ສະມາຊິກສະພາແຫ່ງຊາດຂອງ ສປປ ລາວ 13 ທ່ານໄດ້ເດີນທາງມາຢ້ຽມຢາມ ສະຫະລັດ ເປັນຄັ້ງທຳອິດໃນເວລາ 1 ອາທິດເຕັມ ຊຶ່ງສິ້ນສຸດລົງໃນວັນອາທິດ ວານນີ້ ເພື່ອຖອດຖອນບົດຮຽນຈາກລັດຖະສະພາສະຫະລັດໃນດ້ານການຈັດຕັ້ງ ແລະບໍລິຫານງານຕ່າງໆ.
ທ່ານສັນຍາ ປຣະເສີດ (ກາງແຖວໜ້າໃສ່ຊຸດສີຟ້າແກ່) ປະທານກໍາມະການພົວພັນຕ່າງປະເທດ, ຜູ້ນໍາຄະນະຜູ້ແທນ ແລະທ່ານສີສະຫວາດ ອິນພະຈັນ (ເສື້ອສີຟ້າ), ເອກອັກຄະລັດຖະທູດລາວປະຈຳ ສຫລ ຖ່າຍຮູບຮ່ວມກັບຊາວລາວ-ອາເມຣິກັນຈຳນວນນຶ່ງ ໃນງານລ້ຽງສົ່ງ ແລງວັນທີ 21 ກໍລະກົດ, 2023
ໃນນັ້ນ ທ່ານສັນຍາ ປຣະເສີດ, ປະທານກໍາມາທິການການພົວພັນຕ່າງປະເທດ, ຜູ້ນໍາຄະນະຜູ້ແທນກ່າວວ່າ ພວກເພິ່ນເຫັນໄດ້ ທັງສິ່ງທີ່ຄືກັນ ແລະແຕກຕ່າງກັນ ລະຫວ່າງສະພາແຫ່ງຊາດລາວ ແລະລັດຖະສະພາສະ ຫະລັດ. ດ້ານຄືກັນກໍຄື ສະພາຂອງທັງສອງປະເທດແມ່ນມີ 3 ບົດບາດໃຫຍ່ຄື: ຮັບຮອງເອົາກົດໝາຍ, ຕັດສິນບັນຫາສໍາຄັນຂອງປະເທດຊາດ ແລະ ຕິດຕາມກວດກາ.
ສ່ວນສິ່ງທີ່ແຕກຕ່າງກັນທີ່ສໍາຄັນນັ້ນ ທ່ານເວົ້າວ່າ:
Your browser doesn’t support HTML5
ສຽງທ່ານສັນຍາ ປຣະເສີດ, ປະທານກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດລາວ
“ອັນແຕກຕ່າງຂອງເພິ່ນໜີ້ລະແມ່ນວ່າ ຂອງເພິ່ນສະພາມີບົດບາດສູງກວ່າລັດ ໃນການຈັດສັນງົບປະມານ, ຈັດສັນອັນຕ່າງໆ. ແລ້ວບັດນີ້ ພວກເພິ່ນໜີ້ ມີຫລາຍກໍາມາທິການ, ຫລາຍກໍາມາທິການກວ່າພວກເຮົາ, ເພິ່ນມີເກືອບ ຊາວພຸ້ນໄດ໋ ຫລະພວກເຮົາມີພຽງແຕ່ 9, 10 ກັບເລຂາທິການ, ອັນແຕກຕ່າງ ອັນສອງມາໜີ້ລະແມ່ນພວກເພິ່ນມີກົນໄກເລື້ອງຟັງຫາງສຽງຂອງປະຊາຊົນ ແລ້ວ ມີກົນໄກສະເພາະໄດ໋ໃຫ້ປະຊາຊົນມາຫາ ແລະໄດ້ພົບປະ”
ທ. ສັນຍາ ປຣະເສີດ, ປະທານກຳມາທິການການພົວພັນຕ່າງປະເທດນັ່ງບັນທຶກຂໍ້ຄວາມສຳຄັນຂະນະທີ່ຟັງທ່ານສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດລາວປະຈຳ ສຫລ ກ່າວຄຳປາໄສໃນງານລ້ຽງສົ່ງຄະນະຜູ້ແທນຢ້ຽມຢາມ ສຫລ ທີ່ຈັດຂຶ້ນຢູ່ສະຖານທູດລາວໃນນະຄອນຫລວງວໍຊິງຕັນ, ໃນແລງວັນທີ 21 ກໍລະກົດ, 2023
ການເດີນທາງມາຢ້ຽມຢາມຄັ້ງນີ້ແມ່ນໄດ້ຮັບການອຸປະຖໍາ ແລະປະສານງານໃຫ້ ໂດຍມູນນິທິເອເຊຍ ຫລື Asia Foundation ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລ ທີ່ມີສໍານັກງານໃຫຍ່ຕັ້ງຢູ່ໃນລັດຄາລິຟໍເນຍ ແລະມີສໍານັກງານຜູ້ຕາງໜ້າ ຕັ້ງຢູ່ ລາວມາໄດ້ຫລາຍປີແລ້ວ. ໃນການຢ້ຽມຢາມ ແລະແລກປ່ຽນຖອດຖອນບົດ ຮຽນໃນຄັ້ງນີ້ ຄະນະຜູ້ແທນລາວ ໄດ້ໄປຢ້ຽມຢາມຫ້ອງການແລະເບິ່ງຫ້ອງປະ ຊຸມຂອງສະພາສູງ ແລະສະພາຕໍ່າຂອງສະຫະລັດຢູ່ໃນນະຄອນຫລວງວໍຊິງຕັນ ແລະນະຄອນບາລຕີມໍ ຂອງລັດແມຣີແລນທີ່ຕັ້ງຢູ່ທາງເໜືອຂອງນະຄອນຫຼວງ ວໍໍຊິງຕັນ ຊຶ່ງເປັນຫໍລັດຖະສະພາສະຫະລັດອັນເກົ່າແກ່ ຕັ້ງຂຶ້ນກ່ອນ ຫໍລັດຖະສະພາໃນນະຄອນຫລວງວໍຊິງຕັນອີກດ້ວຍ.