ທ່ານ Mattis ຂໍໃຫ້ໃຊ້ ຄວາມພະຍາຍາມ ດ້ານການທູດ ທີ່ມີຢູ່ທັງໝົດ ໃນທະເລຈີນໃຕ້

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ James Mattis ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ຮ່ວມກັບລັດຖະມົນຕີ ປ້ອງກັນປະເທດຍີ່ປຸ່ນ ທີ່ນະຄອນຫຼວງໂຕກຽວ. (4 ກຸມພາ 2017)

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ​ຮັບ​ຮູ້ ກ່ຽວ​ກັບ​ການປົກຄອງ​ໝູ່​ເກາະ Senkaku ຂອງ​ຍີ່ປຸ່ນ ຊຶ່ງ​ເປັນຄວາມ​ເຫັນ​ທີ່​ໄດ້​ຮັບ​ການ​ຕ້ອງຕິ​ຢ່າງ​ໄວວາ​ຈາກ​ຈີນ.

ທ່ານ James Mattis ກ່າວ​ໃນ​ວັນ​ເສົາ​ມື້ນີ້ທີ່​ນະຄອນຫຼວງ​ໂຕ​ກຽວ​ວ່າ ​ໃນ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ຍີ່ປຸ່ນ ທ່ານນາງ Tomomi Inada ທ່ານ​ໄດ້​ສະ​ແດງໃຫ້​ເຫັນ ​ຢ່າງ​ຈະ​ແຈ້ງ​ໃນນະ​ໂຍບາຍ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ຂອງ​ພວກ​ເຮົາກ່ຽວກັບ​ໝູ່​ເກາະ Senkaku.

ໝູ່​ເກາະ​ຊຶ່ງ​ເປັນ​ບັນຫາ​ໂຕ້​ແຍ້​ງ ທີ່​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ດັ່ງກ່າວ ​ແມ່ນ​ຮູ້​ກັນ​ໃນ​ຍີ່ປຸ່ນວ່າ Sen- kaku ​ແລະ​ຕຽວອີ​ ໃນ​ຈີນ. ປະ​ເທ​ດທັງ​ສອງ​ ຕ່າງ​ກໍ​ອ້າງ​ເອົາ​ອະທິປະ​ໄຕ​ ເໜືອ​ໝູ່​ເກາະນີ້ ​ແລະ​ຈີນ​ໄດ້​ສ້າງ​ເກາະ​ທຽມ​ຈຳນວນ​ນຶ່ງ ​ໃນ​ບໍລິ​ເວນ ​ທີ່​ມີ​ການຂັດ​ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້. ຍິ່ງ​ໄປ​ກວ່າ​ນັ້ນ ​ໄຕ້​ຫວັນ ມາ​ເລ​ເຊຍ ຫວຽດນາມ ຟີ​ລິບ​ປິນ​ແລະ​ບຣູນາຍກໍ​ໄດ້​ອ້າງ​ເອົາ​ກຳມະ ສິດ​ບາງ​ສ່ວນຂອງ​ເຂດ​ນ່ານນ້ຳທີ່​ເປັນເສັ້ນທາງ​ຍຸດ​ທະ​ສາດແລະ​ເປັນ​ບ່ອນ​ຫາ​ປາ​ທີ່​ອຸດົມ ສົມບູນພ້ອມ​ທັງ​ມີ​ນ້ຳມັນ​ແລະ​ແກັສທຳ​ມະ​ຊາດ​ສຳຮອງ​ຢູ່​ດ້ວຍ.

Your browser doesn’t support HTML5

Mattis Asia

​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ Mattis ບໍ່​ໄດ້​ຮຽກຮ້ອງ ​ໃຫ້​ມີ​ການ​ຍົກຍ້າຍ​ກຳລັງ​ທາງທະຫານ​ໃດໆ​ຢູ່​ໃນ​ຂົງ​ເຂດ. ທ່ານ​ກ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ ຕ້ອງ​ໄດ້​ກະທຳ​ກໍ​ແມ່ນ ​ໃຫ້ໃຊ້​ໝົດ​ທຸກ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ຄວາມ​ພະຍາຍາມ​ທາງ​ດ້ານ​ການ​ທູດ ​ເພື່ອ​ແກ້​ໄຂ​ເລື່ອງ​ນີ້ຢ່າງ​ເໝາະ​ສົມສືບ​ຕໍ່​ຮັກສາ​ການ​ສື່ສານ​ຄົມມະນາຄົມ​ເອົາ​ໄວ້. ​ໃນ​ເວລາ​ນີ້ພວກ​ເຮົາ​ຍັງ​ ບໍ່ເຫັນ​ວ່າ ມີ​ຄວາມ​ຈຳ​ເປັນ​ໃດໆ​ທີ່​ຈະ​ຕ້ອງ​ມີ​ການ​ເຄື່ອນຍ້າຍ​ກຳລັງ​ທະຫານ​ທີ່​ສຳຄັນໆ.”

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດໄດ້​ຕ້ອງ​ຕິ​ຈີນ​ຍ້ອນ​ຄວາມ​ບໍ່​ໄວ້ເນື້ອ​ເຊື່ອ​ໃຈ ​ໃນ​ການ​ອ້າງ​ເອົາ​ກຳມະສິດ​ຢ່າງ​ແຂງ​ຂັນຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ທ່ານ Mattis ກ່າວ​ວ່າ “ຈີນ​ໄດ້​ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ໃນ​ຂົງ​ເຂດປາກົດ​ວ່າ​ໃນ​ການ​ພະຍາຍາມ ​ທີ່​ຈະ​ໃຊ້​ອຳນາດ ເພື່ອ​ໃຊ້​ສິດຢັບຢັ້ງ​ເໜືອການ​ທູດ​ ແລະ​ຄວາມ​ໝັ້ນຄົງ ​ແລະ​ເງື່ອນ​ໄຂທາງ​ດ້ານ​ເສດຖະກິດ​ຂອງບັນ​ດາ​ປະ​ເທດ​ເພື່ອນ​ບ້ານ.”

ທີ່​ນະຄອນ​ປັກ​ກິ່ງ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຕຳ​ໜິຕິຕຽນ​ທ່າ​ທີ​ຂອງສະຫະ ລັດ ກ່ຽວ​ກັບເຂດ​ທີ່​ມີ​ການ​ຂັດ​ແຍ້​ງ. ທ່ານ Lu Kang ຮຽກຮ້ອງ​ໃຫ້​ສະຫະລັດ ​“​ເອົາ​ທ່າ​ທີ​ແບບ​ມີ​ຄວາມ​ຮັບຜິດຊອບຢຸດ​ເຊົາ​ການ​ໃຫ້​ຄວາມ​ເຫັນ​ທີ່​ບໍ່​ຖືກຕ້ອງກ່ຽວ​ກັບ​ບັນຫາ​ຕ່າງໆ ​ທີ່​ພົວພັນ​ກັບ​ໝູ່​ເກາະ​ຕຽວອີ ອະທິປະ​ໄຕ ​ແລະ​ຫຼີກ​ເວັ້ນຈາກ​ການ​ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ ມີຄວາມ​ຫຍຸ້ງຍາກ​ຕື່ມ​ຂຶ້ນ ​ແລະ​ນຳ​ເອົາ​ການ​ບໍ່​ມີສະຖຽນ​ລະ​ພາບ​ມາສູ່​ຂົງ​ເຂດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ