ຄວາມຮຸນແຮງທາງການເມືອງ ໃນເມັກຊິໂກ

  • ໄພສານ ວໍຣະຈັກ

ທ່ານ Rodolfo Torres Cantú, ຜູ້ສະມັກເລືອກຕັ້ງເປັນຜູ້ປົກຄອງລັດ Tamaulipasທີ່ຖືກສັງຫານ.

ນັກການເມືອງເມັກຊິໂກຄົນນຶ່ງທີ່ຄາດວ່າຈະໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ຜູ້ປົກຄອງລັດ TAMAULIPAS ທີ່ຕັ້ງຢູ່ໃນພາກເໜືອຂອງເມັກຊິໂກ ໃນວັນອາ ທິດຈະມານີ້ ໄດ້ຖືກຍິງຕາຍໃນມື້ວານນີ້ ໃນການໂຈມຕີທີ່ມີການຖິ້ມໂທດໃສ່ກຸ່ມ ຄ້າຢາເສບຕິດ.

ທ່ານ RODOLFO TORRE CANTU ຜູ້ສະມັກຂອງພັກສະຖາບັນປະຕິວັດ ໄດ້ຖືກຍິງຕາຍພ້ອມໆກັບຜູ້ຊ່ອຍຂອງທ່ານ 4 ຄົນ ໃນການດັກສະກັດໂຈມຕີ ຂະນະທີ່ທ່ານໂຄສະນາຫາສຽງທີ່ເມືອງ VALLE HERMOSO ໃກ້ໆບໍລິເວນ ຊາຍແດນທີ່ຕິດກັບສະຫະລັດ.

ລັດຖະມົນຕີກະຊວງພາຍໃນຂອງເມັກຊິໂກ ທ່ານ FERNANDO GOMEZ-MONT ກ່າວວ່າ ການໂຈມຕີທີ່ວ່ານີ້ແມ່ນຮ່ອງຮອຍລ່າສຸດ ທີ່ສະແດງໃຫ້ເຫັນ ວ່າກຸ່ມຄ້າຢາເສບຕິດໃນເມັກຊິໂກ ພວມພະຍາຍາມທີ່ຈະໃຊ້ອິດທິພົນຊັກ​ຈູງ ການເລືອກຕັ້ງຜູ້ປົກຄອງລັດ ເຈົ້າຄອງກຳແພງນະຄອນ ແລະບັນດາສະມາຊິກ ສະພາປະຈຳລັດ ໃນວັນທີ 4 ກໍລະກົດຈະມານີ້.

ໃນເດືອນພຶດສະພາຜ່ານມາ ຜູ້ສະມັກຄົນນຶ່ງຂອງພັກກິດສັງຄົມແຫ່ງຊາດ ກໍໄດ້ ຖືກຍິງຕາຍ ພ້ອມກັບລູກຊາຍຂອງລາວ ທີ່ເມືອງ VALLE HERMOSO.