ລົດໄຟໃຕ້ດິນ ໃນນະຄອນຫຼວງ ອິນເດຍ ເລີ້ມເປີດບໍລິການຄືນແລ້ວ

ແມ່ຍິງຄົນນຶ່ງກຳລັງໃຊ້ຢາລ້າງມື ກ່ອນຂຶ້ນລົດໄຟ ຢູ່ສະຖານີນິວແດນລີ ວັນຈັນ ທີ 7, 2020.

ລະບົບລົດໄຟໃຕ້ດິນໃນນະຄອນຫຼວງຂອງ ອິນເດຍ ໄດ້ເລີ້ມຂັ້ນຕອນທຳອິດ ຂອງການ
ເປີດການບໍລິການຄືນ ໃນວັນຈັນມື້ນີ້ ໂດຍມີແຕ່ສາຍສີເຫຼືອງຖືກເປີດ ໃຊ້ບໍລິການໃນນະ
ຄອນຫຼວງນັ້ນ. ສຳລັບດຽວນີ້, ລົດໄຟຈະແລ່ນເປັນເວລາ 4 ຊົ່ວໂມງໃນຕອນເຊົ້າ ແລະ
ສີ່ຊົ່ວໃນຕອນແລງ.

ລົດໄຟໃຕ້ດິນນີວແດນລີ ເປັນລະບົບລົດໄຟໃຕ້ດິນທີ່ໃຫຍ່ທີ່ສຸດຂອງ ອິນເດຍ, ທີ່ໄດ້ປິດ
ໃນເດືອນມີນາທີ່ຜ່ານມາ, ເຊັ່ນດຽວກັບລົດໄຟໃຕ້ດິນອື່ນໆຢູ່ທົ່ວປະເທດ ເວລາປະເທດ
ໄດ້ທຳການກັກບໍລິເວນ ເພື່ອຫຼຸດຜ່ອນການແຜ່ລະບາດ ໄວຣັສໂຄໂຣນາ.

ຄວາມພະຍາຍາມດັ່ງກ່າວ ເຖິງຢ່າງໃດກໍດີ ບໍ່ໄດ້ພິສູດໃຫ້ເຫັນຜົນສຳເລັດດັ່ງທີ່ ພວກເຈົ້າ
ໜ້າທີ່ຢາກໃຫ້ເປັນ. ມີພຽງ ສະຫະລັດ ເທົ່ານັ້ນທີ່ມີກໍລະນີຄົນຕິດໂຄວິດ ຫຼາຍກວ່າ ອິນເດຍ,
ເຊິ່ງປະເທດໃນເອເຊຍໃຕ້ນັ້ນມີຫຼາຍກວ່າ 4 ລ້ານ 2 ກໍລະນີ.

ບັນດາຜູ້ໂດຍສານຕ້ອງໄດ້ທຳການວັດແທກຫາອຸນຫະພູມຮ່າງກາຍ ເວລາທີ່ຈະເຂົ້າໄປໃນ
ສະຖານນີລົດໄຟໃຕ້ດິນຕ່າງໆຂອງ ນີວແດນລີ. ພວກນັກເດີນທາງຕ້ອງໄດ້ ໃສ່ໜ້າກາກ
ແລະ ຢືນຢູ່ຫ່າງກັນໃນສະຖານີ ແລະ ຢູ່ໃນລົດໄຟ.

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຖືກສົ່ງໄປສະຖານີຕ່າງໆ ເພື່ອຮັບປະກັນການ
ປະຕິບັດຕາມກົດລະບຽບ.

ຜູ້ໂດຍສານຕ້ອງໃຊ້ບັດສະຫຼາດໃນການເດີນທາງ ໃນຂະນະທີ່ເງິນຫຼຽນ ແລະເງິນສົດຈະ
ບໍ່ຖືກອະນຸຍາດໃຫ້ໃຊ້ໃນການຈ່າຍ.

ພວກເຈົ້າໜ້າທີ່ກ່າວວ່າ ສະຖານີຕ່າງໆຖືກຂ້າເຊື້ອທຸກໆສີ່ຊົ່ວໂມງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ