ເກີດຄວາມສັບສົນທີ່ວ່າ ເກົາຫຼີເໜືອ ບໍ່ສາມາດໄດ້ຮັບການຂັດຂວາງໃດໆ ໂດຍການລົງ
ໂທດຂອງນານາຊາດເລີຍ ລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ
ກຳລັງດຳເນີນການທົບທວນຄືນນະໂຍບາຍ ເພື່ອຫາວິທີທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອ
ຮັບມືກັບໄພຂົ່ມຂູ່ຈາກ ລູກສອນໄຟ ແລະ ອາວຸດນິວເຄລຍຂອງພຽງຢາງ.
ເພີ້ມໃສ່ຄວາມຮີບດ່ວນ ຕໍ່ໄພຂົ່ມຂູ່ດ້ານຄວາມໝັ້ນຄົງ ທີ່ມີມາເປັນເວລາດົນນານແລ້ວນີ້
ກໍແມ່ນການເລັ່ງລັດ ໃນຄວາມພະຍາຍາມ ເພື່ອຈະພັດທະນາຄວາມສາມາດ ທີ່ຈະໂຈມຕີ
ແຜ່ນດິນໃຫຍ່ ຂອງສະຫະລັດ ດ້ວຍລູກສອນໄຟ ຂີປະນາວຸດ ຂ້າມທະວີບ ທີ່ຕິດຫົວລະ
ເບີດນິວເຄລຍ ຫຼື ICBM.
ພວກປືນໃຫຍ ໄດ້ຖືກຍິງພ້ອມກັນ ໃນລະຫວ່າງການຊ້ອມລົບ ຢູ່ສະຖານທີ່ບໍ່ຖືກເປີດເຜີຍ ໃນຮູບພາບທີ່ບໍ່ລະບຸວັນເວລານີ້ ທີ່ນຳອອກເຜີຍແຜ່ ໂດຍອົງການສູນກາງຂ່າວ ຂອງທາງການເກົາຫຼີເໜືອ ຫຼື (KCNA) ເມື່ອວັນທີ 25 ມີນາ 2016.
ໃນເດືອນມັງກອນ ທີ່ຜ່ານມາ ປະທານາທິບໍດີ ທຣຳ ໄດ້ຂຽນລົງໃນ Twitter ວ່າ “ມັນຈະ
ບໍ່ເກີດຂຶ້ນໄດ້” ໃນການຕອບຕໍ່ ຖະແຫລງການຂອງຜູ້ນຳເກົາຫຼີເໜືອ Kim Jong Un
ທີີ່ສະແດງໃຫ້ເຫັນວ່າ ປະເທດຂອງຜູ້ກ່ຽວ ຈະທົດລອງ ລູກສອນໄຟ ICBM ໃນໄວໆນີ້.
ບັນດາເຈົ້າໜ້າທີ່ ລັດຖະບານ ສະຫະລັດ ກ່າວວ່າ ທາງເລືອກທັງໝົດ ແມ່ນຈະນຳເອົາ
ມາໃຊ້ ເພື່ອຮັບມືກັບ ໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກເກົາຫຼີເໜືອ ຮວມທັງ ການປະຕິບັດການ
ທາງດ້ານທະຫານ ແລະ ການສົ່ງອາວຸດນິວເຄລຍ ໄປປະ ຈຳການຢູ່ໃນເກົາຫຼີໃຕ້ ແລະ
ຍີ່ປຸ່ນ.
ພະນັກງານຄົນນຶ່ງ ຂອງໂຮງງານໃນເກົາຫຼີເໜືອ ຍ່າງຜ່ານ ຫ້ອງປຸງແຕ່ງ ຢູ່ທີ່ໂຮງງານຜະລິດ ສາຍໄຟຟ້າ Pyongyang 326 ໃນວັນອັງຄານ ທີ 10 ມັງກອນ 2017, ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ.
ບັນດານັກວິເຄາະດ້ານຄວາມໝັ້ນຄົງ ໃນຂົງເຂດ ທ່ານ Grant Newsham ຢູ່ທີ່
ສະຖາບັນ ການສຶກສາດ້ານຍຸດທະສາດ ທີ່ໂຕກຽວ ແລະທ່ານ Bong Young-shik
ທີ່ສະຖາບັນການສຶກສາກ່ຽວກັບເກົາຫຼີເໜືອ ຂອງມະຫາວິທະຍາໄລ Yonsei ທີ່
ນະຄອນຫຼວງໂຊລ ກ່າວຕໍ່ວີໂອເອ ກ່ຽວກັບຄວາມສ່ຽງແລະຜົນປະໂຫຍດ ຂອງມາດ
ຕະການຕ່າງໆ ທີ່ກຳລັງພິຈາລະນາຢູ່.