ບົດລາຍງານ ຂອງລັດຖະສະພາສະຫະລັດ ທີ່ບໍ່ເຂົ້າຂ້າງພັກໃດ ໄດ້ກ່າວໃນວັນ
ອັງຄານ ວານນີ້ ວ່າ ຊາວອາເມຣິກັນ 18 ລ້ານຄົນ ອາດສູນເສຍປະກັນໄພສຸຂະພາບ ຂອງພວກເຂົາເຈົ້າ ໃນປີທຳອິດ ຖ້າ ພັກຣີພັບບລີກັນ ທີ່ຄວບຄຸມ ລັດຖະສະພາ
ສະຫະລັດ ຍົກເລີກ ການປະຕິຮູບລະບົບຮັກສາສຸຂະພາບ ທີ່ເປັນສັນຍາລັກ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໂດຍປາດສະຈາກ ລະບົບທີ່ຈະມາປ່ຽນແທນນັ້ນ.
ຍິງຄົນນຶ່ງ ຕັ້ງທ່າໃຫ້ຖ່າຍຮູບ ໃນຂະນະທີ່ຖືປ້າຍ ທີ່ໃຫ້ທັດສະນະຂອງລາວ ກ່ຽວກັບ ປະກັນໄພສຸຂະພາບ ຢູ່ທີ່ ກອງປະຊຸມສຸດຍອດ ເຍົາວະຊົນທີ່ທຳນຽບຂາວ ໃນເລື່ອງຂອງກົດໝາຍ ປະກັນໄພສຸຂະພາບ ລາຄາຖືກ ຫຼື Affordable Care Act ໃນວໍຊິງຕັນ, ວັນທີ 4 ທັນວາ 2013.
ຫ້ອງການງົບປະມານຂອງລັດຖະສະພາ ໄດ້ກ່າວວ່າ ໂດຍການຍົກເລີກກົດໝາຍ ປະກັນໄພສຸຂະພາບລາຄາຖືກ ຫຼື Affordable Care Act ທີ່ຮູ້ຈັກກັນທົ່ວໄປໃນຊື່ Obamacare ນັ້ນ ຈຳນວນຂອງພວກຄົນ ທີ່ບໍ່ມີປະກັນໄພ ຈະເພີ້ມສູງຂຶ້ນເປັນ 32 ລ້ານຄົນ ພາຍໃນທົດສະວັດນຶ່ງ ແລະ ຄ່າຊື້ປະກັນໄພ ກໍຈະສູງຂຶ້ນຫຼາຍ.
ທ່ານດໍໂນລ ທຣຳ ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ຜູ້ທີ່ຈະເຂົ້າກຳອຳນາດ ໃນວັນ ສຸກຈະມາເຖິງນີ້ ຢູ່ທີ່ວໍຊິງຕັນ ກ່າວວ່າ ທ່ານຢາກໃຫ້ “ໝົດທຸກຄົນມີປະກັນໄພ” ແລະ
ວ່າ ທ່ານໃກ້ທີ່ຈະສຳເລັດແຜນການ ເພື່ອນຳມາປ່ຽນແທນ ນະໂຍບາຍຕ່າງໆ ຂອງທ່ານ ໂອບາມາ ທີ່ມີມາ ໄດ້ເກືອບ 7 ປີແລ້ວນັ້ນ ເຊິ່ງພັກເດໂມແຄຣັດ ໄດ້ນຳພາປະເທດຊາດ ມາຕະຫຼອດ 8 ປີ ທີ່ຜ່ານມາ.
ບັນດາສະມາຊິກພັກຣີພັບບລີກັນ ໄດ້ເອົາບາດທາງກ້າວດ້ານນິຕິບັນຍັດ ຄັ້ງທຳອິດ ໃນສອງສາມມື້ຜ່ານມານີ້ ເພື່ອທີ່ຈະຍົກເລີກກົດໝາຍດັ່ງກ່າວ ອັນເປັນເປົ້າໝາຍ ນັບຕັ້ງແຕ່ພັກເດໂມແຄຣັດ ໄດ້ຮັບຮອງເອົາ ໂດຍປາດສະຈາກ ການສະໜັບສະໜູນ ແມ່ນແຕ່ສຽງດຽວຂອງພັກຣີພັບບລີກັນ ໃນປີ 2010 ເປັນຕົ້ນມາ. ແຕ່ພັກຣີພັບບລີກັນ ຍັງບໍ່ທັນໄດ້ຕົກລົງເຫັນດີ ນຳແຜນການ ທີ່ຈະເອົາມາປ່ຽນແທນນັ້ນເທື່ອ.