ຊາວເມັກຊິໂກ ເດີນຂະບວນປະທ້ວງ ການຫາຍສາບສູນ ຂອງ ພວກນັກສຶກສາ

ພວກປະທ້ວງ ຮ້ອງໂຮ ໃນຂະນະທີ່ ພວກເຂົາເຈົ້າ ເດີນຂະບວນຄັ້ງໃຫຍ່ ໃນນະຄອນຫລວງ Mexico City ຂອງເມັກຊິໂກ ໃນວັນພະຫັດ ທີ 20 ພະຈິກ, 2014.

ພວກ​ປະ​ທ້ວງ​ໄດ້​ປະ​ທະ​ກັນ​ກັບເຈົ້າໜ້າ​ທີ່​ຕຳຫຼວດ ​ໃນ​ນະ​ຄອນ
​ຫຼວງ​ຂອງເມັກ​ຊິໂກ ທີ່ພາກັນເດີນຂະ​ບວນ​ຄັ້ງ​ໃຫຍ່ ປະທ້ວງ
ການ​ຮັບ​ມື​ ຂອງ​ປະທານາທິບໍດີ Enrique Pena Nieto ກ່ຽວ
ກັບການ​ຄາດ​ຕະກຳນັກ​ສຶກສາ​ວິທະຍາ​ໄລຈຳນວນ 43 ຄົນ​ນັ້ນ.

ການ​ປະທະກັນ ຢູ່​ນອກທຳນຽບແຫ່ງ​ຊາດ ໃນ​ນະຄອນຫຼວງ
Mexico City ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ເຮັດ​ໃຫ້ການເດີນ​ຂະ​ບວນ
ປະ​ທ້ວງ ​ທີ່ ມີຫຼາຍພັນ​ຄົນ​ເຂົ້າຮ່ວມຢ່າງ​ສັນຕິ ນັ້ນ ​ເສຍ​ພາບ​ພົດ
​ໄປໝົດ.

ໃນ​ຕອນ​ເຊົ້າຂອງ​ວັນ​ພະຫັດວານນີ້ ພວກ​ປະ​ທ້ວງ​ທີ່​ປົກ​ປິດ​ໜ້າຈຳນວນ ​ນຶ່ງ ​ໄດ້ຕໍ່ສູ້​ກັບ​ເຈົ້າໜ້າ​ທີ່​ຕຳຫລວດ ​ໃກ້ໆສະໜາມ​ບິນ​ໃນ​ນະຄອນຫຼວງ Mexico City ​ໂດຍແກວ່ງລະເບີດນ້ຳມັນ ແລະ ໝາກ​ກະ​ໂພ​ກ​ເຂົ້າໃສ່ຕຳຫຼວດ.

ພວກ​ນັກ​ສຶກສາດັ່ງກ່າວ ໄດ້​ຫາຍ​ສາບ​ສູນ​ໄປ ​ໃນ​ວັນ​ທີ 26 ກັນຍາ ​ຢູ່​ທີ່​ເມືອງ Iguala. ບັນດາ​ເຈົ້າໜ້າ​ທີ່ ​ເຊື່ອ​ວ່າ ພວກ​ນັກ​ສຶກສາ​ເຫຼົ່ານັ້ນ ຖືກ​ຕຳຫລວດ​ໃນ​ທ້ອງ​ຖິ່ນ ຈັບ​ພວກ​ເຂົາ​ເຈົ້າ ​ແລະນຳໄປມອບ​ໃຫ້ພວກ​ ​ແກ້ງ​ຄ້າ​ຍາ​ເສບ​ຕິດ​ໃນ​ທ້ອງ​ຖິ່ນ ທີ່​ມີຊື່ວ່າ Guerreros Unidos.
ມີ​ການ​ກ່າວ​ຫາວ່າ ແກ້ງ​ດັ່ງກ່າວ ​ໄດ້​ຂ້າ​ພວກ​ນັກ​ສຶກສາ​ເຫຼົ່ານັ້ນ ແລະ ​ເຜົາ​ສົບ​ພວກ​ເຂົາ​ເຈົ້າ ​ແລ້ວ​ນຳ​ເອົາ​ຂີ້​ເຖົ່າ​ໄປ​ຖິ້ມລົງ​ໃນ​ແມ່ນ້ຳ​ແຫ່ງ​ນຶ່ງ.

ພໍ່​ແມ່​ຂອງ​ພວກ​ນັກ​ສຶກສາ ​ໄດ້​ປະຕິ​ເສດ ຕໍ່ການກ່າວ​ອ້າງທີ່ວ່າ ລູກ​ເຕົ້າຂອງ​ພວກ​ເຂົາ​ເຈົ້າ
ໄດ້ຖືກ​ຂ້າຕາຍແລ້ວ ​ແລະຮຽກຮ້ອງ​ລັດຖະບານ ຊອກ​ຫາ​ພວກ​ເຂົາ​ເຈົ້າ ​ທີ່​ເຊື່ອ​ວ່າ ​ຍັງ​ມີ​
ຊີວິດ​ຢູ່ນັ້ນ.

ຫຼາຍສິບ​ຄົນ ​ໄດ້​ຖືກ​ຈັບ​ກຸມ ຍ້ອນມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ລັກ​ພາ​ໂຕ​ພວກ​ນັກ​ສຶກສາ ທີ່ລວມທັງ ບັນດາສະມາຊິກຂອງ​ແກ້ງຄ້າ​ຢາ​ເສບ​ຕິດ Guerreros Unidos ​ແລະ ​ຕຳຫລວດ ອີກຫຼາຍກວ່າ 20 ຄົນ ​ແລະ ຜູ້​ປົກຄອງເມືອງ Iguala ທີ່​ຖືກ​ປົດ ພ້ອມ​ດ້ວຍ​ພັນ​ລະ​ຍາ ຂອງຜູ້ກ່ຽວ ກໍຖືກ​ຈັບ​ເຊັ່ນ​ກັນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ຜູ້​ປົກຄອງ​ເມືອງດັ່ງກ່າວ ຄື ທ່ານ Jose Luis Abarca ​ໄດ້​ສັ່ງ​
ໃຫ້​ເຈົ້າໜ້າ​ທີ່ ​ໄປຈັບພວກ​ນັກ​ສຶກສາ​ຍ້ອນຢ້ານ ​ວ່າ​ພວກ​ເຂົາ​ເຈົ້າ ຈະ​ໄປ​ລົບ​ກວນ​ການ​
ຖະ​ແຫລ​ງການ ຂອງ​ພັນ​ລະ​ຍາທ່ານ ຜູ້​ທີ່​ເປັນ​ຫົວໜ້າ​ອົງການ​ປົກ​ປ້ອງ​ສິດທິເດັກ ​ໃນ
​ທ້ອງຖິ່ນນັ້ນ.

ການ​ຄາດຕະກຳ​ພວກ​ນັກ​ສຶກສາ ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນຢ່າງ​ໜັກໃຫ້ ​ແກ່​ຊາວ​ເມັກ​ຊິໂກ
ຜູ້​ທີ່​ເບື່ອ​ໜ່າຍ ກັບ​ການ​ສໍ້​ລາດ​ບັງ​ຫລວງ ການ​ບໍ່ ຖືກລົງ​ໂທດ ​ແລະ ສົງຄາມ​ຄ້າ​ຢາ​ເສບ​ຕິດ ທີ່ໄດ້​ເຮັດ​ໃຫ້ຫຼາຍໝື່ນ​ຄົນ ​ເສຍ​ຊີວິດ ຫຼືຫາຍ​ສາບ​ສູນ​ໄປນັ້ນ.

Your browser doesn’t support HTML5

MEXICO UNREST VO