ບັນດາສະມາຊິກລັດຖະສະພາກ່າວວ່າ ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງລັດຖະບານຜູ້ນຶ່ງໄດ້ກ່າວຕໍ່ພວກທ່ານວ່າ ພວກຄົນເຂົ້າເມືອງທີ່ຜິດກົດໝາຍເກືອບ ທັງໝົດແມ່ນ “ສົມເຫດສົມຜົນ” ທີ່ຈະຖືກຈັບກຸມ ແລະເນລະເທດ.
ທ່ານ Thomas Horman ຜູ້ອຳນວຍການຊົ່ວຄາວອົງການກວດຄົນເຂົ້າເມືອງແລະພາສີ ຫລື ICE ໄດ້ພົບປະກັບສະມາຊິກສະພາຕໍ່າພັກເດໂມແຄຣັດ 10 ຄົນ ໃນວັນພະຫັດວານນີ້ ທີ່ລັດ ຖະສະພາ.
ຫຼັງຈາກນັ້ນສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດຈາກລັດ Texas ທ່ານ Joaquin Castro ກ່າວວ່າ ມັນຍາກທີ່ຈະອອກຈາກກອງປະຊຸມ ແລະເຊື່ອວ່າ “ລັດຖະບານປະທາ ນາທິບໍດີ Trump ຈະບໍ່ແນເປົ້າໝາຍໃສ່ຄົນເຂົ້າເມືອງຫລາຍເທົ່າທີ່ຈະເປັນໄປໄດ້.”
ທ່ານ Castro ກ່າວວ່າ ສິ່ງດຽວ ທີ່ໄດ້ຮັບການຍົກເວັ້ນ ນັ້ນກໍຄືພາກປະຕິບັດ ຕໍ່ການມາເຖິງຂອງພວກເດັກນ້ອຍຫຼື DACA ຊຶ່ງເປັນພວກຄົນເຂົ້າເມືອງຜູ້ທີ່ເຂົ້າມາໃນສະຫະລັດ ແຕ່ເວລາອາຍຸຍັງນ້ອຍ ແລະໄດ້ຮັບການປ້ອງກັນພາຍໃຕ້ໂຄງການທີ່ໄດ້ຕັ້ງຂຶ້ນໂດຍອະ ດີດປະທານາທິບໍດີ Barack Obama.
ທ່ານ Castro ກ່າວວ່າ “ຄວາມລັງເລໃຈສິ່ງດຽວທີ່ເຂົາເຈົ້າມີກໍຄືວ່າ ເຂົາເຈົ້າຈະຕິດຕາມຫາພວກເດັກນ້ອຍ DACA ຫລືບໍ່ ນອກຈາກນັ້ນແລ້ວ ທຸກໆຄົນແມ່ນສົມເຫດສົມຜົນສຳ ລັບພວກເຂົາເຈົ້າ.”
ທ່ານ Thomas Horman ຜູ້ອຳນວຍການຊົ່ວຄາວອົງການກວດຄົນເຂົ້າເມືອງ ແລະພາສີ ຫລື ICE
ປະທານາທິບໍດີ Donald Trump ໄດ້ອອກດຳລັດຝ່າຍບໍລິຫານໃນອາທິດທຳອິດຂອງການເຂົ້າຮັບຕຳແໜ່ງເພື່ອກະກຽມການຈັດຕັ້ງປະຕິບັດ ກ່ຽວກັບລະບຽບຄົນເຂົ້າເມືອງ ໃນຂອບເຂດທີ່ກວ້າງຂວາງ.
ສ່ວນຄົນອື່ນໆກ່າວວ່າ “ພວກຄົນເຂົ້າເມືອງຫຼາຍໆຄົນ ທີ່ເຂົ້າມາໃນສະຫະລັດແບບຜິດກົດ ໝາຍແລະພວກທີ່ຢູ່ເກີນກຳນົດຫລືລະເມີດເງື່ອນໄຂຂອງວີຊ່າຕ່າງໆຂອງເຂົາເຈົ້າ ແມ່ນເປັນການຂົ່ມຂູ່ທີ່ສຳຄັ ນຕໍ່ຄວາມໝັ້ນຄົງຂອງປະເທດ ແລະຄວາມປອດໄພຂອງປະຊາຊົນ.”
ບັນດາສະມາຊິກລັດຖະສະພາ ທີ່ໄດ້ປະຊຸມໃນວັນພະຫັດວານນີ້ ກ່າວວ່າ ໃນຈຳນວນ 686 ຄົນ ຂອງພວກຄົນເຂົ້າບໍ່ມີເອກກະສານ ທີ່ຖືກຈັບ ລະຫວ່າງອາທິດແລ້ວນີ້ 120 ຄົນແມ່ນບໍ່ມີປະຫວັດການກະທຳຜິດ.