ສະຕີໝາຍເລກນຶ່ງທ່ານນາງ Michelle Obama ກ່າວກ່ຽວກັບບັນດາແມ່ຍິງ ແລະຮ່າງ ກາຍຂອງເຂົາເຈົ້າ ທີ່ໄດ້ປາກົດໃຫ້ເຫັນຈາກຜູ້ສະໝັກປະທານາທິບໍດີຄົນນຶ່ງວ່າ “ໂຫດ ຮ້າຍ, ເປັນຕາຢ້ານ ແລະ ມັນເຈັບປວດ.”
ທ່ານນາງ Michelle Obama ບໍ່ໄດ້ກ່າວເຖິງຊື່ຂອງທ່ານ Donald Trump ໃນລະຫວ່າງການກ່າວຄຳປາໄສໂຄສະນາຫາສຽງສຳລັບທ່ານນາງ Hillary Clinton ຢ່າງມີຄວາມຮູ້ ສຶກເຈັບປວດໃນວັນພະຫັດວານນີ້ໃນນະຄອນ New Hampshire. ແຕ່ວ່າທ່ານນາງໄດ້ອ້າງເຖິງການກ່າວຫາໃໝ່ໆຢ່າງຈະແຈ້ງຈາກ ພວກແມ່ຍິງສີ່ຄົນ ຜູ້ທີ່ກ່າວວ່າ ທ່ານ Trump ໄດ້ຈັບບາຍ ແລະບັງຄັບຈູບເຂົາເຈົ້າ.
ບັນດາສະຕີໜຸ່ມ ພາກັນຟັງການກ່າວຂອງທ່ານນາງ Michelle Obama ລະຫວ່າງການໂຄສະນາຫາສຽງແກ່ ທ່ານນາງ Hillary Clinton ທີ່ເມືອງ Mancheste ລັດ New.Hampshire.
ທ່ານນາງ Obama ກ່າວວ່າ “ນີ້ບໍ່ແມ່ນເລື່ອງປົກກະຕິ ນີ້ບໍ່ແມ່ນການເມືອງທີ່ປົກກະຕິ. ນີ້ເປັນການບໍ່ໃຫ້ຄວາມນັບຖື. ມັນຮັບບໍ່ໄດ້. ແລະມັນບໍ່ກ່ຽວເລີຍວ່າພັກການເມືອງໃດທີ່ທ່ານສັງກັດຢູ່ບໍ່ວ່າຈະເປັນພັກ ເດໂມແຄຣັດ ຣີພັບບລິກັນ ຫຼື ເອກກະລາດ ບໍ່ມີແມ່ຍິງຄົນໃດທີ່ຈະຕ້ອງຖືກເຮັດໃຫ້ແບບນີ້. ພວກເຮົາໝົດທຸກຄົນບໍ່ສົມຄວນໄດ້ຮັບການທຳຮ້າຍແບບນີ້ ແລະ ຕ້ອງຢຸດເຊົາດຽວນີ້.”
ສະຕີໝາຍເລກນຶ່ງກ່າວວ່າ ທ່ານນາງບໍ່ພຽງແຕ່ມີຄວາມເປັນຫ່ວງວ່າ “ຜູ້ມີອຳນາດຄົນນຶ່ງ” ໃຊ້ພາສາທີ່ຫຍາບຄາຍ “ກ່າວຢ່າງເສລີ ແລະ ຢ່າງເປີດເຜີຍກ່ຽວກັບການປະພຶດທາງເພດ” ທີ່ເປັນຜົນກະທົບຕໍ່ເດັກນ້ອບແມ່ຍິງ ແລະເດັກ ນ້ອຍຜູ້ຊາຍ. ທ່ານນາງກ່າວວ່າ ໂລກທັງໝົດພາກັນເບິ່ງສະຫະລັດວ່າ ເປັນແບບຢ່າງແກ່ສິດທິແມ່ຍິງ ແລະການສຶກສາ.”
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກກັນ ທ່ານ Donald Trump ກ່າວຢູ່ການໂຄສະນະຫາສຽງ ທີ່ລັດ Florida.
“ແຕ່ຖ້າຫາກວ່າເຮົາມີປະທານາທິບໍດີ ຜູ້ທີ່ບໍ່ໃຫ້ກຽດແກ່ແມ່ຍິງຢູ່ເປັນປະຈຳ ຜູ້ທີ່ເວົ້າກ່ຽວກັບທາງເພດ ທຳຮ້າຍແມ່ຍິງ ແລະພວກເຮົາຈະສາມາດຮັກສາອຳນາດ ສິນລະທຳຢູ່ໃນໂລກໄດ້ຢ່າງໃດ? ພວກເຮົາຈະສາມາດດຳເນີນການເປັນຜູ້ນຳພາຄວາມເສລີພາບ ແລະຄວາມທ່ຽງທຳ ແລະກຽດສັກສີຂອງມະນຸດໄດ້ຢ່າງໃດ?
ບັນດາຜູ້ສະໜັບສະໜູນ ຜູ້ຖືກສະເໜີເປັນປະທານາທິບໍດີ ທ່ານ Donald Trump ພາກັນເລົ່າຄວາມຈົງຮັກພັກດີຕໍ່ປະເທດຊາດ.
ທ່ານ Trump ພຽງແຕ່ບັງຄັບປ້ອງກັນຕົນເອງ ຕ້ານການກ່າວຫາຈາກແມ່ຍິງຢູ່່ໜັງສືພິມ the New York Time, the Palm Beach (Florida) Post ແລະນິຕິຍະສານ People ທີ່ກ່າວວ່າທ່ານໄດ້ຈັບບາຍເຂົາເຈົ້າ. ທ່ານເອີ້ນເລື່ອງຂອງເຂົາເຈົ້າວ່າ “ເປັນເລື່ອງທີ່ບໍມີມູນຄວາມຈິງທັງໝົດ.”
“ການອ້າງທັງໝົດເຫລົ່ານີ້ເປັນການເສກສັນປັ້ນແຕ່ງ. ມັນເປັນເລື່ອງທີ່ບໍ່ມີຄວາມຈິງແລະຂີ້ຕົວະ” ທ່ານ Trump ກ່າວຕໍ່ບັນດານັກຂ່າວທີ່ລັດ Florida ໃນວັນພະຫັດວານນີ້. “ເຫດການເຫລົ່ານີ້ບໍ່ເຄີຍເກີດຂຶ້ນ ແລະຄົນຜູ້ທີ່ໄດ້ເວົ້າມັນເຂົ້າໃຈຢ່າງເຕັມທີ່.
ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ
Your browser doesn’t support HTML5
Michelle Obama Trump