ເອເຊຍຕາເວັນອອກສຽງໃຕ້ ຕິດຕາມ ການປະທ້ວງ ໃນພາກຕາເວັນອອກກາງ

  • ທອງປານ ເທບວົງສາ

ປະຊາຊົນ Morocco ໂຮມຊຸມນຸມປະທ້ວງ ທີ່ນະຄອນຫລວງ Rabat ຮຽກຮ້ອງເອົາການປະຕິຮູບ ທາງການເມືອງ ຂັ້ນກວ້າງຂວາງ, ວັນທີ 20 ກຸມພາ 2011.

ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ມີ​ທັງ​ພວກປະຊາຊົນທີ່​ສະໜັບ ສະ​ໜຸນ ​ແລະ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປະ​ທ້ວງ​ ທີ່​ເກີດ​ຂື້ນ​ຢູ່​ໃນພາກ​ຕາເວັນ ອອກ​ກາງ. ຜູ້​ສື່​ຂ່າວ​ອີ​ໂອ​ເອ Brian Padden ມີ​ລາຍ​ງານ​ເພີ່ມ​ຕື່ມ​ກ່ຽວ​ກັບ​ເລຶ່ອງນີ້​ ຈາກ​ນະຄອນຫລວງຈາ​ກາ​ຕ້າ​ ຂອງອິນ​ໂດ​ເນ​ເຊຍ ຊຶ່ງ​ທອງ​ປານ ມີລາຍ​ລະ​ອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ຄື​ກັນ​ກັບຢູ່​ໃນ​ພາກ​ສ່ວນ​ໃຫຍ່​ຂອງ​ໂລກໃນ​ເວລາ​ນີ້ ປະຊາ
ຊົນໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກໍາລັງ​ພາກັນ
ສິ້ງ​ຊອມ​ເບິ່ງ​ການ​ປະ​ທ້ວງ​ເພື່ອ​ປະຊາທິປະໄຕ​ ທີ່​ກໍາລັງ​
ລຸກລາມ​ໄປ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ​ ​ພາຍ​ໃຕ້​ປະສົບປະ ​ການ ​ແລະ​ຜົນ​ປະ​ໂຫຍດ​ຂອງພວກ​ເຂົາ​ເຈົ້າ​ເອງ.

ພວກ​ເດີນ​ຂະ​ບວນປະ​ທ້ວງ​ຢູ່​ໃນ​ອີ​ຈິບ ​ໄດ້​ປະສົບ​ຄວາມ​ສໍາ​ເລັດ​ໃນ​ການບັງຄັບໃຫ້​ປະທານາ​ທິບໍດີ Hosni Mubarak ສະລະ​ອໍານາດ​ຢ່າງ​ສັນຕິ ຫລັງ​ຈາກ​ປົກຄອງ​ປະ​ເທດ​ມາ​ໄດ້​ສາມ​ສິບ​ປີ. ​ແຕ່​ການ​ປະ​ທ້ວງ​ທໍານອງ​ດຽວ​ກັນ​ ຢູ່​ໃນປະ​ເທດ​ອິຣ່ານ ລີ​ເບຍ ບາ​ເຣນ ​ແລະ​ເຢ​ເມນ ​ແມ່ນໄດ້ຖືກ​ຝ່າຍ​ລັດຖະບານ​ປາບ​ປາມ​ຢ່າງ​ຮຸນ​ແຮງ ​ແຕ່​ກໍ​ຍັງ​ດໍາ​ເນີນ​ໄປ​ຢູ່​ ໃນ​ບາງ​ປະ​ເທດ.

ເມື່ອ​ສິບ​ສອງ​ປີຜ່ານມາ ປະ​ເທດ​ອິນ​ໂດ​ນີ​ເຊຍ ​ກໍ​ເຄີຍ​ມີ​ປະສົບ​ການ​ທີ່​ຄ້າຍຄື​ກັນ​ນີ້ ຊຶ່ງ​ໄດ້​ຂັບ​ໄລ່​ປະທານາທິບໍດີ
ຊູ​ຮາ​ໂຕ ອອກ​ຈາກ​ຕໍາ​ແໜ່​ງ. ພວກ​ນັກວິ​ເຄາະ​ດ້ານ
ການ​ເມືອງ​ຫລາຍໆ​ຄົນກ່າວ​ວ່າ ການ​ໂອນອໍານາດ​ຢ່າງສັນຕິ​ຂອງ​ອິນ​ໂດ​ເນ​ເຊຍ ໄປ​ສູ່​ລະ
ບອບປະຊາທິປະ​ໄຕທີ່​ມີ​ຫລາຍ​ພັກນັ້ນ ຄວນ​ຈະ​ເປັນ​ແບບຢ່າງ​ໃຫ້​ແກ່​ປະ​ເທດອື່ນໆ ​ໃນ​ ໂລກ​ມຸສລິ​ມ.

ແຕ່​ຢູ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນຫລວງ​ຈາ​ກາ​ຕ້າ ກໍ​ປາກົດ​ວ່າ​ມີ​ບາງ​ຄົນ​ທີ່​ສະ​ແດງ​ຄວາມ​ເປັນ​ຫ່ວງອອກ​ມາ ​ແລະ​ເຕືອນໃຫ້​ລະວັງ. ນຶ່ງ​ໃນ​ນັ້ນ ກໍ​ຄື ນາງ ​ເມຍ ອາ​ລ​ເວ​ຍຣາ ທີ່ກ່າວ​ວ່າ ອິນ​ໂດ​ເນ​ເຊຍ​ຍັງ​ບໍ່​ເປັນ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ​ເທື່ອ

// ສຽງ //

ນາງ ອາລ​ເວ​ຍຣາ ກ່າວ​ວ່າ ມັນເປັນ​ເລຶ່ອງຈິງ​ ທີ່​ວ່າ​ອິນ​ໂດ​ເນເຊຍ​ເປັນ​ ປະ​ເທດ​ມຸສລິ​ມທີ່​ມີ​ປະຊາກອນຫລາຍ​ທີ່​ສຸດ ​ແຕ່​ພວກ​ເຂົາ​ເຈົ້າກໍ​ຍັງ​ມີ​ການ ແບ່ງ​ແຍກ​ກັນ ​ແລະ​ບໍ່​ມີ​ການປະຕິ​ບັດທີ່​ດີ​ປານ​ໃດ​ ໃນ​ຫລາຍ​ໆຂົງ​ເຂດ ​ເຊັ່ນ​ໃນດ້ານ​ສາດສະໜາ​ແລະ​ການ​ເມືອງ ​ເປັນ​ຕົ້ນ.

ນາງ​ກ່າວ​ຕໍ່​ໄປ​ວ່າ ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ມີ​ເພີ່ມ​ທະວີ​ຂື້ນ​ຕໍ່​ພວກ​ກຸ່ມ​ຊົນ​ກຸ່ມ​ນ້ອຍ ​ບວກກັບ​ການ​ສໍ້ລາດ​ບັງ​ຫລວງ ​ເຮັດ​ໃຫ້​ຫລາຍໆ​ຄົນຢູ່​ທີ່​ນີ້ ມີ​ຄວາມຮູ້​ສຶກວ່າ ປະຊາທິປະ​ໄຕ​ບໍ່​ມີ​ຜົນດີ​ໃດໆ.

ທ່ານ Renaldi ທີ່​ສຸ​ເຫລົ່າ Sunda Kelapa ​ເຫັນ​ພ້ອມນໍາ​ວ່າ ຊາວ​ອິນ​ໂດ​ເນ​ເຊຍ​ຈໍານວນຫລາຍ​ ມີ​ຄວາມ​ທໍ້​ແທ້​ໃຈ​ກັບ​ລັດຖະບານ. ທ່ານ​ເຫັນ​ໃຈ​ພວກປະ​ທ້ວງ​ຢ່າງ​ສັນຕິ​ທັງຫລາຍ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແຕ່​ກໍ​ອົດ​ເປັນ​ຫ່ວງ​ຢູ່ ວ່າ​ມັນ​ຈະມີ​ຄວາມ​ໝາຍ​ຢ່າງ​ໃດ​ ​ກັບ​ອິນ​ໂດ​ເນ​ເຊຍ?

// ສຽງ //

ທ່ານ ຣີນາລດີ ກ່າວ​ວ່າ ທ່ານເປັນ​ຫ່ວງ​ວ່າ ຖ້າ​ຫາກ​ວ່າ​ ສິ່ງ​ທີ່​ກໍາລັງ​ເກີດ​ຂື້ນ​ໃນ​ໂລກ​ອາ​ຫຣັບເວລາ​ນີ້ ຫາກແກ້​ໄຂ​ບໍ່​ໄດ້ໃນ​ເວລາ​ອັນ​ຄວນ​ນັ້ນ​ແລ້ວ ມັນ​ກໍ​ຈະ​ກາຍເປັນ​ໂຣກຕິດ​ຕໍ່​ໄດ້.

ທີ່​ປະ​ເທດ​ໄທ ​ຢູ່​ໃນ​ຄຸ້ມ​ນຶ່ງ​ໃນນະຄອນຫລວງ​ບາງກອກ​ ທີ່​ພວກ​ຄົນ​ຢູ່​ອາ​ໃສ ມາ​ຈາກ​ຕາ​ເວັນ​ອອກ​ກາງ ​ແລະ​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ພາກ​ຕາ​ເວັນ​ອອກກາງ​ມັກ​ພາກັນ​ໄປ​ທ່ຽວນັ້ນ ປະຊາ ຊົນ​ພາກັນສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ປະ​ທ້ວງ.

ນາຍ Ali Al-Jaafari ຈາກ​ປ​ະ​ເທດ​ໂອ​ມານ ​ເວົ້າ​ວ່າ ລາວຄິດ​ວ່າການ​ປະ​ທ້ວງ​ຄົງຈະ​ບໍ່​ລຸກ
ລາມ​ໄປ​ໄກ​ກວ່າ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ ​ແລະແນ່ນອນ​ວ່າ​ ຈະ​ບໍ່​ລາມ​ມາ​ເຖິງ​ຂົງ​ເຂດ​ເອ​ເຊຍ
ຊຶ່ງລາວ​ກ່າວ​ວ່າ ​ເປັນ​ບ່ອນ​ທີ່ມີ​ປະ​ເພນີວັດທະນະ​ທໍາ​ທີ່​ແຕກ​ຕ່າງ​ກັນ​ຫລາຍ ​ກັບ​ປະ​ເພນີ​ອາ
ຫຣັບ​ນັ້ນ. ນາຍອາ​ລ ຈາ​ຟາ​ຣີ ​ເວົ້າ​ວ່າ:

ຂ້າພະ​ເຈົ້າບໍ່​ຄິດ​ວ່າ​ຈະ​ມີ​ສິ່ງ​ໃດ​ເກີດ​ຂື້ນ​ແກ່​ອ່າວ​ເປີ​ເຊຍ ​ໂດຍ​ສະ​ເພາະ​ສະຫະລັດ​ອາຫຣັບ Emirates, Kuwait, Saudi Arabia ​ແລະ ​ໂອ​ມານ. ພວກ​ປະ​ເທດ​ເຫລົ່າ​ນີ້​ເປັນ​ປະ​ເທດ​ທີ່​ມີ​ຄວາມໝັ້ນຄົງ ຫລື​ປະຊາຊົນ​ສ່ວນ​ໃຫຍ່ ກໍມີ​ຄວາມ​ຢູ່​ດີ​ກິນ​ດີ​ແລ້ວ.”

ແຕ່​ ນາຍ Essa Ghazzi ຊາວ​ຄູ​ເວດ ກ່າວ​ວ່າ ລາວ​ບໍ່​ຄິດ​ວ່າການປະ​ທ້ວງ​ທັງຫລາຍ​ນັ້ນ​ ຈະ​ນໍາ​ເອົາ​ການ​ປ່ຽນ​ແປງ​ທີ່​ແທ້​ຈິງ​ມາສູ່​ຕາ​ເວັນ​ອອກກາງ​. ນາຍ ກາຊຊີ ​ເວົ້າ​ວ່າ

ມັນ​ເປັນ​ການ​ກະທໍາທີ່​ໂງ່​ຈ້າ ເພາະວ່າ ຖ້າ​ຫາກ​ວ່າພວກ​ເຂົາເຈົ້າບໍ່​ມັກ​ລັດຖະ
ບານ​ທີ່​ພວກ​ເຂົາ​ເຈົ້າມີ​ຢູ່​ໃນ​ເວລາ​ນີ້​ແລ້ວ ພວກ​ເຂົາ​ເຈົ້າຈະ​ຍິ່ງຊໍ້າ​ຮ້າຍ​ລົງ​ໄປ​
ກວ່າ​ນີ້​ອີກ ບໍ່ໃນ​ທາງ​ໃດ​ກໍທາງ​ນຶ່ງ. ຂ້າພະ​ເຈົ້າບໍ່​ເຊື່ອ​ໃຈພວກ​ນັກ​ການ​ເມືອງ​ເລີຍ.”

ຄວາມ​ເປັນ​ຫ່ວງ​ອັນ​ໃຫຍ່​ຫລວງ​ທີ່​ສຸດ​ ສໍາລັບ​ປະຊາຊົນ​ຫລາຍໆ​ຄົນ​ໃນ​ຂົງ ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ກໍ​ແມ່​ນກ່ຽວ​ກັບການ​ກໍ່​ຄວາມ​ຮຸນ​ແຮງ ທີ່ນໍາ​ໃຊ້​ເພື່ອ​ຍຸຕິ​ການ​ປະ​ທ້ວງນັ້ນ​. ​ຫລາຍໆ​ຄົນ​ເວົ້າວ່າ ພວກ​ເຂົາ​ເຈົ້າຢ້ານ​ວ່າ ມັນ​ມີແຕ່ຈະ​ເຮັດ​ໃຫ້​ການ​ປະ​ທ້ວງຮຸນ​ແຮງ​ໜັກ​ຂຶ້ນໄປຕຶ່ມເທົ່າ​ນັ້ນ.