ທ. ແມັດ​ຕິ​ສ ກ່າວ​ວ່າ ກຳ​ລັງ ​ອັ​ຟ​ກາ​ນິ​ສ​ຖານ ​ບາດ​ເຈັບ ລົ້ມ​ຕາຍ 1,000 ຄົນ ​ໃນ​ເດືອນ​ສິ​ງ​ຫາ ແລະ​ກັນ​ຍາ

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ​ຈິມ ແມັດ​ຕິ​ສ ຂວາ​ມື ແລະ​ນາຍ​​ພົນກອງ​ທັບ​ບົກ​ສະ​ຫະ​ລັດ ທ່ານ ຈອນ ນິ​ໂກ​ລ​ສັນ ໃນ​ນະ​ຄອ​ນ​ຄາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 24 ເມ​ສາ, 2017.

ທ່ານ​ຈິມ ແມັດ​ຕິ​ສ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​
ສະ​ຖານ​ະ​ການ​ທາງ​ພາກ​ພື້ນ​ດິນ​ໃນ​ການ​ສູ້​ລົບ​ກັນ​ກັບ​ພວກ​ກະ​ບົດ​ຕາ​ລີ​ບານແບບ​ທີ່​ບໍ່
ຄ່ອຍ​ໄດ້​ຮູ້​ກັນ ໂດຍ​ເປີດ​ເຜີຍໃນຕອນ​ແລງວັນ​ອັງ​ຄານ​ວານ​ນີ້​ວ່າ ກຳ​ລັງ​ອັ​ຟ​ກາ​ນິ​ສ​ຖານ
ໄດ້ບາດ​ເຈັບລົ້ມ​ຕາຍ ຫຼາຍກວ່າ 1,000 ຄົນ​ໃນ​ເດືອນ​ສິງ​ຫາ ແລະ​ກັນ​ຍາ​ຂອງ​ປີ​ນີ້.

ທ່ານ​ແມັດ​ຕິ​ສ ກ່າວ​ໃນ​ລະ​ຫວ່າງ​ການ​ໂອ້​ລົມ​ສົນ​ທະ​ນາ ​ຢູ່ທີ່ສະ​ຖາ​ບັນ​ສັນ​ຕິ​ພ​າບ
​ສະ​ຫະ​ລັດ ວ່າ “ພວກ​ຊາຍ​ສະ​ກັນ​ອັ​ຟ​ກາ​ນິ​ສ​ຖານ ພາ​ກັນ​ສູ້​ລົບ ຈົ່ງເບິ່ງພວກ​ທີ່​ບາດ
​ເຈັບລົ້ມ​ຕາຍ ຫຼາຍກວ່າ 1,000 ຄົນ ​ໃນ​ເດືອນ​ສິງ​ຫາ ແລະ​ກັນ​ຍາ ແລະເຂົາ​ເຈົ້າ​
ຍັງຕໍ່​ສູ້ຢູ່​ໃນ​ສະ​ໜາມ​ລົບ​ຕໍ່​ໄປ.”

ເຖິງ​ແມ່ນວ່າ​ມີ​ຈຳ​ນວນ​ຜູ້​ໄດ້ຮັບ​ບາດ​ເຈັບ​ລົ້ມ​ຕ້າຍ​ສູງ ທ່ານ​ແມັດ​ຕິ​ສ​ກໍ​ໄດ້​ຍ້ອງ​ຍໍ​
ກຳ​ລັງ​ອັ​ຟ​ກາ​ນິ​ສ​ຖານ ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້ພວກ​ກະ​ບົດຕາ​ລິ​ບານ​ເຂົ້າ​ຄວບ​ຄຸມ
ແລະ​ຍຶດ​ເອົາ​ເມືອງ ແລະແຂວງ​ຕ່າງໆ ແລະ​ຂັດ​ຂວາງ​ບໍ່​ໃຫ້​ພວກ​ເຂົາ​ ລົບ​ກວນ
​ການ​ເລືອກ​ຕັ້ງ​ອັ​ຟ​ການິ​ສ​ຖານ​ ຫວ່າງ​ມໍ່​ໆ​ມ​າ​ນີ້.

ບັນ​ດາ​ເຈົ້າ​ໜ້​າ​ທີ່ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້​ຢຸດເປີດ​ເຜີຍ​ການ​ບາດ​
ເຈັບ​ລົ້ມ​ຕາຍ ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ອັ​ຟາ​ກາ​ນິ​ສ​ຖານ ໃຫ້​ແກ່​ສື່ມວນ
​ຊົນ​ຮູ້ ໃນ​ທ້າຍ​ປີ 2017.

ນາຍ​ພົນ​ໂຈ​ເຊັຟ ດັນ​ຝອດ ນາຍ​ພົນ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​
ທະ​ຫານ ຢູ່​ກອງ​ປະ​ຊຸມ​ນອກ​ນະ​ຄອນ​ຫຼວງວໍຊິ​ງ​ຕັນ ໃນ​ວັນ​ສຸກ​ທີ່​ຜ່ານ​ມານີ້​ວ່າ
ການ​ປ່ຽນ​ແປງ​ດັ່ງ​ກ່າວ​ ກໍ​ເພາະ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ອາ​ສ​ຣັ​ຟ ກາ​ນີ ບໍ່​ຢາກ​ແຈ້ງ
ລາຍ​ລະ​ອຽດ​ເ​ຫລົ່າ​ນັ້ນ​ ໃຫ້ສາ​ທາ​ລະ​ນະ​ຊົນ​ຮູ້.

ນາຍ​ພົນ​ດັນ​ຝອດ​ ກ່າວ​ວ່າ “ຂ້າ​ພະ​ເຈົ້າບໍ່​ຢາກ​ຖິ້ມ​ໂທດ​ໃສ່​ທ່ານ. ນັ້ນ​ຄື​ສາ​ເຫດ
​ຂອງ​ເລື້ອງນີ້. ພວກ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ ຖື​ໂຕ​ເລກ​ເຫຼົ່າ​ນັ້ນ ເປັນ​ເລື້ອງ​ສຳ
ຄັນ​ຫຼາຍ. ພວກ​ເຮົາ​ບໍ່​ໄດ້​ເປັນ​ເຈົ້າ​ຂອງ​ໂຕ​ເລກນັ້ນ​ອີກ​ແລ້ວ.”

​ໃນເດືອນ​ແລ້ວ​ນີ້ ​ເຈົ້າແຂວງໆແບັກ​ແ​ລນ ທາງ​ເໜືອ​ຂອງ​ນະ​ຄອນກາ​ບູ​ລ ກ່າວ
​ຕໍ່​ໜັງ​ສື​ພິ​ມ​ນິວຢອກ​ໄທ​ມ໌ ວ່າ​ພວກຕາ​ລິ​ບານ ​ໄດ້ສ້າງ​ຄວ​າມ​ເສຍ​ຫາຍ​ຢ່າງ​ໜັກ
​ໃຫ້ແກ່​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ອັ​ຟ​ກາ​ນິ​ສ​ຖານ.

ເຈົ້າ​ແຂວງ ອັບ​ດູ​ລ ຮາຍ ນິ​ມາ​ຕີ ກ່າວ​ວ່າ “ພວກຕາ​ລິ​ບານ​ບໍ່​ຕ້ອງ​ການ​ສັນ​ຕິ​ພາບ
ເພາະ​ເຂົາ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າ​ສາ​ມາດ​ເອົາ​ຊະ​ນະ​ສົງ​ຄາມໄດ້.”

ນາຍ​ພົນ​ດັນ​ຝອ​ດ ແລະ​ທ່ານ​ແມັດ​ຕິ​ສ ຕ່​າງ​ກໍ​ກ່າວ​ຢ້ຳ​ວ່າ ຍຸດ​ທະ​ສາດໃນຂົງເຂດ
​ເພື່ອ​ສ້າງ​ຄວາມປະ​ນີ​ປະ​ນອມ​ທາງ​ດ້ານ​ການ​ເມືອງ​ກັ​ບ​ພວກຕາ​ລິ​ບານ​ກຳ​ ລັງ​ໄດ້​
ຮັບຄວາ​ມ​ກ້າວ​ໜ້າ.

ທ່ານ​ແມັດ​ຕິ​ສ ກ່າວ​ວ່າ “ມັນ​ກຳ​ລັງ​ໄດ້​ຜົນຈາກ​ຄວາມ​ຄິດຂອງ​ພວກ​ເຮົາ ແຕ່​ວ່າສິ່ງ
​ທີ່ຍາກ​ລຳ​ບາກ​ຢ່າງໜ້າ​ເສຍ​ໃຈ​ນັ້ນກໍ​ຄື ການ​ຍອມ​ຮັບ​ທີ່​ວ່າ ແລະ​ຄວາມ​ກ້າວໜ້າ​
ແລະ​ຄວາມ​ຮຸນ​ແຮງ​ສາ​ມາດມີ​ຂຶ້ນ​ພ້ອມ​ໆກັນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ