ອາຟຣິກາໃຕ້ ເຊັນຂໍ້ຕົກລົງ ຂຶ້ນຄ່າແຮງງານ ໃຫ້ກໍາມະກອນ

ກໍາມະກອນຂຸດຄົ້ນຄໍາ ຂອງປະເທດອາຟຣິກາໃຕ້ ພາກັນແລ່ນໜີ ໃນການນັດຢຸດງານປະທ້ວງ, ວັນທີ 18 ຕຸລາ 2012.

ບັນດາບໍລິສັດຂຸດຄົ້ນຄໍາຂອງປະເທດອາຟຣິກາໃຕ້ ໄດ້ເຊັນ
ຂໍ້ຕົກລົງເລື້ອງຄ່າແຮງ ງານໃໝ່ ເພື່ອແນໃສ່ເຮັດໃຫ້ການນັດ
ຢຸດງານ ທີ່ສົ່ງຜົນໃຫ້ອຸດສາຫະກໍາດັ່ງກ່າວເປັ້ຍລ່ອຍນັ້ນ
ສິ້ນສຸດລົງ.

ຂໍ້ຕົກລົງລະຫວ່າງສະຫະພັນກໍາມະບານຂອງກໍາມະກອນຂຸດ
ຄົ້ນບໍ່ແຮ່ ແລະບໍລິສັດຂຸດ ຄົ້ນບໍ່ແຮ່ສາມແຫ່ງ ໄດ້ຖືກເຊັນກັນ
ໃນວັນພະຫັດວານນີ້ ໂດຍໄດ້ຕົກລົງຂຶ້ນຄ່າແຮງງານ ສະສົມ ໃຫ້ແກ່ພວກຂຸດຄົ້ນບໍ່ແຮ່ລະຫວ່າງ 11% ຫາ 20%.

ການຂຶ້ນຄ່າແຮງງານດັ່ງກ່າວ ແມ່ນເພີ້ມໃສ່ການຂຶ້ນເງິນເດືອນ
ທີ່ມີຜົນບັງຄັບໃຊ້ໃນເດືອນ ກໍລະກົດຜ່ານມານັ້ນ.

ການນັດຢຸດງານທີ່ຜິດກົດໝາຍຂອງພວກກໍາມະກອນຂຸດຄົ້ນບໍ່ແຮ່ຊາວອາຟຣິກາໃຕ້ ໄດ້ ເພີ້ມທະວີຄວາມຮຸນແຮງຂຶ້ນ ນັບຕັ້ງແຕ່ເດືອນສິງຫາເປັນຕົ້ນມາ ເມື່ອຕໍາຫລວດ ໄດ້ຍິງປືນໃສ່ພວກກໍາມະກອນທີ່ທໍາການຢຸດງານເພື່ອປະທ້ວງຢູ່ບໍ່ຄໍາຂາວ ຫລື Platinum ແລະໄດ້ສັງຫານຊີວິດຂອງ 34 ຄົນ. ໂດຍຕໍາຫລວດໃຫ້ເຫດຜົນວ່າ ພວກເຂົາເຈົ້າຍິງປືນ ເຊັ່ນນັ້ນກໍເພື່ອເປັນການປ້ອງກັນຕົນເອງ.

ພວກກໍາມະກອນຢູ່ບໍ່ແຮ່ແຫ່ງນັ້ນ ໃນທີ່ສຸດກໍຊະນະການຂໍຂຶ້ນຄ່າແຮງງານ 22% ຊຶ່ງ ເປັນການກະທໍາທີ່ເຮັດໃຫ້ພວກກໍາມະກອນຢູ່ບໍ່ແຮ່ແຫ່ງອື່ນ ຮຽກຮ້ອງໃຫ້ມີການຂຶ້ນ ຄ່າແຮງງານ ແລະປັບປຸງສະພາບການທໍາງານໃຫ້ດີຂຶ້ນກວ່າເກົ່າ.

ການນັດຢຸດງານ ເຮັດໃຫ້ບັນດາບໍລິສັດຂຸດບໍ່ແຮ່ວາງຄໍາສັງສຸດຂາດອອກມາ ບອກກໍາມະ ກອນກັບຄືນໄປເຮັດວຽກ ຖ້າບໍ່ດັ່ງນັ້ນກໍຈະຖືກໄລ່ອອກການ.

ຂໍ້ຕົກລົງທີ່ເຊັນກັນໃນວັນພະຫັດວານນີ້ ບໍ່ໄດ້ສົ່ງຜົນກະທົບຕໍ່ກໍາມະກອນໃນອຸດສາຫະກໍາ ຂຸດຄົ້ນຄໍາຂາວ ແລະຖ່ານຫີນແຕ່ຢ່າງໃດ.