ທ່ານນາງ Michelle Obama ຕິຕຽນຄຳສັ່ງ ໂຄງການອາຫານທ່ຽງ ຂອງໂຮງຮຽນ

ອະດີດສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ສົນທະນາກັບ ທ່ານ Sam Kass ອະດີດພໍ່ຄົວ ປະຈຳທຳນຽບຂາວ.

ອະດີດ​ສະຕີ​ໝາຍເລກ​ນຶ່ງ​ສະຫະລັດ ທ່ານ​ນາງ Michelle Obama ​ໄດ້​ຕິຕຽນຄໍາ​ສັ່ງ ​ໃໝ່ຂອງລັດຖະບານທ່ານ​ທຣໍາ ກ່ຽວກັບ​ອາຫານທ່ຽງ​ຢູ່​ໂຮງຮຽນ ​ໃນໄລຍະ​ທີ່​ທ່ານ​ນາງ​
ໄດ້​ປະກົດ​ໂຕ​ຕໍ່ປວງ​ຊົນ​ທີ່​ສຳຄັນຄັ້ງທໍາ​ອິດ ນັບ​ແຕ່​ໄດ້​ອອກ​ຈາກ​ທຳນຽບຂາວ​ໄປ.

ທ່ານ​ນາງ Obama ​ທີ່​ໄດ້​ນຳພາ​ຄວາມ​ພະຍາຍາມຫລຸດ​ຜ່ອນ​ຄວາມ​ອ້ວນ​ພີ​ຂອງ​ເດັກ
ນ້ອຍ ທົ່ວ​ປະ​ເທດ​ໃນ​ຂະນະ​ທີ່ທ່ານ​ນາງເປັນ​ສະຕີ​ໝາຍ​ເລກ​ນຶ່ງ ​ໄດ້ກ່າວ​ຢູ່​ໃນ​ກອງ​
ປະຊຸມ​ສຸຂະ​ພາບປະຈຳ​ປີ ​ໃນ​ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ອາຫານ
ທ່ຽງໃນ​ໂຮງຮຽນທີ່​ມີ​ທາດ​ບໍາລຸງຫລາຍ​ຂື້ນ ​ແມ່ນ​ມີ​ຄວາມສຳຄັນ ​ເພາະວ່າ ​ເດັກນ້ອຍ​
ຫລາຍ​ລ້ານ​ຄົນ​ໄດ້​ຮັບ​ການ​ຊ່ວຍເຫລືອ​ໃນ​ການ​ຈ່າຍ​ຄ່າເຂົ້າທ່ຽງ​ຈາກ​ລັດຖະບານ​ກາງ.

ລັດຖະບານ​ທ່ານ​ທຣໍາ ກ່າວ​ຫວ່າງ​ມໍ່ໆມາ​ນີ້​ວ່າ ຈະ​ເຮັດ​ໃຫ້ການ​ປະຕິບັດ​ກົດ​ລະບຽບ
​ລັດຖະບານ​ກາງ ທີ່​ສົ່ງ​ເສີມ​ໂດຍທ່ານ​ນາງ Obama ​ທີ່ແນ​ໃສ່ພະຍາຍາມ​ເຮັດໃຫ້​ອາ
ຫານທ່ຽງ​ຂອງ​ໂຮ​ງຮຽນທາດ​ບໍາລຸງ​ຕໍ່​ສຸຂະພາບຫລາຍ​ຂຶ້ນນັ້ນ.

​ໂດຍ​ບໍ່​ໄດ້​ກ່າວຊື່​ລັດຖະບານ​ທ່ານ​ທຣໍາຢ່າງ​ເຈາະ​ຈົງ ທ່ານ​ນາງ Obama ​ໄດ້​ຊຸກຍູ້​
ໃຫ້​ບັນດາ​ພໍ່​ແມ່​ທັງຫລາຍ​ຄິດ​ກ່ຽວ​ກັບ ຄໍາ​ສັ່ງ​ໃໝ່ຂອງລັດຖະບານ ​ແລະເຫດຜົນ​ຢູ່
ເບື້ອງຫລັງ ຂອງ​ມັນ.

ລັດຖະມົນຕີກະຊວງກະສິກຳ ທ່ານ Sonny Perdue ຮັບປະທານເຂົ້າທ່ຽງກັບພວກກັນຮຽນ ຢູ່ໂຮງຮຽນປະຖົມ Catoctin ທີ່ເມືອງ Leesburg ລັດ Virginia.

ທ່ານ​ນາງ​ໄດ້​ກ່າວ​ຢູ່​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ວ່າ “ຂ້າພະ​ເຈົ້າ​ບໍ່​ສົນ​
ວ່າ ທ່ານ​ຈະຢູ່ໃນລັດ​ໃດ ບໍ່ຕ້ອງ​ເອົາ​ຂ້າພະ​ເຈົ້າມາ​ຂ້ອງ​ກ່ຽວກັບ​ເລື່ອງ​ນີ້ ຈະ​ມັກ​ຂ້າ
ພະ​ເຈົ້າ ຫລືບໍ່​ມັກ​ຂ້າພະ​ເຈົ້າກໍ​ຕາມ ​ແຕ່ຂໍ​ໃຫ້​ບັນດາ​ທ່ານ​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງມີບາງ
​ຄົນຄົນ​ເຫັນ​ວ່າ ການ​ທີ່ລູກ​ຂອງ​ທ່ານ​ທີ່​ກິນ​ອາຫານ​ບໍ່​ດີ ກໍ່ບໍ່​ເປັນ​ຫຍັງ. ​ເປັນ​ຫຍັງ​ທ່ານ
ຈຶ່ງ​ຈະ​ໄປ​ປຶ້ມຕິ​ຍິນ​ດີກັບ​ຄວາມ​ຄິດ​ແບບ​ນັ້ນ?

ທ່ານ​ນາງ​ກ່າວ​ວ່າ ການ​ກິນ​ອາຫານ​ທ່ຽງ​ທີ່​ມີ​ສຸຂະພາບ​ດີ​ຢູ່​ໂຮ​ງຮຽນ​ ບໍ່​ສົມຄວນທີ່​ຈະ
​ເອົາ​ມາ​ເປັນ​ບັນຫາ​ການ​ເມືອງ​ເລີຍ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Michelle Obama