ຊາວລາວອາເມຣິກັນ ແລະການາດາ ພາກັນສະຫຼອງ ບຸນຄຣິສມັສ

ການຕົກແຕ່ງຕົ້ນຄຣິສມັສແຫ່ງຊາດ ທີ່ນະຄອນຫຼວງວໍຊິງຕັນ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ອື່ນ ແມ່ນວັນສຸກ ວັນທີ 25 ທັນວາ ປີ 2020 ເປັນມື້
ສະຫຼອງບຸນຄຣິສມັສ (Christmas) ຫຼືບຸນວັນເກີດພະເຍຊູເຈົ້າ ເພາະສະນັ້ນ ໃນລາຍ
ການຊີວິດຊາວຂອງວີໂອເອ ປະຈຳແລງວັນພະຫັດມືີ້ນີ້ ເຮົາຈະພາທ່ານໄປຟັງການເອົາ
ການໂອ້ລົມກັບຊາວອາເມຣິກັນ ແລະຊາວກາ ນາດາເຊື້ອສາຍລາວວ່າ ພວກເພີ່ນພາ
ກັນສະຫຼອງ ບຸນຄຣິສມັສ ກັນຢ່າງໃດ ແລະມີຄວາມໝາຍຢ່າງໃດ ກ່ຽວກັບການສະຫຼອງ
ບຸນດັ່ງກ່າວນີ້. ບຸນຄຣິມັສ ປີນີ້ ມີອຸບປະສັກອັນໃຫຍ່ຫຼວງ ເນື່ອງຈາກການແຜ່ລະບາດ
ຂອງໂຄວິດ-19 ທີ່ຍັງບໍ່ລົດລະ. ສະພາບການເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາ
ສະເໜີ ທ່ານ.

Your browser doesn’t support HTML5

ເຊີນຟັງການສະຫ໌ອງບຸນຄຣິສມັສ

ສາດສະໜາຄຣິສ ເປັນສາດສະໜາທີ່ຍິ່ງໃຫຍ່ ແລະມີປະຊາກອນນັບຖືຫຼາຍອັນດັບນຶ່ງ
ຢູ່ໃນໂລກ ຮອງລົງມາ ກໍແມ່ນສາດສະໜາອິສລາມ ແລະຕໍ່ໆກັນລົງໄປ ຕາມລໍາດັບ.
ເພາະສະນັ້ນ ວັນທີ 25 ທັນວາ ຂອງແຕ່ລະປີ

ຊາວໂລກທີ່ນັບຖື ສາດສະໜາຄຣິສ ພາກັນສະຫຼອງບຸນ ວັນເກີດພະເຍຊູເຈົ້າ ທີ່ຮ້ອງວ່າ
ຄຣິສມັສ (Christmas) ອັນເປັນບຸນໃຫຍ່ປະຈຳປີ. ພໍແຕ່ລະດູການນີ້ມາເຖິງ ບໍ່ວ່າຄົນຈະ
ນັບຖືສາດສະໜາໃດໆກໍຕາມ ເກືອບວ່າຈະຫຼີກຫລ່ຽງອິດທິພົນການສະຫຼອງບຸນ ອັນຄຶກ
ຄຶ້ນນີ້ບໍ່ໄດ້ເດັດຂາດ ເພາະບັນຍາກາດປົກຄຸມໄປດ້ວຍແສງສີ ການຕົກ ແຕ່ງເອ້ບ້ານເຮືອນ
ຖະໜົນຫົນທາງ ສຽງເພງ ແລກປ່ຽນຂອງຂວັນຊຶ່ງກັນແລະ ກັນແລະສັງສັນກັນຢ່າງມ່ວນ
ຊື່ນ. ສິ່ງສຳຄັນອີກຢ່າງນຶ່ງນັ້ນກໍຄືການສິ້ນສຸດຂອງ ປີເກົ່າ ທີ່ຊາວໂລກໄດ້ພາກັນໃຊ້ປະຕິ
ທິນສາກົນເປັນຫລັກໃນການດຳລົງຊີວິດ ແລະສົກປີ 2021 ກຳລັງກ້າວເຂົ້າມາເຖິງໃນບໍ່
ເທົ່າໃດມື້ຂ້າງໜ້ານີ້.

ຕາມປົກກະຕິແລ້ວເວລານີ້ ຜູ້ຄົນພາກັນເດີນທາງໄປຢ້ຽມຢາມຖາມຂ່າວຍາດຕິ ພີ່ນ້ອງ
ເພື່ອນຝູງທີ່ຢູ່ໃກ້ ແລະໄກ ແລະຮັບປະທານອາຫານໂອ້ລົມກັນຢ່າງສະ ໜຸກສະໜານ. ແຕ່
ວ່າປີນີ້ຫຼາຍໆຄົນ ໄດ້ພາກັນຍົກເລີກການເດີນທາງ ແລະ ຢູ່ບ້ານເຮືອນຂອງໃຜລາວ ຍ້ອນ
ພະຍາດໂຄວິດ-19 ທີ່ຍັງກຳລັງແຜ່ລະບາດ ຢູ່ໃນຂະນະນີ້.

ຊາວອາເມຣິກັນເຊື້ອສາຍລາວ ແມ່ນຊົນຊາດນ້ອຍກຸ່ມນຶ່ງທີ່ໄດ້ຕັ້ງຖິ່ນຖານປະປົນ ກັບຄົນ
ອື່ນໆຢູ່ທົ່ວໂລກ. ຫຼາຍໆຄົນໄດ້ປ່ຽນມານັບຖືສາດສະໜາຄຣິສ ແລະເຖິງ ແມ່ນວ່າຜູ້ທີ່ຍັງ
ນັບຖືສາດສະໜາພຸດ ມີວັດວາອາຮາມປະຈຳທ້ອງຖິ່ນຂອງໃຜລາວ

ກໍຕາມ ແຕ່ກໍບໍ່ສາມາດທີ່ຈະຫຼີກຫລ່ຽງອິດທິພົນ ອັນເບັນຍາກາດການສະຫຼອງບຸນ ຄຣິສ
ມັສທີ່ຍິ່ງໃຫຍ່ນີ້ໄດ້.

ທ່ານປີເຕີ ກອງຕາ ຄູສອນສາດສະໜາຄາໂທລິກ ຢູ່ໃນລັດອາແກນຊໍ(Arkansas) ຕັ້ງຢູ່
ທາງພາກກາງຂ້ອນໄປທາງທິດຕາເວັນຕົກຂອງສະຫະລັດ. ທ່ານເປັນຜູ້ທີ່ຮູ້ກັນດີໃນສັງຄົມ
ລາວອາເມຣິກັນຢູ່ໃນເຂດນີ້. ທ່ານປີເຕີໄດ້ອະ ທິບາຍກ່ຽວກັບບຸນຄຣິສມັສ ສູ່ ວີໂອເອ ຟັງ
ດັ່ງນີ້:

ທ່ານປີເຕີ ກົງຕາ

Your browser doesn’t support HTML5

ເຊີນຟັງທ່ານປີເຕີ ກົງຕາ

ຢູ່ໃນຂົງເຂດດຽວກັນນີ້ ກໍມີບັນດາສະມາຊິກປະຊາຄົມລາວຫຼາຍພັນຄົນ ພາກັນຕັ້ງຖິ່ນ
ຖານປະກອບອາຊີບ ແລະມີວັດວາອາຮາມສາດສະໜາພຸດຫຼາຍແຫ່ງ. ທ່ານຄຳແດງ
ແສງມະນີວົງ ປະທານວັດລາວພຸດທະລາມ ທີ່ເມືອງຝອດສະມິດ (Fort Smith) ໄດ້ໃຫ້
ຂໍ້ຄິດເຫັນ ກ່ຽວກັບການສະຫຼອງບຸນຄຣິສມັສຕໍ່ ວີໂອເອ ຟັງວ່າ:

ທ່ານຄຳແດງ ແສງມະນີວົງ

Your browser doesn’t support HTML5

ເຊີນຟັງທ່ານຄຳແດງ ແສງມະນີວົງ

ບັດນີ້ຂໍເຊີນທ່ານພົບກັບຍານາງວິໄລຈັນ ສະມາຊິກຄອບຄົວເວດສະວົງ ຊຶ່ງເປັນຄອບ
ຄົວໃຫຍ່ ທີ່ນັບໜ້າຖືຕາຢູ່ໃນສັງຄົມລາວ ເຂດນະຄອນມົງເຣອານ (Montreal) ປະເທດ
ການາດາ. ຍານາງວິໄລຈັນ ສະເວດວົງ ໄດ້ແບ່ງປັນກ່ຽວ ກັບການສະຫຼອງບຸນຄຣິສມັສ
ທີ່ຄອບຄົວຂອງເພີ່ນໄດ້ປະຕິບັດກັນມາເປັນປະເພ ນີໃນແຕ່ລະປີສູ່ ວີໂອເອ ຟັງດັ່ງນີ້:

ຍານາງວິໄລຈັນ ແລະທ່ານບຸນທະວີ ສະເວດວົງ

Your browser doesn’t support HTML5

ເຊີນຟັງຍານາງວິໄລຈັນ ສະເວດວົງ

ເຖິງແມ່ນບໍ່ສາມາດເຕົ້າໂຮມກັນດັ່ງທີ່ເຄີຍປະຕິມາໃນແຕ່ລະປີ ບັນດາສະມາຊິກ ສັງຄົມ
ລາວເຫຼົ່ານີ້ພາກັນລະມັດລະວັງ ແລະບໍ່ປະໝາດຕໍ່ຄຳສັ່ງທາງລາດຊະການ ບໍ່ໃຫ້ເຕົ້າ
ໂຮມກັນເກີນຂອບເຂດ ແລະສະຫຼອງຢູ່ໃນບ້ານເຮືອນຂອງໃຜລາວເທົ່າ ນັ້ນ.