ພວກຫົວຮຸນແຮງ ບຸກໂຈມຕີ ສະຖານີ ວິທະຍຸ ແລະ ໂທລະພາບ ແຫ່ງຊາດ ອັຟການິສຖານ

ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ເດີນທາງໄປຮອດສະຖານທີ່ຂອງການໂຈມຕີໃນເມືອງ ຈາລາລາບັດ, ພາກຕາເວັນອອກຂອງ ອັຟການິສຖານ. 17 ພຶດສະພາ, 2017.

ກຸ່ມຫົວຮຸນແຮງທີ່ຕິດອາວຸດ​ເຕັມ​ອັດຕາກຸ່ມໜຶ່ງ, ລວມທັງ ມືລະເບີດສະຫຼະຊີບຫຼາຍຄົນ,
ໄດ້ບຸກ​ເຂົ້າ​ໄປ ​ໃນສະຖານີກະຈາຍສຽງລັດຖະບານແຫ່ງໜຶ່ງ ໃນພາກຕາເວັນອອກຂອງ
ປະເທດ ອັຟການິສຖານ, ເຮັດໃຫ້ປະຊາຊົນຢ່າງໜ້ອຍ 2 ຄົນເສຍຊີວິດ ແລະ ຄົນອື່ນໆ
ໄດ້ຮັບບາດເຈັບຢ່າງໜ້ອຍ 20 ຄົນ, ອີງຕາມຄຳ​ຖະ​ແຫຼງຂອງບັນດາເຈົ້າໜ້າທີ່.

ເຈົ້າໜ້າທີ່ ແລະ ຜູ້ເຫັນເຫດການຫຼາຍຄົນ ໄດ້ກ່າວຕໍ່ບັນດານັກຂ່າວທ້ອງຖິ່ນວ່າ ການ
ໂຈມທີ່​ເມືອງ ຈາລາລາບັດ ​ໃນວັນພຸດມື້ນີ້, ເຊິ່ງເປັນເມືອງຫຼວງຂອງແຂວງ ນັນກາຮາ,
ໄດ້ເລີ່ມຂຶ້ນ ດ້ວຍພວກລະເບີດສະ ຫຼະຊີບ ບີບ​ຄະ​ນວນລະເບີດ​ໃຫ້​ແຕກ​ຂຶ້ນ, ​ເພື່ອ​ເປີດ
ຫົນຫາງ ໃຫ້ຄົນອື່ນໆ ບຸກເຂົ້າ​ໄປ ໃນອາຄານສະຖານີວິທະຍຸ ແລະ ໂທລະພາບແຫ່ງ
ຊາດ ອັຟການິສຖານ, ຫຼື RTA.

ຍັງບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີ​ເທື່ອ.

ກຸ່ມກະບົດໃຫຍ່ ຕາລີບານ ໄດ້ປະຕິເສດການມີສ່ວນຮ່ວມ, ໂດຍກ່າວວ່າ ພວກເຂົາບໍ່ມີ
ສ່ວນກ່ຽວຂ້ອງຫຍັງກັບການໂຈມຕີ.

ພວກຫົວຮຸນແຮງທີ່ເຊື່ອມໂຍງກັບກຸ່ມ ລັດອິສລາມ ກໍໄດ້ປະຕິບັດການໃນແຂວງ ນັນກາ
ຮາ ເຊັ່ນກັນ ແລະ ໄດ້ທຳການໂຈມຕີຢູ່ເປັນປະຈຳຕໍ່ສະຖານທີ່ຕ່າງໆຂອງລັດຖະບານ ພ້ອມກັບກອງກຳລັງອັຟການິສຖານ ແລະ ສະຫະລັດ ທີ່ດຳເນີນການປະຕິບັດການຮ່ວມ
ກັນຢູ່ໃນແຂວງ ເພື່ອກຳຈັດພວກລູກມືຂອງກຸ່ມກໍ່ການຮ້າຍທີ່ມີຖິ່ນຖານໃນປະເທດ ຊີ
ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Afghanistan Attack