ທັງທ່ານ Trump ແລະ ທ່ານນາງ Clinton ພະຍາຍາມໃຫ້ໄດ້ ຄະແນນຫຼາຍທີ່ສຸດ ຢູ່ລັດ Michigan

ທ່ານນາງ Hillary Clinton ກ່າວໃນຫໍພິພິດທະພັນ Charles H. Wright ຂອງອາຟຣິກາ, 7 ມີນາ, 2016.

ພວກ​ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ສະ​ຫະລັດສັງ​ກັດ​ພັກ Re-
publican
​ແມ່ນ​ໄດ້​ເສັດ​ສິ້ນການໂຄສະນາ​ຫາ​ສຽງ​ໃນ​ສີ່​ລັດ ​
ໃນ​ວັນ​ອັງຄານ​ມື້​ນີ້ ດ້ວຍ​ການ​ຢັ່ງຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ
ທ່ານ Donald Trump ເບິ່ງ​ຄື​ວ່າຍັງສືບຕໍ່ມີຄະແນນ​ນຳ​ໜ້າໝູ່
​ໃນ​ການ​ແຂ່ງຂັນເພື່ອ ໃຫ້ຖືກແຕ່ງຕັ້ງ ​ເປັນ​ຜູ້ສະໝັກຂອງ​ພັກ.

ລາງວັນທີ່ໃຫຍ່ທີ່ສຸດ ແມ່ນ​ລັດ Michigan ​ແລະມີຜູ້ແທນ 59 ຄົນ​
ໃນ​ລັດ​ນີ້. ພວກ​ລົງ​ແຂ່ງຂັນ​ຈະ​ຊະນະດ້ວຍ​ການ​ແບ່ງປັນ​ພວກ​ຜູ້​
ແທນ ​ອິງ​ຕາມ​ຈຳ​ນວນຄະ​ແນນສຽງ​ທີ່ພວກເຂົາເຈົ້າໄດ້ຮັບໃນ​ວັນ
​ອັງຄານ​ມື້​ນີ້ ຊຶ່ງ​ຄື​ກັນ​ກັບຈຳ​ນວນຜູ້​ແທນທັງໝົດ 91 ຄົນ ໃນ​ລັດ
Mississippi, Idaho ​ແລະ Hawaii.

ອະດີດ ເຈົ້າເມືອງ New York ທ່ານ Michael Bloomberg ທີ່ອາດສາມາດລົງແຂ່ງຂັນເປັນພັກເອກະລາດ ຊຶ່ງອາດນຳໜ້າ Trump ຫຼື ທ່ານ Cruz ທີ່ຢາກຈະໃຫ້ຮັບການຖືກເລືອກ.

ກ່ອນການປ່ອນບັດໃນ​ວັນ​ອັງຄານ​ມື້​ນີ້ ທ່ານ Trump ຍັງ​ເປັນ​ຜູ້ນຳ
ທ່ານ Ted Cruz ສະມາຊິກ​ສະພາ​ສູງ​ຈາກ​ລັດ Texas ສະມາຊິກ​
ສະພາ​ສູງ​ຈາກ​ລັດ Florida ທ່ານ Marco Rubio ຜູ້​ປົກຄອງ​ລັດ
Ohio ທ່ານ John Kasich ທີ່​ຕາມ​ຫຼັງ​ເປັນ​ທີ່​ໂຈກ ​ແລະ​ທ່ານຫວັງ
​ທີ່​ຈະ​ໄດ້ ຮັບໄຊຊະນະ​ຢ່າງ​ໃຫຍ່​ຫຼວງ​ ໃນ​ສັບປະ​ດາ​ໜ້າ ​ໃນ​ລັດ​
ຂອງ​ພວກທ່ານ ​ເພື່ອ​ກະ​ຕຸ້ນ​ການໂຄ​ສະນາ​ຫາ​ສຽງ.

ຈາກຊ້າຍ ທ່ານ Donald Trump ຜູ້ລົງແຂ່ງຂັນເປັນປະທານາທິບໍດີສະຫະລັດສັງກັດພັກ Republican ແລະສະມາຊິກສະພາສູງຈາກລັດTexas ທ່ານ Ted Cruz (ຂວາ).

ສຳລັບພັກ Democratic ​ກໍຈະມີການເລືອກຕັ້ງຢູ່ພຽງສອງ​ລັດຄື
Michigan ​ແລະ Mississippi. ອະດີດ​ລັດຖະມົນຕີ​ການ​ຕ່າງ
ປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ເປັນ​ຜູ້ມີຄະ
ແນນນຳ​ໜ້າ​ຢ່າງ​ໃຫຍ່​ຫຼວງ ທັງ​ສອງ​ລັດ ລື່ນທ່ານ Bernie San-
ders
ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont.

ທ່ານ​ນາງ Clinton ​ໄດ້​ເປັນມີຄະແນນຜູ້ນຳ​ໜ້າ​ໃນ​ຄະ​ແນນ​ສຽງ
​ແລະ​ໃນ​ການ​ໂຄສະນາ​ຫາ​ສຽງ ​ຊຶ່ງໄດ້​ກ່າວ​ເຖິງການອາດຈະໄດ້
ເປັນຄູ່ແຂ່ງກັບທ່ານ Trump ​ໃນການປ່ອນບັດເລືອກ ຕັ້ງປະທາ
ນາທິບໍດີ ​ໃນ​ເດືອນພະຈິກ​ຈະ​ມາເຖິງ​ນີ້.