ຟອງການປະທ້ວງຖະຫຼົ່ມ ພາກຕາເວັນອອກກາງ

  • ໄພສານ ວໍຣະຈັກ

ການປະທ້ວງຕໍ່ຕ້ານລັດຖະບານ ທີ່ປະເທດເຢເມນ (12 ກຸມພາ 2011)

ພວກນັກເຄື່ອນໄຫວຢູ່ອາລຈີເຣຍ ເຢເມນແລະບາຫະເຣນ
ກຳລັງຮຽກຮ້ອງ ໃຫ້ມີການປະທ້ວງຕໍ່ຕ້ານລັດຖະບານຊຶ່ງ
ເປັນເຫດການລ່າສຸດຂອງຄື້ນຟອງການປະທ້ວງຢູ່ໃນພາກ
ຕາເວັນອອກກາງ ທີ່ນຳໄປສູ່ການໂຄ່ນລົ້ມ ຜູ້ນຳໃນອີຈິບ
ແລະຕູນີເຊຍ.

ໃນວັນເສົາມື້ນີ້ ພວກເດີນຂະບວນໄດ້ໂຮມຊຸມນຸມປະທ້ວງ
ຕໍ່ຕ້ານລັດຖະບານທີ່ນະຄອນຫຼວງອາລເຈຍຂອງອາຈີເຣຍ
ບ່ອນທີ່ຕຳຫຼວດຫຼາຍພັນຄົນ ພວມທຳການລາດຕະເວນຢູ່
ຕາມຖະໜົນຫົນທາງ. ລັດຖະບານອາລຈີເຣຍ ປະກາດວ່າ
ໃນໄວໆນີ້ຕົນຈະຍົກເລີກພາວະສຸກເສີນ ທີ່ປະກາດໃຊ້ມາໄດ້ 19 ປີແລ້ວນັ້ນໃນການຈັດຕັ້ງ ປະຕິບັດເພື່ອຕໍ່ຕ້ານຂັດຂວາງການກໍ່ກະບົດຂອງພວກມຸສລິມຫົວຮຸນແຮງທີ່ເພີ່ມທະວີຂຶ້ນ.

ສ່ວນການປະທ້ວງຕໍ່ຕ້ານລັດຖະບານຢູ່ທີ່ນະຄອນຫຼວງ Sanaa ຂອງເຢເມນນັ້ນໄດ້ເລີ້ມມາ
ແຕ່ຄືນວັນສຸກ ແລະຍັງສືບຕໍ່ໃນວັນເສົາມື້ນີ້.

ພວກນັກເຄື່ອນໄຫວທີ່ບາຫະເຣນກໍຮຽກຮ້ອງໃຫ້ມີການປະທ້ວງເລີ້ມແຕ່ມື້ວັນຈັນຈະມາ. ໃນ
ການດຳເນີນຄວາມພະຍາຍາມເພື່ອສະໜອງຕອບຕໍ່ຄຳຮຽກຮ້ອງຂອງພວກປະທ້ວງນັ້ນ ກະ
ສັດຂອງບາຫະເຣນຊົງປະກາດໃນມື້ວັນສຸກວານນີ້ວ່າ ທຸກໆຄອບຄົວຢູ່ໃນລາຊະອານາຈັກທີ່ ອຸດົມສົມບູນໄປດ້ວຍນໍ້າມັນດັ່ງກ່າວຈະໄດ້ຮັບເງິນສົດຄອບຄົວລະ 1,000 ໂດລາ ເພື່ອເປັນ ຮ່ອງຮອຍໃນການສະແດງອອກເຖິງຄວາມກະຕັນຍູຮູ້ບຸນຂອງກະສັດຕໍ່ປະຊາຊົນຊາວບາຫະ
ເຣນ.