ເບິ່ງວີດີໂອ ລາຍງານພາສາລາວ:
ໃນຕົ້ນປີກາຍນີ້, ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ ມີແຊລ ໂອບາມາ ໄດ້ເປີດ
ສາກທໍາການປຸກລະດົມທີ່ມີຄວາມມຸ້ງຫວັງສູງ ທີ່ໃສ່ຊື່ວ່າ“Let's Move” ຫລື “ມາພາກັນ
ເຄື່ອນໄຫວເໜັງຕິງເຖາະ.” ການປຸກລະດົມນີ້ແມ່ນເພື່ອແນໃສ່ ແກ້ໄຂບັນຫາຄວາມອ້ວນ
ພີຈົນເກີນໄປຂອງເດັກນ້ອຍ ໃຫ້ໄດ້ພາຍໃນຊົ່ວຄົນລຸ່ນນຶ່ງ. ທ່ານນາງໂອບາມາກ່າວຕໍ່
ພວກເດັກນ້ອຍເຫລົ່ານັ້ນວ່າ:
“ແນວຄິດລິເລີ້ມໃໝ່ອັນໃຫຍ່ທີ່ສຸດອັນນຶ່ງຂອງຂ້າພະເຈົ້າກໍຄື ຮັບປະກັນວ່າ
ພວກເດັກນ້ອຍທຸກຄົນຄືກັນກັບພວກເຈົ້ານີ້ ຢູ່ທົ່ວປະເທດ ໄດ້ອອກກໍາລັງ
ກາຍຕາມທີ່ພວກເຈົ້າຕ້ອງການ ແລະໄດ້ກິນອາຫານທີ່ຖືກຕ້ອງ ແລະໃຫ້
ພວກເຈົ້າເຂົ້າໃຈວ່າ ສິ່ງເຫລົ່ານີ້ຈະຊ່ວຍພວກເຈົ້າໄດ້ແນວໃດໃນຫລາຍໆ
ທາງຕ່າງກັນ.”
ສະມາຊິກຂອງທິມຊາດບານເຕະຍິງຜູ້ນຶ່ງ ຝຶກການເຕະບານໃຫ້ແກ່ ເດັກນ້ອຍ ຢູ່ສະໜາມຫຍ້າດ້ານໃຕ້ຂອງທໍານຽບຂາວ
ການປຸກລະດົມທີ່ມີຫົວຂໍ້ວ່າ
“ມາພາກັນເຄື່ອນໄຫວເຖາະ”
ຫລື “Let's Move” ນີ້ ແມ່ນ
ພົວພັນກັບຫລາຍໆພາກສ່ວນ
ແລະການເປັນພາຄີກັນໃນ
ຫລາຍໂຄງການ. ນຶ່ງໃນໂຄງ
ການທີ່ເບົາໆນັ້ນ ແມ່ນກ່ຽວ
ຂ້ອງກັບງານກິລາທີ່ຈັດຂຶ້ນ
ໃນເດີ່ນຫຍ້າດ້ານໃຕ້ຂອງ
ທໍານຽບຂາວ. ສໍາລັບງານມື້ນີ້
ແມ່ນມີນັກເຕະບານ 6 ຄົນ
ຈາກທີມຊາດຍິງຂອງສະຫະລັດ
ມາສະແດງໃຫ້ພວກເດັກນ້ອຍໄດ້ເບິ່ງ ໄດ້ຊົມການຝຶກເຕະບານບາງຢ່າງຢູ່ເດີ່ນຫຍ້າ ຊຶ່ງນັບ
ວ່າເປັນກຽດອັນພິເສດແລະໜ້າຕື່ນເຕັ້ນດີໃຈທີ່ສຸດສໍາລັບພວກນັກເຕະບານນ້ອຍໆເຫລົ່ານັ້ນ.
ການອອກກໍາລັງກາຍແມ່ນສິ່ງນຶ່ງທີ່ສະຕີໝາຍເລກນຶ່ງຂອງສະຫະລັດມັກສຸດໃຈ ແລະໃນມື້ນີ້
ທ່ານ ນາງກໍບໍ່ຢ້ານທີ່ຈະສະແດງໃຫ້ຄົນອື່ນເບິ່ງ. ທ່ານນາງແລ່ນອ້ອມເດີ່ນກັບເດັກນ້ອຍ
ແລະຊຸກຍູ້ໃຫ້ ພວກເຂົາຝຶກຫັດອອກກໍາລັງກາຍໃນຫລາຍໆແບບ. ທ່ານນາງບອກພວກ
ເດັກນ້ອຍວ່າ:
ທ່ານນາງມີແຊລ ໂອ້ລົມກັບສະມາຊິກທີມຊາດ ບານເຕະແມ່ຍິງຂອງສະຫະລັດ ທີ່ເສຍຕໍາແໜ່ງ ແຊ້ມໂລກໃຫ້ຍີ່ປຸ່ນ ໃນແຂ່ງຂັນຍາດເອົາຂັນ World Cup ເມື່ອກາງປີ 2011 ນີ້.
“ພວກເຈົ້າບໍ່ຈໍາເປັນຕ້ອງເປັນ
ນັກກິລາທີ່ໂດດເດັ່ນດອກ
ເພື່ອຈະຫລິ້ນກິລາ ແລະ
ເຄື່ອນໄຫວໄປມາໄດ້, ແຕ່ວ່າ
ການໄປເຂົ້າຮ່ວມກິດຈະການ
ຄືແນວນີ້ ແມ່ນສາມາດຊ່ວຍ
ພວກເຈົ້າໄດ້ໃນຫລາຍທາງ
ແຕກຕ່າງກັນ. ມັນມີການ
ກ່ຽວພັນກັນໂດຍກົງລະ
ຫວ່າງຄວາມແຂງແຮງຂອງ
ສຸຂະພາບຂອງເຈົ້າ ກັບອາ
ຫານປະເພດທີ່ພວກເຈົ້າກິນ
ເຂົ້າໄປຫລໍ່ລ້ຽງຮ່າງກາຍ
ແລະວິທີການທໍາງານຂອງ
ສະໝອງຂອງພວກເຈົ້າ.”
ໃນໄລຍະສາມທົດສະວັດຜ່ານ
ມານີ້ ຈໍານວນເດັກນ້ອຍທີ່ອ້ວນ
ພີຈົນເກີນໄປ ຢູ່ໃນສະຫະລັດ
ໄດ້ເພີ້ມຂຶ້ນສາມເທົ່າໂຕ. ປັດຈຸ
ບັນນີ້ ເດັກນ້ອຍ 1 ຄົນໃນ 3 ຄົນໃດຢູ່ໃນອາເມຣິກາ ແມ່ນນໍ້າໜັກເກີນ ຫລືອ້ວນພີຈົນ
ເກີນໄປ. ທ່ານນາງມີແຊລ ໂອບາມາ ສະຕີໝາຍເລກນຶ່ງຂອງສະຫະລັດ ຢາກເຮັດໃຫ້ມີ
ຄວາມປ່ຽນແປງໃນສະພາບການອັນນັ້ນໃນທາງທີ່ດີຂຶ້ນ ກ່ອນທີ່ທ່ານບາຣັກ ໂອບາມາ
ສາມີຂອງທ່ານນາງ ຈະພົ້ນຈາກຕໍາແໜ່ງປະທານາທິບໍດີຫລືຍ້າຍອອກຈາກທໍານຽບຂາວໄປ.
ເບິ່ງວີດີໂອ ລາຍງານພາສາອັງກິດ: