ເມັກຊິໂກປ່ອນບັດ ເລືອກຕັ້ງເອົາ ປະທານາທິບໍດີຄົນໃໝ່ ໃນວັນອາທິດມື້ນີ້ (ວີດີໂອ)

  • ທອງປານ ເທບວົງສາ

ທ່ານ Enrique Pena Nieto ຜູ້ສະໝັກເລືອກຕັ້ງຈາກພັກ PRI ໃນມື້ສຸດທ້າຍຂອງການໂຄສະນາຫາສຽງເລືອກຕັ້ງ ປະທານາທິບໍດີເມັກຊິໂກ, ວັນທີ 27 ມິຖຸນາ 2012.

ຊາວ​ເມັກ​ຊິ​ໂກ​ຫລາຍ​ລ້ານ​ຄົນພາກັນ​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ຄົນ​ໃໝ່ໃນ​ວັນອາທິດ​ມື້​ນີ້.

ການ​ຢັ່ງ​ຫາງ​ສຽງ​ພົບ​ວ່າ ທ່ານ Enrique Pena Nieto ຜູ້​ສະໝັກ​ເລືອກ​ຕັ້ງ​ສັງກັດ​ພັກປະຕິວັດ​ສະ​ຖາ​ບັນ Institutional Revolutionary Party ຫຼື ພັກ PRI ກໍາລັງ​ມຸ່ງ​ໜ້າ​ໄປ​ສູ່​ການ​ໄດ້ຮັບ​ໄຊຊະນະດ້ວຍ​ຄະ ​ແນນສຽງ​ຖ້ວມລົ້ນ.

ພັກ PRI ​ໄດ້​ປົກຄອງເມັກ​ຊິ​ໂກ​ມາ​ໄດ້ 71 ປີ ຈົນ​ເຖິງ​ປີ 2000 ດ້ວຍ​ການ​ສໍ້​ລັດ​ບັງຫຼວງ ປະ​ປົນ​ກັນ​ກັບ​ການສໍ້​ໂກງ​ການ​ເລືອກ​ຕັ້ງ ​ແລະການ​ກົດ​ຂີ່ປາບ​ປາມ ທີ່ທ່ານ Vargas Lloso ຊາວເປຣູທີ່​ໄດ້​ຮັບ​ລາງວັນ​ໂນ​ແບລ​ ​ເຄີຍ​ເອີ້ນ​ໃນ​ຄັ້ງ​ນຶ່ງວ່າ ​ເປັນ​ລະບອບ​ຜະ​ເດັດ​ການທີ່​ສົມບູນ​ແບບ. ພັກ PRI ໄດ້​ຟື້ນ​ຕົວ​ຫວນ​ຄືນມາອີກ ດ້ວຍ​ການ​ຊ່ວຍ​ເຫລືອ​ຂອງສະພາວະ​ເສດຖະກິດ​ທີ່ບໍ່​ໄປ​ບໍ່​ມາ​ທາງ​ໃດ ບວກ​ກັບຄື້ນຟອງ​ແຫ່ງຄວາມວຸ້ນວາຍ ​ຂາດ​ຂື່​ຂາດ​ແປ ທີ່​ໄດ້​ຄຸກ​ຄາມ​ເມັກຊິ​ໂກ ພາຍ​ໃຕ້​ການບໍລິຫານ​ປະ​ເທດ​ຂອງ​ພັກກິດ​ແຫ່ງ​ຊາດ National Action Party ຫຼືພັກ PAN ນັ້ນ.

ຜູ້​ສະ​ໜັກ​ເລືອກ​ຕັ້ງ​ທີ່​ມີ​ຄະ​ແນນ​ອັນ​ດັບ​ສອງ ຈາກ​ຜົນ​ການ​ຢັ່ງ​ສຽງ​ຄວາມ​ຄິດ​ເຫັນ​ນັ້ນ ​ໄດ້​ແກ່​ທ່ານ Andres Manuel Lopez Obrador ພັກ​ ຊ້າຍ​ຈັດ ຜູ້​ທີ່​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ປີ 2006 ດ້ວຍຄະ​ແນນ​ພຽງເຄິ່ງ​ແຕ້ມ ​ໃຫ້​ແກ່ປະທານາທິບໍດີ Felipe Calderon ​ແລະອ້າງ​ວ່າ​ ມີ​ການສໍ້​ໂກງ​ການ​ເລືອກ​ຕັ້ງ​ກັນ ​ອັນເປັນ​ເຫດ​ໃຫ້​ມີ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່ຫຼາຍບັ້ນ​ໃນ​ເມືອງຫຼວງ​ ເປັນ​ເວລາຫຼາຍອາ​ທິດ.

ຊາວເມັກຊິໂກປ່ອນບັດເອົາປະທານາທິບໍດີຄົນໃໝ່ ທ່າມກາງຄວາມຮຸນແຮງ
ຈາກການຄ້າຢາເສບຕິດ:

ອັນ​ດັບ​ທີ່​ສາມຕາມ​ມາ ​ແມ່ນທ່ານ​ນາງ Josefina Vazquez Mota ຜູ້​ສະໝັກ​ເລືອກ​ຕັ້ງ​ຈາກ​ພັກ PAN ຜູ້​ທີ່ຫວັງ​ວ່າ​ຈະ​ໄດ້ເປັນ​ປະທານາທິບໍດີ ຍິງຄົນ​ທໍາ​ອິດ​ຂອງເມັກຊິ​ໂກ​ນັ້ນ.

ຜູ້​ສະ​ໝັກທັງ​ສາມ​ຄົນ ​ໄດ້​ເຊັນ​ຂໍ້​ຕົກລົງເມື່ອ​ພະຫັດ​ຜ່ານ​ມາ ຮັບປາກ​ວ່າ​ຈະ​ຍອມຮັບ​ເອົາ​ຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ວັນ​ອາທິດ​ມື້​ນີ້. ຂໍ້ຕົກ ລົງດັ່ງກ່າວ ຍັງ​ໄດ້​ຮຽກຮ້ອງ​ໃຫ້ຊາວເມັກ​ຊິ​ໂກ​ທັງຫຼາຍ ຈົ່ງ​ເຄົາລົບ​ນັບຖື​ຜົນ​ການ​ເລືອກ​ຕັ້ງ​ເຊ່ນ​ກັນ​ກ ​ເຖິງ​ແມ່ນ​ຈະ​ມີຄວາມ​ບໍ່​ເຫັນ​ພ້ອມ​ກັນ​ຕ່າງໆ​ດ້ານ​ການ​ເມືອງ​ນັ້ນ​ກໍ​ຕາມ.

ບ່ອນ​ປ່ອນ​ບັດ​ເລືອກຈະ​ຕັ້ງ​ໄຂ​ຂຶ້ນ​ເວລາ 8 ​ໂມງ​ເຊົ້າຕາມ​ເວລາ​ທ້ອງ​ຖິ່ນ ​ຄື​ອີກ​ປະມານ​ເຄິ່ງຊົ່ວ​ໂມງ​ຂ້າງ​ໜ້າ​ນີ້ ແລະຜົນ​ການ​ຢັ່ງ​ສຽງ​ພວກ​ປ່ອນ​ບັດ​ອອກ​ມາ​ຊຸດ​ທໍາ​ອິດ​ ຄາດ​ວ່າ​ຈະຮູ້​ກັນ ​ໃນ​ອີກ 12 ຊົ່ວ​ໂມງ​ຕໍ່​ມາ.