ນັກການເມືອງ ຝ່າຍຄ້ານ ເວເນຊູເອລາ ຫຼົບໜີ ໄປເຖິງສະເປນ ແລ້ວ

ທ່ານ Antonio Ledezma ຜູ້ນຳຝ່າຍຄ້ານ ເວເນຊູເອລາ ,ຊ້າຍ, ຍ່າງກັບພັນລະຍາ ຍານາງ Mitzy Capriles ແລະ ລູກສາວ ນາງ Antonietta.

ຜູ້ນຳຝ່າຍ​ຄ້ານເປັນເວລາດົນນານຂອງ​ເວ​ເນ​ຊູ​ເອລາທ່ານ Antonio Ledezma ​ໄດ້
​ເດີນທາງ​ໄປ​ເຖິງ​ນະຄອນ Madrid ​ໃນ​ວັນ​ເສົາ​ມື້​ນີ້ ບ່ອນ​ທີ່​ທ່ານ​ໄດ້​ຖືກ​ຕ້ອນ ຮັບ​ຈາກ
​ຄອບຄົ​ວຂອງ​ທ່ານ.

ທ່ານ Ledezma ກ່າວ​ວ່າ “​ເວ​ເນ​ຊູ​ເອລາ ບໍ່​ໄດ້​ຢູ່ທີ່​ຂ​ອບເບິ່ງ​ເຂົ້າໄປ ໃນນາລົກ. ມັນ​ຢູ່ໃນນາລົກແລ້ວ “ມັນ​ກຳລັງ​ພັງ​ທະລາ​ຍລົງ. ​ແລະ​ນັ້ນແມ່ນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ຢາກ​ເວົ້າ
ກັບ​ນາຍົກລັດຖະມົນຕີ Rajoy.”

ທ່ານ Ledezma ຜູ້​ທີ່​ໄດ້​ຖືກ​ກັກບໍລິ​ເວນ​ນັບ​ແຕ່​ປີ 2015 ເປັນຕົ້ນມາ ຍ້ອນຖືກກ່າວຫາ
ວ່າວາງແຜນ​ເຮັດ​ລັດຖະປະຫານນັ້ນກ່າວວ່າ ທ່ານ​ໄດ້​ຫຼົບໜີ​ຈາກ​ການ ​ກັກ​ບໍລິ​ເວນ​ໃນ​
ວັນ​ສຸກ​ວານ​ນີ້ ​ແລະ​ຂ້າມເຂົ້າໄປໃນປະເທດ​ Columbia ຊຶ່ງເປັນ ເພື່ອນບ້ານ ຜ່ານປ້ອມ
ຍາມ​ຕຳ​ຫລວດ ​ແລະ​ທະຫານ ຫລາຍສິບແຫ່ງ.

ກ່ອນ​ອອກ​ຈາກ Columbia ທ່ານ Ledezma ກ່າວ​ວ່າ ທ່ານ​ໄດ້​ວາງ​ແຜນ “​ເດີນທາງ​ໄປ​
ທົ່ວ​ໂລກ” ​ເພື່ອ​ຕໍ່ສູ້​ເພື່ອອິດສະຫຼະພາບທາງດ້ານ​ການ​ເມືອງ​ຢູ່​ໃນ​ເວ​ເນ​ຊູ​ເອລາ. ທ່ານ Ledezma ອະດີດ​ເຈົ້າ​ຄອງ​ນະຄອນ Caracas ກ່າວ​ວ່າ ທ່ານໄດ້​ໂອ້​ລົມ​ທາງ​ໂທລະສັບ
ກັບ ປະທານາທິບໍດີ Columbia ທ່ານ Juan Manuel Santos ຜູ້​ທີ່​ໄດ້​ສະ​ເໜີ​ໃຫ້ການ​ສະໜັບສະໜູນ​ທ່ານ.

ພວກ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງຂອງ Columbia ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ທ່ານ Ledezma ​ໄດ້​ເຂົ້າ​ປະ​ເທດ​ຢ່າງຖືກຕ້ອງ​ກົດໝາຍ ຫລັງ​ຈາກ ໄດ້​ຂ້າມ​ຂົວ Simon
Bolivar ທີ່​ແບ່ງ​ແຍກ​ປະ​ເທດທັງສອງ.

ປະທານາທິບໍດີ​ເວ​ເນ​ຊູ​ເອລາ ທ່ານ Nicolas Maduro ຮັບຮູ້​ການ​ຫລົບໜີ​ຂອງ​ທ່ານ Ledezma ຜູ້​ທີ່​ທ່ານຮ້ອງ​ແບບ​ເຍາະເຍີ້​ຍວ່າ "ຜີ​ດິບ.”

ທ່ານ Maduro ໄດ້ກ່າວໃນ​ຕອນ​ແລງ​ວັນ​ສຸກ​ວານນີ້ວ່າ “ປະຊາຊົນ​ຢູ່ໃນນະ ຄອນຫຼວງ
Madrid ຈະຕ້ອງລະມັດລະວັງ​ໃນຍາມ​ມື້ຄື​ນ ຜີ​ດິບ​ກຳລັງ​ຈະເດີນ ທາງໄປ​ນະຄອນ
Madrid.”

ທ່ານ Ledezma ອາຍຸ 62 ປີ ​ໄດ້​ເປັນ​ຜູ້ນຳ​ພາ​ການປະ​ທ້ວງ​ຢູ່​ຕາມ​ທ້ອງ​ຖະໜົນ ເພື່ອ
ຄັດຄ້ານທ່ານ Maduro ​ໃນ​ປີ 2014 ທີ່​ພາໃຫ້ເກີດຄວາມ​ຮຸນ​ແຮງ​ຫລາຍເດືອນ. ທ່ານ
​ໄດ້​ໃຊ້​ເວລາ​ຢູ່​ໃນ​ຄຸກ​ສອງສາມ​ເດືອນ ກ່ອນ​ຖືກ​ປ່ອຍໂຕ ​ແລະ​ຖືກ​ກັກ​ບໍລິ​ເວນ ​ໃນ​ປີ
2015 ​ເນື່ອງ​ຈາກ​ບັນຫາ​ສຸຂະພາບ.

ທ່ານ Ledezma ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ປັດ​ຈຸ​ບັນ​ນີ້ “ລັດຖະບານ​ມີ​ແຜນ” ຕໍ່ຕ້ານ
​ທ່ານ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ. ພວກຜູ້ນຳ​ຝ່າຍ​ຄ້ານ​ໄດ້​ຖືກຕ້ອງ​ຕິກ່ຽວກັບແຜນ​ເຈລະ
ຈາທາງດ້ານການເມືອງຮອບ​ໃໝ່ ​ລະຫວ່າງລັດຖະບານ​ເວ​ເນ​ຊູ​ເອລາ ​ແລະ​ບັນດາ​ເຈົ້າ​
ໜ້າ​ທີ່​ຝ່າຍ​ຄ້ານ ທີ່​ເປັນ​ເຈົ້າພາບ​ໂດຍ ສາທາລະນະ​ລັດ Dominican.

ຊາວ​ເວ​ເນ​ຊູ​ເອລາ​ຫລາຍ​ຮ້ອຍພັນຄົນ ​ໄດ້​ຂ້າມ​ຊາຍແດນໄປຍັງ Columbia ​ໃນ​ໄລຍະ
ສອງສາມປີຜ່ານ​ມາ​ນີ້ ເພື່ອຫລົບໜີ​ຈາກວິກິດການທາງດ້ານ​ເສດຖະ ກິດ ​ແລະການ​ເມືອງ
​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

​ໃນ​ຕົ້ນ​ປີ​ນີ້ ຜູ້​ສຳຄັນ​ອີກ​ຄົນ​ນຶ່ງ​ທີ່​ຕິຕຽນ​ທ່ານ Maduro ​ຫົວໜ້າໄອ​ຍະ​ການ​ເວ​ເນ​ຊູ​ເອລາ
ທີ່​ຖືກ​ປົດຈາກຕຳແໜ່ງ ທ່ານ​ນາງ Luisa Ortega Diaz ​ກໍໄດ້​ໄປຂໍ້​ລີ້​ໄພ​ຢູ່​ໃນປະເທດ​ Columbia.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Venezuela