​ໄດ້​ເນ້ນ​ໜັກ​ໃສ່ການ​ພົວພັນກັບອິນ​ໂດ​ເນ​ເຊຍ ຂອງທ່ານ Zheng He
ທີ່​ໄດ້​ຢຸດ​ແວ່​ປະ​ເທດ​ດັ່ງກ່າວ ​ໃນ​ການ​ເດີນ​ທະ​ເລ​ທັງ​ເຈັດ​ເທື່ອ​ຂອງ​ທ່ານ.

ນະໂຍບາຍ​ຂອງ​ເສ້ນທາງ​ສາຍ​ໄໝ ​ເນັ້ນ​ໜັກ​ໃສ່​ການ​ຍົກ​ລະດັບ ​ການເຊື່​ອມຕໍ່ທາງ
ການ​ຄ້າຂອງ​ຈີນ ​ແຕ່​ກໍ​ມີ​ຫລາຍໆ​ຢ່າງ​ທີ່​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ ກ່ຽວ​ກັບ​ຈຸດປະ​ສົງໃນ​ວົງ
ກວ້າງຂອງ​ນະ​ໂຍບາຍ​ດັ່ງກ່າວ ຊຶ່ງ​ເຮັດ​ໃຫ້​ບາງປະ​ເທດເພື່ອນ​ບ້ານ​ຂອງ​ຈີນ ​ມີຄວາມ​
ເປັນ​ຫ່ວງໂດຍ​ສະ​ເພາະຢ່າງ​ຍິ່ງ ຍ້ອນ​ວ່າປັກ​ກິ່ງ​ໄດ້​ອ້າງ​ເອົາ​ກຳມະສິດ ​ໃນທະ​ເລ​ຈີນ​ໃຕ້
ເກືອບ​ທັງ​ໝົດ.

ນັກ​ເສດຖະ​ສາດ ​ເຈຍ ຈິງ​ຈິງ (Jia Jinjing) ຈາກສະ​ຖາ​ບັນສຶກສາການ​ເງິນ Chaoyang
ຂອງມະຫາວິທະຍາ​ໄລ Renmin ກ່າວ​ວ່່າ ຈຸດປະສົງນຶ່ງ​ຂອງຍຸດ​ທະ​ສາດ “​ເສ້ນທາງ​
ສາຍໄໝ” ແມ່ນ​ເພື່ອ​ເສີມ​ສ້າງຕໍ່​ ຈາກ​ເສ້ນທາງ​ເຊື່ອມ​ຕໍ່​ການ​ຄ້າ​ໃນປະຫວັດ​ສາດ ​ແລະ​
ເລັ່ງລັດຊຸກ​ຍູ້ ​ໃຫ້​ມີ​ການ​ຮັບ​ເອົາ​ເງິນຕາ​ຂອງ​ຈີນ ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ​.

ທ່ານ Jia Jinjing ກ່າວ​ວ່າ :

“ດັ່ງ​ໂຕ​ຢ່າງ ທ່ານ Xi ​ໄດ້​ເວົ້າເຖິງ​ການ​ເຮັດ​ໃຫ້ການແລກປ່ຽນ​ທາງ​ດ້ານການ​ເງິນ​ ມີຄວາມເຂ້​ມແຂງ​ຂື້ນ ​ຕອນ​ທີ່ທ່ານ​ຢ້ຽມຢາມສຣີ ລັງກາ ​ແລະ​ເຖິງ​ແມ່ນ ສຣີ ລັງກາ
ບໍ່ແມ່ນຜູ້ ​ຫລີ້ນບົດບາດ​ທີ່ສຳຄັນຢູ່​ໃນ​ລະ​ບົບການ​ເງິນ​ຂອງ​ໂລກກໍ​ຕາມ ຈຸດທີ່​ຕັ້ງ
ຂອງ​ ສຣີລັງກາ ​ໃນ​ແງ່​ຂອງ​ການ​ຄ້າ​ແລະແນວໂນ້ມ​ແລ້ວ ​ແມ່ນ​ດີ​ຫລາຍ ສຳລັບ​
ການ​ທຳ​ທຸລະ​ກຳ​ທາງ​ການ​ເງິນ ແລະ​ການ​ບໍລິການ.”

ປະທານາທິບໍດີ ສຣີ ລັງກາ ທ່ານ Mahinda Rajapaksa, ຂວາ, ຈັບມືກັບ ປະທານປະເທດຈີນ ທ່ານ Xi Jinping ໃນລະຫວ່າງການພົບປະກັນ ຢູ່ ໂຄລົມໂບ.

ນັກ​ເສດຖະ​ສາດ ​ເຈຍ ຈິງ​ຈິງ (Jia Jinjing) ຈາກສະ​ຖາ​ບັນສຶກສາການ​ເງິນ Chaoyang
ຂອງມະຫາວິທະຍາ​ໄລ Renmin ກ່າວ​ວ່່າ ຈຸດປະສົງນຶ່ງ​ຂອງຍຸດ​ທະ​ສາດ “​ເສ້ນທາງ​ສາຍ
​ໄໝ” ແມ່ນ​ເພື່ອ​ເສີມ​ສ້າງຕໍ່​ ຈາກ​ເສ້ນທາງ​ເຊື່ອມ​ຕໍ່​ການ​ຄ້າ​ໃນປະຫວັດ​ສາດ ​ແລະເລັ່ງລັດ
​ຊຸກ​ຍູ້ ​ໃຫ້​ມີ​ການ​ຮັບ​ເອົາ​ເງິນຕາ​ຂອງ​ຈີນ ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ​.

ທ່ານ Jia Jinjing ກ່າວ​ວ່າ :

“ດັ່ງ​ໂຕ​ຢ່າງ ທ່ານ Xi ​ໄດ້​ເວົ້າເຖິງ​ການ​ເຮັດ​ໃຫ້ ການແລກປ່ຽນ​ທາງ​ດ້ານການ​
ເງິນ​ ມີຄວາມເຂ້​ມແຂງ​ຂື້ນ ​ຕອນ​ທີ່ທ່ານ​ຢ້ຽມຢາມສຣີ ລັງກາ ​ແລະ​ເຖິງ​ແມ່ນ ສຣີ
ລັງກາ ບໍ່ແມ່ນຜູ້ຫລີ້ນບົດບາດ​ທີ່ສຳຄັນຢູ່​ໃນ​ລະ​ບົບການ​ເງິນ​ຂອງ​ໂລກກໍ​ຕາມ
ຈຸດທີ່​ຕັ້ງຂອງ​ ສຣີລັງກາ ​ໃນ​ແງ່​ຂອງ​ການ​ຄ້າ​ແລະແນວໂນ້ມ​ແລ້ວ ​ແມ່ນ​ດີ​ຫລາຍ ສຳລັບ​ການ​ທຳ​ທຸລະ​ກຳ​ທາງ​ການ​ເງິນ ແລະ​ການ​ບໍລິການ.”

ໃນ​ລະຫວ່າງ​ທີ່​ຢ້ຽມຢາມ ສຣີ ລັງກາ ທ່ານ Xi ​ໄດ້​ເຂົ້າ​ຮ່ວມ​ພິທີວາງ​ສິລາ​ລຶກ ສຳລັບ​ທ່າເຮືອ
ມູນ​ຄ່າ 1 ພັນ 4 ຮ້ອຍ​ລ້ານ​ໂດ​ລາ ທີ່​ກຳລັງ​ກໍ່ສ້າງ ດ້ວຍ​ທຶນ​ຂອງ​ຈີນ.