ກອງທັບເຮືອສະຫະລັດ ສັ່ງໂຈະການປະຕິບັດ ງານໃດໆ ເປັນເວລາ 2 ມື້ ຫຼັງຈາກໄດ້ເກີດອຸບັດເຫດ

ເຮືອພິຄາດຂອງກອງທັບເຮືອສະຫະລັດ USS John S. McCain ອອກເດີນທາງອີກ ຫຼັງຈາກຕຳກັນແລ້ວ ໃນ ນ່ານນ້ຳ ສິງກະໂປ 21 ສິງຫາ 2017.

ກອງທັບ​ເຮືອສະຫະລັດ ​ໃຫ້​ຄວາມ​ໝາຍ​ໝັ້ນ ທີ່​ຈະ​ເອົາ​ບາດກ້າວ “ຢ່າງແຂງ​ຂັນ”
​ໃນ​ຂະນະ​ທີ່​ຕົນ​ກຳລັງ​ພິຈາລະນາ ກວດ​ສອບ​ເບິ່ງວ່າ ​ແມ່ນ​ຫຍັງ​ແທ້ ທີ່​ພາ​ໃຫ້​ເກີດ​ອຸບັດ
ເຫດ​ຄັ້ງ​ທີ 2 ລະຫວ່າງ​ເຮືອພິຄາດສະຫະລັດ ທີ່​ຕິດ​ຕັ້ງ​ດ້ວຍ​ລູກ​ສອນ​ໄຟ​ນຳ​ວິຖີ ກັບ​ເຮືອ
ສິນຄ້າລຳ​ນຶ່ງ ​ໃນພຽງບໍ່​ຫຼາຍ​ເດືອນ​.

​ທະຫານ​ເຮືອ 10 ຄົນ ຍັງຫາຍ​ສາບ​ສູນຢູ່ ​ແລະ 5 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໂດຍທີ່ເຮືອ
ພິຄາດ USS John S. McCain ຂອງກອງທັບເຮືອສະຫະລັດ ​ແມ່ນ​ໄດ້​ຮັບ
“​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ” ​ຍ້ອນ​ການ​ຕຳ​ກັນ​ ກັບ​ເຮືອ​ບັນທຸກ​ນ້ຳມັນ ຫຼື tanker
ໃນ​ວັນ​ຈັນ​ວານ​ນີ້ ​ໃກ້ໆ​ກັບສ່ອງແຄບ Malacca.

ຜູ້ອຳນວຍການກອງທັບເຮືອຂອງມາເລເຊຍ ທ່ານ Indera Abu Bakar ຊີ້ໃຫ້ເຫັນເຖິງຄວາມເສຍຫາຍ ຂອງເຮືອ USS John S. McCain ທີ່ສະແດງໃຫ້ເຫັນຜ່ານຈໍ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ໃນ Putrajaya, ມາເລເຊຍ, 21 ສິງຫາ, 2017.

ພວກ​ຮູບ​ພາບ​ທີ່​ນຳ​ອອກ​ເຜິ​ຍ​ແຜ່​ໂດຍ ກອງທັບ​ເຮືອສະຫະລັດ ສະ​ແດງ​ໃຫ້​ເຫັນ​ເຖິງ
​ຮູໃຕ້​ໜ້ານ້ຳ ດ້ານ​ຂ້າງ​ທີ່ຫັນ​ໃສ່​ທ່າ​ເຮືອຂອງເຮືອພິຄາດ USS John S. McCain.
ລາຍ​ງານ​ສະ​ບັບ​ນຶ່ງ​ຈາກກອງທັບ​ທີ 7 ຂອງ ເຮືອພິຄາດສະຫະລັດ ​ໄດ້​ລະບຸ​ວ່າ
ຄວາມ​ເສຍ​ຫາຍ​ຄັ້ງ​ນີ້ ​ແມ່ນ “ຮ້າຍ​ແຮງ” ພ້ອມ​ທັງບໍລິເວນທີ່​ນອນ​ແລະ​ຫ້ອງ​ສື່ສານ ​
ຖືກ​ນ້ຳ​ຖ້ວມ.

ນັກ​ດຳ​ນ້ຳ​ຈາກ​ທະ​ຫານ​ເຮືອ​ແລະ​ທະຫານມາຣີນ ​ໄດ້​ອອກ​ຄົ້ນ​ຫາພວກ​ທະຫານ​ເຮືອ
​ທີ່​ຫາຍ​ສາບ​ສູນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຫ້ອງ​ທີ່ປິດຕາຍ ​ໃນ​ພາກສ່ວນ​ທີ່​ໄດ້​ຮັບ​ຄວາມ
​ເສຍ​ຫາຍ​ນັ້ນ. ໃນ​ຂະນະ​ດຽວ​ກັນ​ນີ້ ພວກ​ເຮືອບິນ​ແລະ​ກຳ​ປັ່ນ ຈາກກອງ​ທັບເຮືອ
ມາ​ເລ​ເຊຍ ​ແລະ​ສິງກະ​ໂປ ກໍໄດ້​ສືບ​ຕໍ່ອອກ​ຄົ້ນ​ຫາ​ຢູ່ ບ່ອນ​ທີ່ເຮື​ອຕຳ​ກັນ​ເກີດ​ຂຶ້ນ​ນັ້ນ.

ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ທີ່ Garmisch-Partenkirchen, ເຢຍຣະມັນ, 28 ພຶດສະພາ, 2017.

ກອງທັບ​ເຮືອ​ສະຫະລັດ ​ໄດ້​ອອກ​ຄຳ​ສັ່ງ ໃຫ້ໂຈະ​ການ​ປະຕິບັດ​ງານທັນທີ ​ໃນ​ທຸກ
​ໜ່ວຍ​ງານ​ຂອງ​ກອງທັບ​ເຮືອສະຫະລັດ.

ຜູ້​ບັນຊາ​ການ​ ກອງທັບ​ເຮືອ​ສະຫະລັດ ທ່ານ John Richardson ກ່າວ​ວ່າ ການ​
ໂຈະ​ການ​ປະຕິບັດ​ງານ ຕ້ອງ​ໃຊ້​ເວລາ 2 ມື້ ຊຶ່ງ​ຈະ​ເປີດ​ໂອກາດ​ໃຫ້​ຜູ້​ບັງຄັບ​ບັນຊາ
ກວດກາທຸກ​ດ້ານ ຊຶ່ງ​ຮວມ​ໄປ​ເຖິງ​ການ​ທີ່​ເຈົ້າ​ໜ້າ​ທີ່ ປະຕິບັດ​ໜ້າ​ທີ່ຢູ່ເທິງ​ຂົວ ຈົນ​ເຖິງ
​ສະພາບຂອງ​ການ​ທຳ​ງານ​ອື່ນໆຂອງກຳປັ່ນນຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ