ຊາວເມັກຊິໂກ ຫຼາຍລ້ານຄົນເຂົ້າຮ່ວມ ເຝິກຊ້ອມແຜ່ນດິນໄຫວ ຫຼັງຈາກການແຜ່ລະບາດຫລຸດຜ່ອນລົງ

ຄົນພາກັນເຂົ້າຮ່ວມເຝິກຊ້ອມແຜ່ນດິນໄຫວເທື່ອທຳອິດ ນັບແຕ່ໄດ້ລົບລ້າງປີກາຍນີ້ ຈາກການແຜ່ນລະບາດໂວຣັສໂຄໂຣນາ ວັນທີ 21 ມິຖຸນາ 2021.

ຫຼາຍລ້ານຄົນຢູ່ທົ່ວເມັກຊິໂກ ໃນວັນຈັນວານນີ້ໄດ້ພາກັນເຂົ້າຮ່ວມການຝືກແອບ ລີິ້ໄພ
ແຜ່ນດິນໄຫວເປັນເທືຶ່ອທຳອິດ ນັບແຕ່ເຂົ້າເຈົ້າໄດ້ງົດໄວ້ໃນປີກາຍນີ້ ຍ້ອນການລະບາດ
ຂອງໄວຣັສໂຄໂຣນາ.

ການເລີ້ມປະຕິບັດຝຶກແອບໃນພາວະສຸກເສີນຄືນໃໝ່ ຫຼັງຈາກໄດ້ມີການ ຫຸລດລົງຢ່າງ
ສະໝໍ່າສະເໝີຂອງກໍລະນີຄົນຕິດພະຍາດໂຄວິດ-19 ລາຍໃໝ່ ແລະການເສຍຊີວິດໃນ
ເມັກຊິໂກ ຊຶ່ງເປັນນຶ່ງໃນບັນດາປະເທດ ທີ່ຖືກໂຈມຕີ ຢ່າງໜັກໜ່ວງທີ່ສຸດໂດຍໄວຣັສ
ດັ່ງກ່າວ.

ການເຝິກຊ້ອມໄດ້ຈັດຊຶ້ນເປັນປະຈຳ ກ່ອນວິກິດການດ້ານສາທະລະນະສຸກ ແນໃສ່ເພື່ອ
ກະກຽມປະເທດສໍາລັບຮັບມືກັບເຫດການສັ່ນສະເທື່ອນທີ່ຫລີກລຽ້ງ ບໍ່ໄດ້ໃນຄັ້ງໜ້າທີ່ກະ
ທົບໃສ່ຂົງເຂດທີ່ມີແຜ່ນດິນໄຫວຫລາຍທີ່ສຸດຢູ່ໃນໂລກ ແຫ່ງນັ້ນ.

ປີນີ້ພວກເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ຄົນໃສ່ໜ້າກາກ ແລະຢືນຢູ່ຫ່າງກັນເພື່ອຫລີກ ລ້ຽງ
ການຕິດໄວຣັສໂຄໂຣນາ ຊຶ່ງລັດຖະບານກ່າວວ່າ ໄດ້ເຮັດໃຫ້ມີຜູ້ ເສຍຊີວິດຫຼ າຍກວ່າ
231,000 ຄົນ ໃນເມັກຊິໂກ.

ຢູ່ໃນນະຄອນຫຼວງນັ້ນ ການຝຶກແອບໄດ້ໃຊ້ສິ່ງຈໍາລອງແຜ່ນດິນໄຫວໃນ ຄວາມແຮງ 8.1
ໂດຍມີຈຸດໃຈກາງຂອງການໄຫວຢູ່ຊາຍຝັ່ງທະເລ. ຂອງລັດແກເຣໂອ (Guerrero) ທາງ
ພາກໃຕ້ຂອງປະເທດທີ່ສົ່ງການຄວາມ ແຮງຮູ້ສຶກສັ່ນສະເທືນແຮງທີ່ສຸດເຖິງນະຄອນ
ຫລວງເມັກຊິໂກ ຊີຕີ.

ອີງຕາມພວກເຈົ້າໜ້າທີ່, ປະມານ 6 ລ້ານຄົນ ໄດ້ເຂົ້າຮ່ວມການຝຶກແອບ ຢູ່ໃນນະຄອນ
ຫຼວງ ພວກເຂົາເຈົ້າຫຼາຍຄົນໄດ້ພາກັນຍົກຍ້າຍອອກຈາກຕຶກ ແລະອອກມາຢູ່ຕາມຖະ
ໜົນຫົນທາງ ຫຼັງຈາກມີການເຕືອນຂອງເມືອງ ທີ່ມີເຄື່ອງກະຈາຍສຽງຫຼາຍກວ່າ 12,000
ໜ່ວຍ.

ເຄື່ອງກະຈາຍສຽງປະມານ 200 ໜ່ວຍແມ່ນເພ ອີງຕາມພວກເຈົ້າໜ້າທີ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ