ພິທີໄວ້ອາໄລ ແກ່ ມື້ລາງ ສະມາຊິກ ສະພາສູງ ຈອນ ແມັກເຄນ ເລີ້ມຕົ້ນ ທີ່ບ້ານເກີດ ໃນລັດ ອາຣີໂຊນາ

ທ່ານນາງ ຊິນດີ ແມັກເຄນ ພັນລະຍາ ຂອງສະມາຊິກສະພາສູງ ຈອນ ແມັກເຄນ ສັງກັດພັກຣີພັບບລີກັນ ຈາກລັດອາຣີໂຊນາ, ວາງຫົວລົງຫີບສົບຂອງມື້ລາງສາມີ ໃນລະຫວ່າງ ພິທີໄວ້ອາໄລ ຢູ່ໃນ ຕຶກລັດຖະສະພາຂອງລັດ ອາຣີໂຊນາ ໃນນະຄອນ ຟີນິກສ໌, ວັນທີ 29 ສິງຫາ 2018.

ວັນໄວ້ອາໄລ ແກ່ມື້ລາງ ສະມາຊິກສະພາສູງ ສະຫະລັດ ຈອນ ແມັກເຄນ ໄດ້ເລີ້ມຕົ້ນຂຶ້ນ
ໃນວັນພຸດວານນີ້ ເຊິ່ງຫີບສົບຂອງທ່ານ ໄດ້ຖືກນຳໄປດອຍໄວ້ ຢູ່ໃນຫ້ອງໂຖງ ຕຶກລັດ
ຖະສະພາຂອງລັດ ທີ່ປົກຄຸມດ້ວຍທຸງຊາດ ຢູ່ໃນນະຄອນຟີນິກສ໌ ທີ່ເປັນເມືອງຫລວງ
ຂອງລັດອາຣີໂຊນາ ແລະເປັນບ້ານເກີດຂອງທ່ານ.

ສ່ວນແມ່ໝ້າຍຂອງທ່ານ ທ່ານນາງ ຊິນດີ ແມັກເຄນ ກໍໄດ້ຄ່ອຍໆແຕະຫີບສົບຂອງທ່ານ
ແລະ ຄຸກເຂົ່າລົງຢ່າງງຽບໆ ແລ້ວເອົາແກ້ມຂອງເພິ່ນ ແຕະໃສ່ທຸງ ຊາດຂອງສະຫະລັດ
ກ່ອນທີ່ສະມາຊິກຄອບຄົວ ຄົນອື່ນໆ ແລະບັນດາຜູ້ຄົນ ທີ່ໄປໄວ້ອາໄລ ຈະໄດ້ຍ່າງຜ່ານ
ສົບເພື່ອທຳການເຄົາລົບ ຕໍ່ສິ່ງທີ່ຄວນເປັນວັນເກີດ ຄົບຮອບ 82 ປີ ຂອງຜູ້ທີ່ເປັນທັງ
ສະມາຊິກສະພາ ແລະວິລະບຸຣຸດໃນສົງຄາມ. ບັນດາລູກຊາຍຂອງທ່ານແມັກເຄນ
ກໍໄດ້ໃສ່ຊຸດທະຫານ ຂອງພວກເຂົາເຈົ້າ ແລະລູກສາວ ນາງ ເມເກນ ແມັກເຄນ ກໍໄດ້
ຮ້ອງໄຫ້ ໃນຂະນະທີ່ການໄວ້ອາໄລ ໄດ້ດຳເນີນໄປຢູ່ນັ້ນ.

ທະຫານພິທັກຊາດຂອງລັດອາຣີໂຊນາ ຫາມຫີບສົບ ຂອງມື້ລາງ ສະມາຊິກສະພາສູງ ຈອນ ແມັກເຄນ, ສັງກັດພັກຣີພັບບລີກັນ ຈາກລັດອາຣີໂຊນາ ໃນລະຫວ່າງພິທີໄວ້ອາໄລ ຢູ່ທີ່ລັດຖະສະພາ ໃນເມືອງຫຼວງ ຟີນິກສ໌ ຂອງລັດອາຣີໂຊນາ, ວັນທີ 29 ສິງຫາ 2018.

ໃນການກ່າວສະດຸດີ ໄລຍະສັ້ນໆ ຂອງຜູ້ປົກຄອງລັດອາຣີໂຊນາ ທ່ານ ດັກ ດູຊີ ໄດ້ບັນ
ລະຍາຍວ່າ ທ່ານແມັກເຄນ ເປັນນຶ່ງໃນສ່ວນໜ້ອຍ ຂອງບັນດານັກການເມືອງທັງຫຼາຍ
ຜູ້ທີ່ສາມາດເຮັດໃຫ້ບັນດາສະມາຊິກສະພາ ເອົາເລື້ອງຄວາມເຫັນທີ່ແຕກຕ່າງກັນ ເກັບ
ໄວ້ເສຍກ່ອນ ເພື່ອຜົນປະໂຫຍດຂອງການຜ່ອນສັ້ນຜ່ອນຍາວ ຊຶ່ງກັນແລະກັນ. ທ່ານ
ໄດ້ກ່າວວ່າ ຊີວິດໃນລັດນີ້ ໂດຍປາດສະຈາກ ທ່ານແມັກເຄນ ແລ້ວ ກໍຈະຄືກັບການຈິນ
ຕະນາການເບິ່ງວ່າ ອາຣີໂຊນາ ທີ່ປາດສະຈາກ ສະຖານທີ່ ທີ່ມີຊື່ສຽງຂອງມັນນັ້ນ ເຊັ່ນ
ວ່າ ແກຣນ ແຄນຢອນ ນັ້ນ.

ໃນເວລາຕໍ່ມາ ມະຫາຊົນ ກໍໄດ້ເລີ້ມເຂົ້າແຖວຍ່າງຜ່ານຫີບ ທີ່ບັນຈຸສົບຂອງຊາຍຄົນນຶ່ງ
ຜູ້ທີ່ໄດ້ເປັນຜູ້ແທນຂອງລັດ ຢູ່ໃນລັດຖະສະພາ ມາເປັນເວລາຫຼາຍກວ່າ 3 ທົດສະວັດ
ຊີວິດນັກການເມືອງ ທີ່ໄດ້ນຳໄປສູ່ການລົງສະໝັກເປັນປະທານາທິບໍດີ ໃນຖານະເປັນ
ຜູ້ຖືກສະເໜີຊື່ ຂອງພັກຣີພັບບລີກັນ ໃນປີ 2008 ທີ່ບໍ່ປະສົບຜົນສຳເລັດ. ຫຼາຍທົດ
ສະວັດ ກ່ອນໜ້ານີ້ ທ່ານແມັກເຄນ ໄດ້ດຶງດູດຄວາມສົນໃຈ ໃນຄັ້ງທຳອິດ ກໍຄືການເປັນ
ນັກບິນຂອງກອງທັບເຮືອ ອາເມຣິກັນ ຜູ້ທີ່ຖືກຍິງຕົກ ໃນຂະນະປະຕິບັດການຖິ້ມລະເບີດ
ເທິງນ່ານຟ້າຂອງຮາໂນ່ຍ ໃນລະຫວ່າງຈຸດສູງສຸດຂອງສົງຄາມຫວຽດນາມ ແລະໄດ້ຖືກ
ຄວບຄຸມໂຕ ໂດຍພວກຜູ້ຈັບກຸມ ຫວຽດນາມເໜືອ ເປັນເວລາ 5 ປີເຄິ່ງ ໃນຖານະເປັນ
ຊະເລີຍເສິກ.

ພວກທະຫານເຮືອ ສະຫະລັດ ຍ່າງຜ່ານຫີບສົບເພື່ອທຳການເຄົາລົບ ມື້ລາງສະມາຊິກສະພາສູງ ຈອນ ແມັກເຄນ ສັງກັດພັກຣີພັບບລີກັນ ຈາກລັດອາຣີໂຊນາ ຢູ່ທີ່ລັດຖະສະພາຂອງລັດ ໃນເມືອງຫຼວງ ຟີນິກສ໌ ຂອງລັດ, ວັນທີ 29 ສິງຫາ 2018.

ຫລັງຈາກພິທີໄວ້ອາໄລ ໃນວັນພະຫັດມື້ນີ້ ຢູ່ໃນນະຄອນ ຟີນິກສ໌ ແລ້ວ ສົບຂອງທ່ານ
ແມັກເຄນ ຈະຖືກສົ່ງໂດຍທາງເຮືອບິນ ມາຍັງນະຄອນຫຼວງວໍຊິງຕັນ ບ່ອນທີ່ສົບຂອງ
ທ່ານຈະຖືກ ນຳໄປດອຍໄວ້ ທີ່ຕຶກລັດຖະສະພາ ໃນຫ້ອງໂຖງ ເອີ້ນວ່າ ແຄັບປີໂຕລ
ໂຣທັນດາ (Capitol Rotunda) ໃນວັນສຸກມື້ອື່ນ ຫລັງຈາກພິທີລະນຶກເຖິງຊີວິດ ແລະ
ການຮັບໃຊ້ລັດຖະບານຂອງທ່ານ.

ພິທີໄວ້ອາໄລ ຈະດຳເນີນຕໍ່ໄປຈົດຮອດວັນເສົາ ທີ່ໂບດໃຫຍ່ແຫ່ງຊາດ ບ່ອນທີ່ບັນດາ
ແຂກ ທີ່ຂຶ້ນໄປກ່າວສະດຸດີ ຈະຮວມທັງ ອະດີດປະທານາທິບໍດີບາຣັກ ໂອບາມາ ແລະ
ອະດີດປະທານາທິບໍດີຈອຣຈ໌ ດັບເບິນຢູ ບຸຊ. ສົບທ່ານແມັກເຄນ ຈະຖືກນຳໄປຝັງ
ທີ່ວິທະຍາຄານທະຫານເຮືອ ຢູ່ນະຄອນອານາໂປລິສ ລັດແມຣີແລນ.

ທ່ານໄດ້ເຖິງແກ່ມໍລະນະກຳ ຫລັງຈາກໄດ້ຕໍ່ສູ້ກັບໂຣກມະເຮັງໃນສະໝອງ ມາເປັນ
ເວລາດົນນານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ