ທ່ານນາງ Melinda Gates ໄດ້ຮັບກຽດຕິຍົດ ຈາກ Chatham House

ເຈົ້າຊາຍ William ຊົງມອບລາງວັນ ໃຫ້ແກ່ ທ່ານນາງ Melinda ປະທານຮ່ວມກໍ່ຕັ້ງ ມູນນິທິ Bill ແລະ Melinda Gates.

ທ່ານ​ນາງ Melinda Gates ຜູ້​ຮ່ວມກໍ່​ຕັ້ງມູນ​ນິທິ Bill and​
Melinda Gates ​ພ້ອມ​ທັງ​ເປັນພັນ​ລະ​ຍາ​ ​ຂອງອະດີດ​ຫົວໜ້າ​
ໃຫຍ່​ ບໍລິສັດ Microsoft ​ໄດ້ຮັບລາງວັນ Chatham House
ຊຶ່ງ​ເປັນ​ ​ລາງວັນ​ປະຈຳ​ປີຂອງ ​ສະ​ຖາ​ບັນນະ​ໂຍບາຍອັນ​ມີ​ກຽດ
ທີ່​ມີ​ຊື່​ດຽວ​ກັນນີ້. ​ສະ​ຖາ​ບັນ Chatham House ມອບ​ລາງວັນ​
ປະຈຳ​ປີ​ໃຫ້​ແກ່ບຸກຄົນ ທີ່​ຖືກຕັດ​ສິນວ່າ ​ໄດ້​ສ້າງ​ຄຸນງາມ​ຄວາມ
​ດີ​ອັນ​ສຳຄັນ​ທີ່​ສຸດ​ໃນ​ການ​ປະກອບ​ສ່ວນ ເພື່ອ​ປັບປຸງຄວາມ​ສຳ
ພັນນາໆ​ຊາດ ໃນ​ຮອບ​ປີ​ທີ່ຜ່ານ​ມາ. Henry Ridwell ມີລາຍ​
ງານ ກ່ຽວ​ກັບເລື້ອງນີ້ຈາກ ລອນ​ດອນ ຊຶ່ງ ກິ່ງສະຫວັນ ຈະ​ນຳ
​ເອົາ​ລາຍ​ລະ​ອຽດ ​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ກ່ຽວກັບ ທ່ານນາງ Melinda Gates ໄດ້ຮັບລາງວັນ Chatham House ປະຈຳປີ

ທ່ານ Bill ​ແລະ ​ທ່ານ​ນາງ Melinda Gates ​ໄດ້​ເລີ້ມ​ກໍ່​ຕັ້ງ​ມູນ​ນິທິ ຂອງເຂົາ​ເຈົ້າ​ໃນ​ປີ
2000 ​ໂດຍ​ແນ​ໃສ່​ເພື່ອ​ປັບປຸງ​ຊີວິດການ​ເປັນ​ຢູ່​ໃຫ້ ດີ​ຂຶ້ນ ໂດຍຜ່ານ​ການ​ຮັກ​ສາສຸຂະພາບ
ພ້ອມ​ທັງ​ເຂົ້າ​ເຖິງການ​ສຶກສາ ​ແລະ​ເທັກ​ໂນ​ໂລ​ຈີ.

ໃນ​ພິທີ ​ທີ່​ຈັດ​ຂຶ້ນ ​ຢູ່ນະຄອນ​ລອນ​ດອນ ເມື່ອ​ແລງ​ວັນ​ສຸກ​ທີ 21 ພະ​ຈິກ​ຜ່ານ​ມານີ້ ​ເຈົ້າ​ຊາຍ
William ​ແຫ່ງ​ປະ​ເທດ​ອັງກິດ ຊົງ​ໃຫ້​ການ​ຮັບ ຮູ້​ຕໍ່​ວຽກ​ງານ​ຂອງທ່ານ​ນາງ ຢ່າງ​ເປັນ​ການ
​ເປີດ​ເຜີຍ.

ເຈົ້າ​ຊາຍ William Duke ແຫ່ງ Cambridge ​ຊົງກ່າວ​ວ່າ “ພ້ອມພຽງ​ຮຽງ​ໜ້າ ດ້ວຍ
ສາມີທີ່​ມີ​ຄວາມ​ໂດດ​ເດັ່ນ​ພໍໆ​ກັນ​ນັ້ນ ທ່ານ Bill ທ່ານ​ນາງ Melinda ​ໄດ້ກໍ່​ຕັ້ງ​ມູນ​ນິທິ
Gates ​ຂຶ້ນ​ມາ ​ເພື່ອ​ປ່ຽນ​ແປງ​ໂລກ ​ແລະ​ໃນ​ການປ່ຽນ​ແປງ​ໂລກນັ້ນ ທ່ານ​ນາງ​ໄດ້
ຫັນປ່ຽນ​ຊີວິດ​ຂອງ​ບັນດາ​ຜູ້ຍິງ ຄົນ​ທຸກ​ຍາກ ຄົນເຈັບ​ປ່ວຍ ​ແລະ​ຜູ້​ທີ່ດ້ອຍ​ໂອ​ກາດ
ໃນອາ​ຟຣິກາ ​ແລະ​ແຫ່ງອື່ນໆ.”

ມູນ​ນິທິ​ດັ່ງ​ກ່າວນີ້ ​ໄດ້​ພົວພັນ​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ຕໍ່​ສູ້ຕ້ານກັບ​ອີ​ໂບລາ. ທ່ານ​ນາງ Melinda Gates ​ໄດ້​ເຕືອນ​ກ່ຽວ​ກັບ​ການ​ເວົ້າ​ໃນ​ລັກ​ສະ​ນະ ທົ່ວ​ໄປ​ໂພດ.

ທ່ານ​ນາງ Melinda Gates ກ່າວ​ວ່າ “ຜູ້​ຄົນ​ເວົ້າ​ກ່ຽວ​ກັບ​ການ​ແຜ່​ລະ ບາດ​ເຊື້ອອີ​ໂບ
ລາ ທີ່​ຄວບ​ຄຸມ​ບໍ່​ໄດ້ ຊຶ່ງ​ເປັນ​ການ​ສົນທະນາ​ອັນ​ສຳຄັນ​ທີ່​ສຸດ​ທີ່​ຕ້ອງ​ເວົ້າເຖິງ ​ແລະ​
ມັນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ທີ່​ຮ້າຍ​ແຮງ. ​ແຕ່​ພວກ​ເຮົາ​ຍັງ​ນຳ​ເອົາ​ໄປ​ພົວ​ພັນ
​ໃສ່​ກັບບັນຫາ​ອຶ່ນໆ​ ທີ່​ເຮົາ​ບໍ່​ຄວນທຳ. ພວກ​ເຮົາ​ ເວົ້າ​ກ່ຽວ​ກັບທະວີບ​ທີ່​ປົກຄອງ​
ໂດຍ​ພວກ​ຜະ​ເດັດ​ການ ​ແລະ​ສໍ້​ລາດ​ບັງຫລວງ. ພວກ​ເຮົາ​ເວົ້າ​ກ່ຽວ​ກັບ ອາ​ຟຣິກາ
​ຊຶ່ງ​ໃນບາ​ງຄັ້ງກໍ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ເລີຍ ​ແລະຂ້າພະ​ເຈົ້າ ມາ​ທີ່​ນີ້​ເພື່ອ​ບອກ​ໃຫ້​
ທ່ານ​ຊາບ​ວ່າ ມັນ​ບໍ່​ແມ່ນ​ເລື້ອງ​ດັ່ງກ່າວ.”

ຫວ່າງ​ມໍ່ໆ​ມາ​ນີ້ ​ທາ​ງມູນ​ນິທິ ​ໄດ້​ມອບ​ເງິນ 5 ລ້ານ 7 ​ແສນ​ໂດ​ລາ​ໃຫ້ ແກ່​ການ​ທົດ​ລອງນຳ
​ໃຊ້​ພ​ລາ​ສ​ມາເລືອດ ເພື່ອປິ່ນປົວອີ​ໂບລາ.

​ໃນການ​ນຳສະ​ເໜີ​ທີ່ ນະຄອນ​ລອນ​ດອນ ກ່ອນ​ໜ້ານີ້ ທ່ານ​ນາງ Melinda Gates ​ໄດ້
​ເຕືອນ​ວ່າ ​ພະ​ຍາດ​ດັ່ງ​ກ່າວ​ ໄດ້​ເຮັດ​ໃຫ້​ລະບົບ​ຮັກ​ສາ​ສຸ​ຂະ​ພາບພັງ​ລະລາຍ​ລົງ ​ຢູ່​ໃນ​ບັນ
ດາ​ ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ເຊັ່ນ ກີ​ນີ ຊິ​ແອຣາ ລິ​ອອນ ​ແລະ​ ໄລ​ບີ​ເຣຍ.

ທ່ານ​ນາງ Melinda Gates ກ່າວ​ວ່າ “​ໃນປີ​ນີ້ ຈະ​ມີ​ເດັກ​ນ້ອຍ​ເກີດ​ເກືອບ 800,000
ຄົນ ​ຢູ່ໃນ​ບັນດາ​ປະ​ເທດ​ເຫລົ່າ​ນັ້ນ. ພວກ​ຜູ້​ຍິງ​ ຈະບໍ່​ພາກັນ​ໄປ​ຫາຄລີ​ນິກ ປັດ​ຈຸ​ບັນ​
ນີ້
​ເພາະວ່າ ນຶ່ງບັນ​ດາຄລີ​ນິກ​ໄດ້​ຮັບ ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ແຕ່ ສອງ ພວກ​
ເຂົາ​ເຈົ້າ ຢ້ານ​ກົວ​ຫຼາຍທີ່​ຈະ​ໄປ​ຫາ​ຄ​ລີ​ນິກ ຍ້ອນເຂົາ​ເຈົ້າ​ຢ້ານ​ວ່າ​ຈະ​ຕິດ ອີ​ໂບລາ.
​ແມ່ນ​ຫຍັງ​ຄື​ສາ ເຫດ​ທີ່​ໃຫ​ຍ່​ທີ່​ສຸດ​ທີ່ເອົາ​ຊີ​ວິດ​ຜູ້​ຍິງ​ຊຶ່ງມີອາຍຸ​ແຕ່ 15 ຫາ 29 ​ປີໃນ
​ປັດ ຈຸ​ບັນ​ນີ້? ​ແມ່ນການ​ເກີດ​ລູກ.”

​ສະ​ຖາ​ບັນ Chatham House ໄດ້​ຍົກ​ຍ້ອງ​ການ​ປະ​ຕິ​ບັດ​ງານ​ຂອງ​ມູນນິ​ທິ Gates ກ່ຽວ
​ກັບ​ການ​ລຶບ​ລ້າງ​ໂປ​ລີ​ໂອ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ທະ​ວີບ​ອາ​ຟ​ຣິ​ກາ ຈ​ະ​ປອດ
​ຈາກ​ໂຣກ​ໂປ​ລີ​ໂອ ພາຍ​ໃນ​ປີ 2015 ນີ້.

ມູນ​ນິທິ Gates ​ໄດ້​ລົງທຶນ​ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີ​ເຄື່ອນ​ທີ່ ຢູ່​ໃນ​ທົ່ວ​ບັນດາປະ​ເທດທີ່​ກໍ​າລັງ
ພັດທະນາ ດັ່ງ​ app ໂທລະສັບ​ເຄື່ອນ​ທີ່ ຢູ່​ໃນກາ​ນາ ທີ່​ໄດ້​ຊ່ວຍ​ພວກ​ຊາວນາ ຕິດ​ຕໍ່​ຫາ​
ບັນດາຜູ້​ທີ່ຈະ​ມາ​ຊື້ ​ແລະ​ຂາຍ.

See related video below:

Your browser doesn’t support HTML5

Melinda Gates Honored for Humanitarian Work

ທ່ານນາງ Melinda Gates ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານມານີ້ ​ໄດ້ເປັນ ຜູ້​ສັ່ງ​ການ​ສ່ວນ​
ໃຫ​ຍ່ ​ກ່ຽວ​ກັບ​ການ​ປະຕິບັດ​ງານມູນ​ນິທິ ຂອງ​ທ່ານ​ນາງ ໄປ​ສູ່​ການ​ປັບປຸງສິດທິຂອງ​ພວກ
ຜູ້ຍິງ ສຸຂະພາບ ​ແລະກາ​ນສຶກສາ.

ທ່ານ​ນາງ Melinda Gates ກ່າວ​ວ່າ “ຖ້າ​ຫາກ​ ຂ້າພະ​ເຈົ້າ ກ່າວ​ວ່າ ຂ້າ​ພະ​ເຈົ້າ​ຈະ
​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ສາ​ມາດ ​ເພີ້ມ​ຜົນ​ການ​ປະ​ຕິ​ບັດ​ງານ​ຂອງມູນ​ນິ​ທິ ຂຶ້ນ​ເປັນ​ສອງ​
ເທົ່າ ໃນຊົ່ວ​ຊີວິດ​ຂອງຂ້າພະ​ເຈົ້ານີ້ ກໍ​ແມ່ນ ໂດຍ​ຜ່ານ​ ແກ້ວ​ເລັນທາງ​ເພດນີ້ ໂດຍ​
ເນັ້ນໜັກ​ໃສ່ ​ບັນດາ​ຜູ້ຍິງ ​ແລະ​ເດັກນ້ອຍຜູ້ຍິງ.”

ການເຂົ້າ​ເຖິງການ​ຄຸມ​ກຳ​ເນີ​ດ ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ຢູ່​ໃນ​ລາຍການ​ຂອງມູນ​ນິທິ.

ທ່ານ​ນາງ Melinda Gates ກ່າວ​ວ່າ “ພວກ​ຜູ້ຍິງ ຈະ​ບອກ​ທ່ານ ​ຊ້ຳ ​ແລ້ວ​ຊ້ຳອີກ​ວ່າ
ຂ້ອບ​ບໍ່​ສາມາດ​ເຈ​ລະ​ຈາ​ ກ່ຽວ​ກັບ​ເລື້ອງຖົງ​ອະນາ​ໄມ ​ແມ່ນ​ແຕ່ໃນ​ຄອບ​ຄົວ​ຂອງ​
ຂ້ອຍເອງ. ​ເພາະສະ​ນັ້ນ ​ມັນໝາຍ​ຄວາມ​ວ່າ ຂ້ອຍສະ​ເໜີ​ໃ ຫ້​ຜົວ​ຂອງ​ຂ້ອຍ​ຮູ້​ວ່າ
ລາວ​ຕິດເຊື້ອໂຣກ AIDS ຫລື​ວ່າ ຂ້ອຍ​ຕິດ​ເຊື້ອ​ໂຣກ AIDS.”

ທ່ານ​ນາງ Melinda Gates ​ແມ່ນຕິດ​ຕາມ​ບາດກ້າວ​ຂ​ອງ ສຸພາບ​ສະຕີອາ​ເມຣິກັນ ອີກຄົນ
​ນຶ່ງ ທີ່​ຮູ້​ກັນ​ດີຢູ່ໃນ​ທົ່ວ​ໂລກ ຊຶ່ງ​ໃນປີ​ແລ້ວ​ນີ້ິ​ ກໍ​ເປັນ ຜູ້​ໄດ້​ຮັບລາງວັນ Chatham House
ນັ້ນ​ກໍໄດ້ແກ່ທ່ານ​ນາງ Hillary Clinton.