Michael Buble​​ - It's Beginning To Look A Lot Like Christmas

Michael Buble

ຄໍ່າຄືນນີ້ວັນນະສອນ ຈະພາທ່ານຜູ້ຟັງໄປສໍາພັດກັບສຽງເພງ
ມ່ວນໆທີ່ສິນລະປິນຊື່ດັງທັງຫຼາຍໄດ້ຂັບຮ້ອງໄວ້ທີ່ໄດ້ພັນລະນາ
ແລະຖ່າຍທອດຄວາມຮູ້ສຶກຕ່າງໆກ່ຽວກັບເທດສະການສະເຫຼີມ
ສະຫຼອງຄຣີສມາສ ແລະປີນີ້ ຄືຄັກກັນ​ເໝືອນທຸກໆປີ ​ອາກາດ
​ດີ​ເປັນ​ພິ​ເສດ ບໍ່​ທັນເຖິງ​ຂັ້ນໜາວ ​ແລະ​ຫິມມະ​ນັ້ນ​ຍັງ​ບໍ່​ທັນ​ຕົກ
​ເທື່ອ ວັນນະ​ສອຍ​ຢາກ​ໃຫ້​ທ່ານ​ຜູ້​ຟັງ​ມາ​ເຫັນ​ພາບ​ບັນຍາກາດ
​ໃນ​ຊ່ວງ​ເທດສະການນີ້ ຊຶ່ງນະຄອນຫຼວງວໍຊີງຕັນ ດີຊີ ກໍ​ແມ່ນ
​ໄດ້​ຕົກ​ແຕ່ງ​ແອ້​ຍ້ອງ ​ເປັນຕາ​ອອນຊອນ ​ມ່ວນ​ຊື່ນ​ຄຶກຄື້ນ​ຫຼາຍ
ຂໍເລີ່​ມດ້ວຍ​ເພງ “It's Beginning To Look A Lot Likes
Christmas”
ທີ່​ຮັບ​ຮ້ອງ​ໂດຍ ນັກ​ຮ້ອງ​ນໍ້າ​ສຽງ ​classic
ຢ່າງ Michael Buble. ຂໍ​ເຊີນ​ໄປ​ມ່ວນ​ພ້ອມໆ​ກັນ​ເລີຍ…



ກໍເຫຼືອພຽງແຕ່ 2-3 ມື້ເທົ່ານັ້ນກ່ອນເຖິງວັນຄຣີສມາສ​ແລ້ວ ຊຶ່ງມື້ນີ້ຖື​ວ່າເປັນບັນຍາກາດ
ຂອງຄວາມປອງດອງ, ສະໝານສາມັກຄີ, ຮັກຫໍ່ແພງກັນລະຫວ່າງຄົນຮັກ, ຍາດພີ່ນ້ອງ
ເພື່ອນມິດສະຫາຍທັງຫຼາຍ. ພວກເດັກນ້ອຍທັງຫຼາຍຈະມັກເທດສະການນີ້ເປັນພິເສດ
ເພາະຕື່ນເຕັ້ນແລະດີໃຈກັບການ​ໄດ້​ຮັບຂອງຂັວນຂອງຝາກ ທີ່ຈະໄດ້ເປີດກັນໃນຕອນ
ທ່ຽງຄືນກ່ອນວັນຄຣີສມາສ ກໍຄືວັນທີ່ 24 ທັນວາ ວັນນະສອນຂໍເນລະມິດເທດສະການ
ຄຣີສມາສມາໃຫ້ທ່ານໄດ້ສໍາພັດກັນ ແລະຂໍມອບເພງ X-mas ທີ່​ອອກ​ແນວ​ມ່ວນໆ
​ເອົາ​ໃຈ​ຄົນ​ໜຸ່ມ​ຄົນ​ສາວ​ ທີ່​ຂັບ​ຮ້ອງ​ໂດຍ​ Justin Bieber & Mariah Carey ​ໃນ​ບົດ
​ເພງ “All I Want For Christmas Is You” ເປັນຂອງຂັວນແດ່ທ່ານຜູ້ຟັງ ເພື່ອສ້າງ
ບັນຍາກາດກ່ອນເຖິງວັນຄຣີສມາສຈິງໆ ທີ່ຈະມາເຖິງນີ້.

Your browser doesn’t support HTML5

ຟັງລາຍການສຽງເພງຈາກແດນໄກ_ເທດສະການຄຣິສມັສ - Tt's Beginning To Look A Lot Like Christmas



ເນຶ່ອງໃນໂອກາດເທດສະການຄຣີສມາສວັນນະສອນພ້ອມດ້ວຍຄະນະ VOA ຂໍອວຍໄຊ
ໃຫ້ພອນແດ່ແຟນລາຍການວິທະຍຸ VOA ທຸກຖ້ວນໜ້າ ຈົ່ງໄດ້ມີແຕ່ຄວາມສຸກລົ້ນ ໝາກມິ່ງ
ແສນປະເສດ ແລະຂໍໃຫ້ Voice of America ເປັນແຮງໃຈຕໍ່ເຕີມໃຫ້ທ່ານມີແຮງສູ້ເພື່ອ
ຄວາມກ້າວໜ້າ, ທັງພາລະໜ້າທີ່, ຄວາມອຸດົມສົມບູນຂອງທ່ານແລະຄອບຄົວ ຕະຫຼອດ
ເທດສະການຄຣີສມາສປີນີ້ ແລະຕະຫຼອດການ ຂໍມອບເພງ Silent Night ຂອງ Wilson
Philips ເປັນຂອງວັນໃຫ້ທ່ານ ແລະຂໍໃຫ້ທຸກໆທ່ານນອນລັບຝັນດີ. Merry Christmas.


VS/VOA