ອົບພະຍົບຫຼາຍຮ້ອຍຄົນ ອາດເສຍຊີວິດໄປແລ້ວ ຍ້ອນເຮືອຂວ້ຳ ຢູ່ນອກຝັ່ງ ລີເບຍ

ອົບພະຍົບຄົນນີ້ ໄດ້ຮັບການຊ່ອຍເຫຼືອ ເວລາລາວອອກຈາກ ເຮືອຍາມຝັ່ງ ທີ່ທ່າເຮືອ Palermo ທີ່ອີຕາລີ ວັນທີ 18 ເມສາ, 2015.

ກຳ​ປັ່ນ​ລຳ​ໜຶ່ງ​ ທີ່​ຄຶດກັນ​ວ່າ ບັນທຸກ​ພວກ​ຄົນ​ອົບ​ພະຍົບຫຼາຍ
​ເຖິງ 700 ຄົນ ​ທີ່​ກຳລັງ​ພະຍາຍາມເດີນທາງ​ໄປ​ຍັງ​ຢູ​ໂຣບ ​ໄດ້
​ປີ້ນ​ຂວ້ຳ​ໃນ​ຄືນ​ຜ່ານ​ມາ​ນີ້ ຢູ່​ນອກ​ຝັ່ງທະ​ເລ​ປະ​ເທດ​ລີ​ເບຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ 28 ຄົນ​ໄດ້​ຖືກ​ຊ່ອຍ​ກູ້​ຊີ
ວິດ​ໄວ້ ​ແຕ່​ຫຼາຍ​ຮ້ອຍ​ຄົນ ຢ້ານ​ວ່າ ​ເສຍ​ຊີວິດ​ໄປ​ແລ້ວ​ຢູ່ໃນ
ທະ​ເລ ຫ່າງ​ຈາກ​ເກາະ Lampedusa ​ໃນ​ພາກ​ໃຕ້​ຂອງ​ອີ​ຕາ
​ລີ ​ໄປ​ທາງ​ທິດ​ໃຕ້ 193 ຫຼັກ​ກິ​ໂລ​ແມັດ.

​ເຊື່ອ​ກັນ​ວ່າ ກຳ​ປັ່ນ​ລຳ​ນີ້ ​ໄດ້​ປີ້ນ​ຂວ້ຳ​ເວລາ​ພວກ​ອົບ​ພະຍົບ
ພາກັນ​ຍ້າຍໄປ​ຢູ່ເບື້ອງ​ໜຶ່ງ​ຂອງ​ເຮືອ ​ເວລາ​ເຮືອ​ພານິດ​ລຳ​
ໜຶ່ງແລ່ນ​ເຂົ້າ​ມາໃກ້​.

Your browser doesn’t support HTML5

Migrants Shiowreck

ມີ​ລາຍ​ງານ​ຂ່າວ​ວ່າ ສົບ​ຂອງ​ພວກ​ເສຍ​ຊີວິດ​ຈຳນວນ​ໜຶ່ງ​ໄດ້​ຖືກ​ນ້ຳ​ພັດ​ເຂົ້າ​ຝັ່ງ​ ໃນ​ລີ​ເບຍ.
ພວກ ​ອົບ​ພະຍົບຫຼາຍ​ພັນ​ຄົນ ຊຶ່ງ​ສ່ວນ​ຫຼາຍ​ມາ​ຈາກ​ພວກ​ຂົງ​ເຂດ​ທີ່​ໄດ້​ຖືກສົງຄາມທຳລາຍ​ໃນ​ອາ​ຟຣິກາ ​ແລະ​ພາກ​ຕາ​ເວັນ​ອອກ​ກາງ ພາກັນ​ສ່ຽງ​ອັນຕະລາຍ ​ເດີນທາງ​ຂ້າມ​ທະ​ເລ​ເມ​ດີເຕີ​ເຣນຽນ ​ໃນຄວາມ​ຫວັງ​ວ່າ ຈະ​ໄປ​ຮອດ​ທະວີບຢູ​ໂຣບ. ກ່ອນ​ເກີດ​ເຫດການ​ຫລ້າ​ສຸດ​ນີ້ ບັນດາ​ກຸ່ມ​ສົ່ງ​ເສີມ​ດ້ານ​ມະນຸດສະທຳ ​ໄດ້​ກະ​ປະມານ​ວ່າ ມີ​ຜູ້​ຄົນ​ປະມານ 500 ຄົນ​ໄດ້​ເສຍ​ຊີວິດ​ ມາ​ຮອດ​ປັດຸ​ບັນ​ໃນ​ປີ​ນີ້ ​ຍ້ອນ​ຄວາມ​ອຶດຫິວ ຂາດ​ນ້ຳ​ດື່ມ ​ແລະຕາກ​ແດດ​ຕາກ​ຝົນ ​ຢູ່​ໃນ​ເຮືອ​ທີ່​ອັດ​ແອ ​ແລະຢູ່​ໃນ​ສະພາບ​ບໍ່​ປອດ​ໄພ.

ສັນຕະປາປາ Francis ກຳລັງ​ຮຽກຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ນາໆ​ຊາດ​ຕື່ມ​ອີກ ​ເພື່ອ​ຮັບ​ມື​ກັບ​ຈຳນວນ​ພວກ​ອົບ​ພະຍົບທີ່​ເພີ້​ມທະວີ​ຂຶ້ນ​ສູ່​ມື້ທີ່​ ຫຼົບໜີ​ຈາກ​ສະພາບ​ການ​ທີ່ບໍ່​ທຸ່ນ​ທ່ຽງ​ໃນ​ອາ​ຟຣິກາ​ນັ້ນ.