ພາຍຸເຮີຣິເຄນ ຊື່ວ່າ ຈອນ ໄດ້ພັດຂຶ້ນແຄມຝັ່ງ ທາງພາກຕາເວັນຕົກຂອງເມັກຊິໂກ

Your browser doesn’t support HTML5

ພາຍຸຈອນໄດ້ຂະຫຍາຍວົງກວ້າງອອກ ແລ້ວກາຍເປັນພາຍຸເຮີຣິເຄນຂະໜາດໃຫຍ່ພາຍໃນບໍ່ເທົ່າໃດຊົ່ວໂມງ ໃນວັນຈັນຜ່ານມານີ້ ແລະໄດ້ພັດຂຶ້ນຝັ່ງທາງທິດຕາເວັນອອກປະມານ 130 ກິໂລແມັດ ຂອງສະຖານທີ່ຣີສອດ ອາກາປູລໂກ ກ່ອນທີ່ມັນຈະເຄື່ອນຕົວເຂົ້າທາງພື້ນດິນ ແລ້ວອ່ອນກຳລັງລົງກາຍເປັນພາຍຸເຂດຮ້ອນ

ພາຍຸເຮີຣິເຄນ ຊື່ວ່າ ຈອນ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ ເມື່ອມັນພັດຂຶ້ນແຄມຝັ່ງ ທາງພາກຕາເວັນຕົກຂອງເມັກຊິໂກ ໂດຍລົມພັດເອົາລັງຄາສັງກະສີອອກໄປຈາກ ເຮືອນຫຼາຍຫຼັງ ກໍ່ໃຫ້ເກີດດິນເຈື່ອນ ແລະພັດຕົ້ນໄມ້ຫຼາຍຕົ້ນຫັກລົງ ດັ່ງທີ່ເຈົ້າໜ້າທີ່ໄດ້ກ່າວ ໃນວັນອັງຄານວານນີ້.

ພາຍຸຈອນໄດ້ຂະຫຍາຍວົງກວ້າງອອກ ແລ້ວກາຍເປັນພາຍຸເຮີຣິເຄນຂະໜາດໃຫຍ່ພາຍໃນບໍ່ເທົ່າໃດຊົ່ວໂມງ ໃນວັນຈັນຜ່ານມານີ້ ແລະໄດ້ພັດຂຶ້ນຝັ່ງທາງທິດຕາເວັນອອກປະມານ 130 ກິໂລແມັດ ຂອງສະຖານທີ່ຣີສອດ ອາກາປູລໂກ ກ່ອນທີ່ມັນຈະເຄື່ອນຕົວເຂົ້າທາງພື້ນດິນ ແລ້ວອ່ອນກຳລັງລົງກາຍເປັນພາຍຸເຂດຮ້ອນ.

ພາຍຸຈອນ ໄດ້ພັດຂຶ້ນຝັ່ງໃກ້ກັບເມືອງປູນຕາ ມາລໂດນາໂດ ເມື່ອຕອນແລງວັນຈັນ ຂະນະທີ່ມັນເປັນພາຍຸເຮີຣິເຄນ ລະດັບ 3 ໂດຍມີລົມພັດແຮງຢ່າງຕໍ່ເນືື່ອງເຖິງ 190 ກິໂລແມັດຕໍ່ຊົ່ວໂມງ.

ມັນໄດ້ອ່ອນກຳລັງລົງກາຍເປັນພາຍຸເຂດຮ້ອນ ເມື່ອຕອນເຊົ້າວັນອັງຄານນີ້ ໂດຍມີລົມພັດແຮງຢ່າງຕໍ່ເນື່ອງ 65 ກິໂລແມັດຕໍ່ຊົ່ວໂມງ ແລະຄາດໝາຍວ່າ ຈະອ່ອນກຳລັງລົງຢ່າງວ່ອງໄວ.

ສູນກາງພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ ໄດ້ແຈ້ງເຕືອນວ່າ ຄວາມ​ໄວທີ່ຊ້າລົງ ແລະຝົນທີ່ຕົກລົງມາໜັກຂອງພາຍຸຫົວນີ້ ອາດເປັນແຮງບົ່ມຊ້ອນກໍ່ໃຫ້ເກີດນ້ຳຖ້ວມ ກະທັນຫັນ ແລະດິນເຈື່ອນທີ່ເປັນໄພຫາຍະນະ ຢູ່ໃນລັດບາງແຫ່ງຂອງເມັກຊິໂກ.