ຈີນ ຈະເສີມຂະຫຍາຍ ການຮ່ວມມື ທາງເສດຖະກິດ ໃນຫຼາຍໆດ້ານ ກັບ ປາກິສຖານ

ປະທານປະເທດຈີນ ທ່ານ Xi Jinping ຢູ່ທີ່ນະຄອນຫລວງປັກກິ່ງ, ວັນທີ 31 ມີນາ 2015.

ປະທານ​ປະ​ເທດ ຈີນ ທ່ານ Xi Jinping ​ ​ມີ​ກຳ​ນົດຈະ​ເປີດ​ເຜີຍ
​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຫຼາຍໆຢ່າງ ທີ່​ມີມູນ​ຄ່າລວມ​ເຖິງ
46 ລ້ານ​ດອນ​ລາ ​ໃນ​ເວລາ​ທ່ານເລີ້ມ​ຕົ້ນການ​ຢ້ຽມຢາມ
ປາ​ກິ​ສຖານ ເປັນ​ເວລາ 2 ມື້ ​ໃນ​ວັນ​ຈັນ​ມື້​ນີ້.

ຄາດ​ກັນ​ວ່າ ການ​ຢ້ຽມຢາມຂອງທ່ານ ສີ ​ໃນ​ຄັ້ງນີ້ ຈະເພັ່ງ​ເລັງ​ໃສ່
ເສ້ນ​ທາງ​ເຊື່ອມ​ໂຍງທາງເສດຖະກິດ ລະຫວ່າງ​ປາ​ກິ​ສຖານ ກັບ
ຈີນ ຫຼື Pakistan-China Economic Corridor ອັນ​ເປັນ​ແຜນ
ການ​ກໍ່​ສ້າງ​ຕາ​ນ່າງ ຖະໜົນຫົນທາງ ລົດ​ໄຟ ​ແລະ ​ໂຄງການ
​ພະລັງງານ​ຕ່າງໆ​ ​ເພື່ອ​ເຊື່ອມຕໍ່ຈີນ​ ເຂົ້າກັບທ່າ​ເຮືອ Gwadar
ຂອງປາ​ກິ​ສຖານ​ນັ້ນ​ເອງ.​ ​ໂຄງການ​ດັ່ງກ່າວ​ນີ້ ​ຫຼັງຈາກ​ທີ່ສຳ​ເລັດ
​ແລ້ວ ​ແມ່ນຈະ​ອຳ​ນວຍໃຫ້​ປັກ​ກິ່ງ ​ເຂົ້າ​ເຖິງ​ຕະຫລາດ​ຕ່າງໆ ຢູ່​ໃນເຂດເອ​ເຊຍ​ກາງ​ໄດ້​ໄວ​ຂຶ້ນ ​ແລະ ​ເປັນ​ທາງ​ລັດ ສຳ​ຫລັບ​ ການ​ນຳ​ເຂົ້ານ້ຳມັນ ຈາກ​ພາກຕາ​ເວັນ​ອອກ​ກາງ.

Your browser doesn’t support HTML5

Pakistan China

​ເຈົ້າໜ້າ​ທີ່ກະຊວງ​ການ​ຕ່າງປະ​ເທດສະຫະ​ລັດ ທ່ານ​ນຶ່ງ​ກ່າວວ່າ ສະຫະລັດສະໜັບສະໜຸນ
ແຜນການ​ເຊື່​ອມ​ໂຍງ​ທາງເສດຖະກິດ​ດັ່ງກ່າວ​ນັ້ນ ​ໂດຍ​ກ່າວ​ວ່າ ມັນສອດຄ່ອງ​ກັບວິ​ໄສ​ທັດ
ທີ່​ມີ​ຮ່ວມກັນ ກ່ຽວກັບການ​ເຊື່ອມ​ຕໍ່​ທາງ​ດ້ານ​ເສດຖະກິດ ​ຢູ່​ໃນ​ຂົ​ງ​ເຂດ​ດັ່ງກ່າວ​ນັ້ນ.

​ໂຄສົກ​ລັດຖະບານ​ປາ​ກິ​ສຖານ ​ໄດ້ກ່າວ​ວ່າ ການຢ້ຽມຢາມຂອງ​ທ່ານ Xi ​ໃນ​ຄັ້ງນີ້ ຈະ​ເປັນ​
ຂີດ​ໝາຍ ການ​ຫັນ​ປ່ຽນສາຍສຳພັນ​ ຈາກ​ທີ່​ເປັນ ສາຍສຳ​ພັນຍຸດ​ທະສາດ​ໂລກ ມາ​ເປັນ
ສາຍສຳພັນ ດ້ານ​ເສດຖະກິດ​ແບບ​ໃໝ່​. ​ແຕ່​ ດ້ານ​ຂອງຄວາມ​ໝັ້ນຄົງຂອງ​ສາຍສຳພັນ​ນັ້ນ
​ກໍຄາດ​ວ່າ ຈະ​ຂະຫຍາຍເລິກ​ເ​ຊິ່ງຂຶ້ນຕື່ມ​ອີກ.

ທັງ​ສອງ​ຝ່າ​ຍອາດ​ລົງ​ນາມ ​ໃນ​ຂໍ້​ຕົກລົງ​ຂາຍເຮືອ​ດຳນ້ຳຈີນ ຈຳນວນ 8 ລຳ ​ໃຫ້​ປາ​ກິສຖານ.

Your browser doesn’t support HTML5

Economy Leads Agenda on Chinese Leader's Pakistan Trip