​​​​​​ລັດຖະບານ ​​ເມັກ​ຊິໂກ ກ່າວ​ວ່າ ​ຕົນ​ສະ​ເໜີ ​ໃຫ້​ຖານະ ອົບພະຍົບ ​ຕໍ່​ພວກ​ສະມາຊິກ​​ ທີ່ເຫັນ​ສົມຄວນ ​

ຜູ້ອຳນວຍການ ໃຫ້ທີ່ຢູ່ອາໄສ ຊົ່ວຄາວ ທ່ານໂຮເຊ ກາເຊຍ (Jose Garcia), ຂວາ, ເອົາເງິນຫຼຽນ ໃຫ້ຊາວກົວຕາມາລາ ກ່ອນຈະອອກເດີນທາງ ມາຍັງສະຫະລັດ ຈາກເມືອງ ທີຮົວນາ (Tijuana), ເມັກຊິໂກ, 14 ພະຈິກ 2016.

ລັດຖະບານ​ຂອງ​ປະ​ເທດ​ເມັກ​ຊິໂກ ກ່າວ​ວ່າ ​ຕົນແມ່ນ​ສະ​ເໜີ​ໃຫ້​ຖານະອົບພະຍົບ​ຕໍ່​ພວກ​ສະມາຊິກທີ່ເຫັນ​ສົມຄວນ ​ໃນ​ຂະ​ບວນຄາລາວານ ​ຂອງ​ພວກ​ຄົນເຂົ້າເມືອງຈາກ​ບັນດາ​
ປະ​ເທດອາ​ເມຣິກາ​ກາງ ຊຶ່ງ​ກ່ອນໜ້ານີ້ ​ໄດ້ມີການສົ່ງສັນຍານເຕືອນ ແບບຕື່ນຕົກໃຈ
ໂດຍ​ປະ ທນາ​ທິບໍດີ​ສະຫະລັດ ທ່ານ ດໍ​ໂນລ ທຣຳ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເພີ່ມ​ຄວາມຮັດ ກຸມ​ຂຶ້ນຕື່ມ ​ຢູ່ຕາມ​ຊາຍ​ແດນ​ຂອງ​ປະ​ເທດ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ຈາກ​ກະຊວງ​ພາຍ​ໃນ ​ແລະ​ກະຊວງ​ການ
ຕ່າງປະ​ເທດເມັກ​ຊິໂກ ຮັບ​ຮູ້​ວ່າຂະບວນຄາລາວານ ທີ່​ປະກອບ​ດ້ວຍ​ຜູ້​ຄົນ ຈາກປະ​ເທດ
​ກົວ​ເຕມາລາ, ຮອນ​ດູຣາສ, ​ແອລຊາ​ລວາ​ດໍ ​ໄດ້ເດີນທາງ​ແບບ​ດຽວ​ກັນ​ນີ້ ນັບ​ຕັ້ງ​ແຕ່​ປີ
2010 ເປັນຕົ້ນມາ ໂດຍຮຽກຮ້ອງ​ໃຫ້​ມີ​ການ​ພິຈາລະນາ ​ເຖິງ​ສິດທິຂອງພວກຄົນເຂົ້າ
ເມືອງ, ​ໂດຍສະ​ເພາະ ພວກ​ທີ່ຫລົບ​ໜີ ສະຖານ​ນະ​ການ​ທີ່​ເປັນ​ໄພ​ອັນຕະລາຍ ​ໃນ​ບ້ານ​
ເກີດ​ເມືອງ​ນອນ ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອການ​ຊອກ​ຫາ​ບ່ອນ​ປົກ​ປ້ອງ​ຄຸ້​ມຄອງ​ໃນ​ບ່ອນ​ອື່ນໆ.

“ນະ​ໂຍບາຍ​ຄົນເຂົ້າເມືອງຂອງ​ເມັກ​ຊິກ​ໂກ ​ແມ່ນ​ມີອະທິປະ​ໄຕ​, ​ໂດຍ​ຜ່ານ​ການ​ຊອກ​
ຄົ້ນ​ຫາ​ການ​ຄ້ຳປະກັນ ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ, ປອດ​ໄພ​ແລະ​ຍົກຍ້າຍຖິ່ນຖານຢ່າງ
​ເປັນ​ລະບຽບ ​ຮຽບຮ້ອຍ ດ້ວຍ​ການ​ເຄົາລົບ​ຢຳ​ເກງ​ສິດທິ​ມະນຸດ​ຂອງ​ພວກ​ຜູ້​ຄົນ,”
ນັ້ນຄືຖະແຫຼງການໄດ້​ລະບຸ​ໄວ້ ​ແລະ​ຍັງ​ກ່າວ​ຕໍ່​ໄປ​ວ່າ “ບໍ່ວ່າໃນກໍລະນີ​ໃດ​ໆ ກໍ​ຕາມ ​
ລັດຖະບານ​ຂອງເມັກ​ຊິກ​ໂກ ບໍ່​ໄດ້​ສົ່ງ​ເສີມ​ການ​ຍົກຍ້າຍຖິ່ນຖານແບບ​ຜິດປົກກະຕິ.”

້ເດັກນ້ອຍຜູ້ຊາຍເບິ່ງເຂົ້າໄປຍັງ ເມືອງຊາຍແດນເມັກຊີຄາລີ (Mexicali), ເມັກຊິໂກ, ຕາທາງທີ່ມີການຈສ້າງກຳແພງໃໝ່ ທີ່ສູງ, ຊ້າຍ, ໃນເມືອງຄາເລັນຊິໂກ (Calexico), ຄາລີຟໍເນຍ, 5 ມີນາ 2018.

ກະຊວງທັງ​ສອງ ​ໄດ້​ກ່າວ​ວ່າ ຕາມ​ກົດໝາຍ​ຂອງ​ລັດຖະບານ​ເມັກຊິໂກ​ ແລ້ວ​ນັ້ນ ບັນດາ
ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ ສະມາຊິກ 400 ຄົນໃນຂະ​ບວນຄາລາວານ ກັບ​ຄືນ​ໄປ​ຍັງ​ບ້ານ​ເກີດ
​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າແລ້ວ.

ຂະ​ບວນຄາລາວານ ທີ່​ມີ​ປະມານ 1 ພັນ 1 ຮ້ອຍ​ຄົນ ​ແມ່ນ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໂດຍ​ໂຄງການ
ຂອງ​ພວກ​ຜູ້​ຄົນທີ່​ບໍ່​ມີ​ຊາຍ​ແດນ ຫຼື Pueblo Sin Fronteras ຊຶ່ງ​ໃນ​ວັນ​ຈັນ​ວານ​ນີ້ ​
ໄດ້​ເອີ້ນ​ຂັ້ນ​ຕອນ ​ຂອງ​ການ​ຂໍ​ລີ້​ໄພ​ໃນ​ສະຫະລັດ ແລະ​ເມັກ​ຊິ​ໂກ ນັ້ນ​ວ່າ “ແບບລົງໂທດ
​ແລະ​ບໍ່​ຍຸຕິ​ທຳ.”
ມີຂະ​ບວນຄາລາວານ 2 ຂະບວນ ​ໄດ້​ມາ​ເຖິງ​ສະຫະລັດ ​ໃນ​ປີ​ກາຍ​ນີ້.

ທ່ານນາງ​ຈີ​ນາ ຄາຣີ​ໂບ (Gina Garibo) ​ໂຄສົກ​ຂອງ​ອົງການ​ດັ່ງກ່າວ ​ໄດ້​ບອກ​ກັບ​
ວີ​ໂອ​ເອວ່າ ພວກ​ຕົນ​ແມ່ນ​ອົງການ​ຈັດ​ຕັ້ງ​ທີ່​ຕໍ່ສູ້​ເພື່ອ​ພວກຄົນ​ເຂົ້າ​ເມືອງ​ທັງຫຼາຍ
​ໃນ​ການ​ຕໍ່ສູ້​ເພື່ອ​ສິດທິ​ຂອງ​ພວກ​ເຂົ້າ​ເຈົ້າ.

ທ່ານ ອາ​ເລັກສ໌ ​ເມນສິງ (Alex Mensing) ຜູ້​ປະສານ​ງານ​ທ່ານ​ນຶ່ງ​ຂອງ​ກຸ່ມ ​ໄດ້​ຂຽນ​ລົງ
ໃນ​ທາງ ທວິດ​ເຕີ ວ່າ ພວກ​ທີ່ຢູ່​ໃນ​ຂະ​ບວນຄາລາວານ ​ເພື່ອ​ໃຫ້​ໄປ​ເຖິງ​ປະ​ເທດ​ເມັກ​ຊິ​ໂກ
“​ແມ່ນ​ໝັ້ນ​ໃຈ​ຕໍ່​ການ​ຂໍ​ລີ້​ໄພ ທີ່​ຈະ​ເດີນທາງ​ໄປ​ຍັງ​ປະ​ເທດ​ທີ່​ພວກ​ເຂົາ​ເຂົ້າ​ສາມາດ​
ຂໍ​ລີ້​ໄພ​ຢູ່​ນັ້ນ.”

ອົງການ ​ພວກ​ຜູ້​ຄົນທີ່​ບໍ່​ມີ​ຊາຍ​ແດນຍັງ​ໄດ້​ເນັ້ນ​ເຖິງ​ຈຳ​ນວນ​ຊາວຮອນ​ດູຣາສ​ ໃນ​ກຸ່ມ
​ດັ່ງກ່າວ ໂດຍກ່າວ​ວ່າ ການ​ມີໜ້າ​ນີ້ ​ແມ່ນ​ຜົນ​ກະທົບ ​ຂອງ​ວິ​ກິດ​ການ​ທາງ​ການ​ເມືອງ
​ໃນ​ຂົງ​ເຂດ ທີ່​ຍັງ​ຜົນ​ໃຫ້​ມີ “ທ້າ​ທາຍ​ໃນ​ສ່ວນ​ໃຫຍ່​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ
ຂອງ​ລັດຖະບານສະຫະລັດ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ