ຢູ່ໃນກອງປະຊຸມສຸດຍອດ ທີ່ໄດ້ມີການປ່າວປະກາດເປັນຢ່າງໃຫຍ່ ແຕ່ວ່າ ມີລາຍລະອຽດໜ້ອຍຫລາຍນັ້ນ ຈີນໄດ້ຊຸກຍູ້ແຜນພັດທະນາຫ້າປີຂອງຕົນ ກັບບັນດາປະ
ເທດຢູ່ຕາມແຄມແມ່ນໍ້າຂອງ ທີ່ເປັນແມ່ນໍ້າສາຍສໍາຄັນ ແລະມີການສູ້ຢັນກັນຫລາຍ
ທີ່ສຸດໃນຂົງເຂດເອເຊຍນັ້ນ.
ບັນດາຜູ້ນໍາຂອງຫ້າປະເທດ ຢູ່ເຂດແມ່ນໍ້າຂອງຕອນລຸ່ມ ຊຶ່ງລວມມີກໍາປູເຈຍ, ມຽນມາ, ຫວຽດນາມ, ໄທ ແລະລາວ ໄດ້ພົບກັບທ່ານ ຫລີ ເຄຈຽງ (Li Keqiang) ນາຍົກ ລັດຖະ
ມົນຕີຈີນ ຢູ່ພະລາດຊະວັງສັນຕິພາບ (Peace Palace) ໃນນະຄອນຫລວງພະນົມເປັນ
ໃນວັນພຸດຜ່ານມາ ຊຶ່ງເປັນກອງປະຊຸມກ່ຽວກັບການຮ່ວມມືໃນເຂດແມ່ນໍ້າ ລ້ານຊ້າງ-
ແມ່ຂອງ ຫລື LMC ຄັ້ງທີສອງ ຂອງບັນດາຜູ້ນໍາດັ່ງກ່າວ.
ທ່ານ ເຄຈຽງ ທີ່ມີປະເທດຕັ້ງຢູ່ຕອນເທິງ ຂອງແມ່ນໍ້າ ທີ່ເອີ້ນກັນໃນອີກຊື່ນຶ່ງ ໃນພາສາຈີນກາງວ່າລ້ານຊ້າງນັ້ນເວົ້າວ່າ ໃນນາມທີ່ເປັນປະທານປະຈໍາຂອງອົງການ LMC ທີ່ຫາກໍ່
ຕັ້ງຂຶ້ນມາໃໝ່ໆ ຈີນຈະນໍາເອົາຜົນປະໂຫຍດມາໃຫ້ສະມາຊິກຂອງອົງການດັ່ງກ່າວທຸກ
ປະເທດ.
ທ່ານກ່າວຢູ່ໃນກອງປະຊຸມນັກຂ່າວທີ່ບໍ່ໃຫ້ຖາມຄໍາຖາມຫຍັງນັ້ນວ່າ "ການຮ່ວມມືໃນ
ຂົງເຂດແມ່ນໍ້າຂອງ ຫລື ລ້ານຊ້າງ (Lancang) ບໍ່ແມ່ນຈະເປັນສິ່ງທີ່ເວົ້າແຕ່ປາກຊື່ໆ,"
"ພວກເຮົາໂອ້ລົມກັນກ່ຽວກັບຫລັກການທີ່ສໍາຄັນໃນກອງປະຊຸມນີ້. ພວກເຮົາຕ້ອງໃຫ້
ຄວາມນັບຖືຊຶ່ງກັນ ແລະກັນ ແລະໃຫ້ການພິຈາລະນາຕໍ່ກັນໃນດ້ານການພັດທະນາ
ຮ່ວມກັນແບບສະເໝີພາບ.”
ແຜນການຕົວຈິງທີ່ໄດ້ຍື່ນຢູ່ໃນກອງປະຊຸມນີ້ແມ່ນກວ້າງຫຼາຍ ຊຶ່ງໄດ້ກວມເກືອບໝົດທຸກ
ດ້ານໃນການບໍລິຫານ ທີ່ເປັນການຍາກທີ່ຈະຊີ້ໃຫ້ເຫັນຈຸດປະສົງສະເພາະໃດນຶ່ງ ແລະກໍ
ບໍ່ປາກົດວ່າມີການເອົາບາດກ້າວອັນໜັກແໜ້ນເພື່ອແກ້ໄຂໄພຂົ່ມຂູ່ ທີ່ເກີດມາຈາກການ
ກະທໍາຂອງຜູ້ຄົນທີ່ນັບມື້ນັບເພີ້ມຂຶ້ນ ຕໍ່ລະບົບແມ່ນໍ້າດັ່ງກ່າວນັ້ນ.
ສ່ວນທ່ານຮຸນເຊນ (Hun Sen) ກໍໄດ້ກ່າວຕໍ່ພວກນັກຂ່າວວ່າ ສູນກາງຕ່າງໆ ແມ່ນແນໃສ່
ເພື່ອເສີມສ້າງການຮ່ວມມືດ້ານຊັບພະຍາກອນນໍ້າແລະດ້ານສິ່ງແວດລ້ອມ ພ້ອມທັງຈະມີ
ການສ້າງສູນກາງສຶກສາກ່ຽວກັບແມ່ນໍ້າຂອງໃນລະດັບໂລກ ແຕ່ທ່ານກໍບໍ່ໄດ້ໃຫ້ລາຍລະອຽດຫຍັງຕື່ມ ແຕ່ຢ່າງໃດ.